ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

​ເຢ​ເມນຈຳເປັນ ທີ່ຈະຕ້ອງ ຫາທາງອອກ ເພື່ອ​ແກ້​​ໄຂ ວິ​ກິດ​ການ ທາງການເມືອງ


Yemen
please wait
Embed

No media source currently available

0:00 0:01:34 0:00

ວິ​ກິດ​ການ​ທີ່​ຍັງ​ດຳ​ເນີນ​ຢູ່ຕໍ່ມາໃນ​ເຢ​ເມນ ​ໄດ້​ເປັນ​ຈຸດເພັ່ງ​ເລັງ
​ເພີ້​ມຂຶ້ນ ຂອງ​ບັນດາ​ປະ​ເທດ​ອື່ນໆ​ໃນ​ຂົງ​ເຂດ ​ແລະ​ບັນດາ​
ພັນທະ​ມິດ​ຕ່າງ​ປະເທດ ​ໃນ​ຂະນະ​ທີ່​ການ​ຊອກຫາ​ທາງ​ອອກ​
ດ້ານ​ການ​ເມືອງຍັງສືບ​ຕໍ່ດຳເນີນໄປ ​ແລະ​ພັກຝ່າຍທີ່ເປັນປໍລະປັກ
ໃນ​ພາກ​ເໜືອ​ແລະ​ພາກ​ໃຕ້ຂອງປະເທດ ຍັງພາກັນທຳການ
ໂຈມຕີເພື່ອເຂົ້າ​ຄວບ​ຄຸມ​ເຂດຕ່າງໆນັ້ນ.

​ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ເຢ​ເມນ ທ່ານ Matthew
Tueller ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ທ່ານ​ມີຄວາມຫວັງ​
“ຂ້ອນຂ້າງໄປໃນ​ທາງ​ບວກ” ທີ່​ວ່າ​ ການຕົກລົງຄອງອຳນາດ
ຮ່ວມກັນສະບັບໃໝ່ ສາມາດ​ບັນລຸກັນ​ໄດ້ ລະຫວ່າງ​ລັດຖະບານ​
ທີ່​ຖືກຮັບຮູ້ຈາກນາໆ​ຊາດ ຂອງປະທານາທິບໍດີ Abd-Rabbu Mansour Hadi ​ແລະພວກກະບົດ Houthi ທີ່ຄວບຄຸມນະຄອນຫຼວງ Sanna. ແຕ່ທ່ານໄດ້ບອກກັບອົງ
ການຂ່າວ Reuters ວ່າການຕັດສິນໃຈນີ້ ແມ່ນຈຳເປັນທີ່ຈະຕ້ອງໄດ້ກະທຳໂດຍໄວ.

ທ່ານ Tueller ໄດ້ກ່າວວ່າ “ການໂອ້ລົມສົນທະນາທາງການເມືອງ ຈະບໍ່ໄດ້ຜົນຫຍັງ ຖ້າຫາກທ່ານ Hadi ຖືກພາບແພ້ແລະຈັບກຸມຕົວ ແລະການແຕກຂອງເມືອງ Aden ຊຶ່ງມັນ
ອາດຈະເກີດຂຶ້ນໃນໄວໆນີ້ ”

ທ່ານ Hadi ໄດ້ຫລົບໜີໄປຢູ່ເມືອງ Aden ເພື່ອພະຍາມຈະສ້າງຕັ້ງອຳນາດຂອງທ່ານຢູ່ທີ່ນັ້ນ ໃນເດືອນແລ້ວນີ້ ຫຼັງຈາກທີ່ໄດ້ຫລົບໜີອອກຈາກການກັກບໍລິເວນໂດຍກຸ່ມກະບົດ Houthi ໃນນະຄອນຫຼວງ Sanna. ນັບຕັ້ງແຕ່ນັ້ນມາ ເມືອງ Aden ໄດ້ກາຍເປັນບ່ອນທີ່ມີການປະທະ
ກັນ ລະຫວ່າງກອງກຳລັງທີ່ໜຸນຫຼັງ ທ່ານ Hadi ແລະພວກທີ່ຈົງຮັກພັກດີ ຕໍ່ອະດີດຜູ້ນຳ
ທ່ານ Ali Abdullah Saleh ແລະກຸ່ມກະບົດ Houithi.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG