ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

FBI ເລີ້ມສືບສວນ ກ່ຽວກັບ ຂ່າວຄວາມລັບ ທີ່ຮົ່ວໄຫລ (ວິດີໂອ)


ຜູ້​ອໍານວຍ​ການອົງການ​ສັນຕິ​ບານ​ກາງຫລື FBI ຂອງ​ສະຫະລັດ
ທ່ານ Robert Mueller ​
ຜູ້​ອໍານວຍ​ການອົງການ​ສັນຕິ​ບານ​ກາງຫລື FBI ຂອງ​ສະຫະລັດ ທ່ານ Robert Mueller ​
ຜູ້​ອໍານວຍ​ການອົງການ​ສັນຕິ​ບານ​ກາງຫລື FBI ຂອງ​ສະຫະລັດ
ທ່ານ Robert Mueller ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ​ທີ່ເອົາ​ມາດ​ຕະ
ການ​ແບບ​ເດັດຂາດ​ຕໍ່ອະດີດນັກວິ​ເຄາະຂອງ​ອົງການ​ສື​ບລັບ
ຊີ​ໄອ​ເອ ທີ່ສາລະພາບ​ວ່າ​ ໄດ້ເປີດ​ເຜີຍເອກ​ກະສາ​ນ ກ່ຽວ​ກັບ
​ໂຄງການ​ເຝົ້າຕິດຕາມ​ລັບ​ສຸດ​ຍອດ​ສອງ​ຢ່າງຂອງ​ລັດຖະບານ.

​ໃນ​ການ​ໃຫ້ການ​ຕໍ່​ບັນດາ​ສະມາຊິກ​ລັດຖະສະພາໃນ​ວັນ​ພະ
ຫັດ​ມື້ວານ​ນີ້ ຫົວໜ້າ ອົງການ FBI ທ່ານ Muller ​ໄດ້ໃຫ້ການ
​ຢືນຢັນ​ວ່າ ​ໄດ້​ເລີ້ມທຳການ​ສືບສວນ​ການ​ກະທໍາ​ຜິດ ​ກ່ຽວ​ກັບ
​ການ​ຮົ່ວ​ໄຫລດັ່ງກ່າວ ຊຶ່ງ​ທ່ານເວົ້າ​ວ່າ ​ສ້າງ​ຄວາມ​ເສຍ ຫາຍ​

ທ່ານ Muller ​ກ່າ​ວວ່າ: “ການ​ເປີດ​ເຜີ​ຍ​ເລື່ອງ​ທັງ​ຫລາຍ​ເຫລົ່າ​ນີ້ ​ໄດ້ສ້າງ​ຄວາມເສຍ​ຫາຍ​ຮ້າຍ​ແຮງ​ໃຫ້ແກ່​ປະ​ເທດ​ຊາດ​ ​ແລະ​ຄວາມ​ປອດ​ໄພຂອງ​ພວກເຮົາ.

ພ​ວກ​ເຮົ​າຈະ​ເອົາ​ທຸກ​ບາດກ້າວ​ອັນ​ຈໍາ​ເປັນ ​ຕໍ່ຜູ້ທີ່ຮັບຜິດ​ຊອບ ກ່ຽວ​ກັບການ​ເປີດ​ເຜີຍ​ເລື້ອງ​ເຫຼົ່ານີ້.”

ທ່ານບໍ່​ໄດ້​ກ່າວ​ເຖິງ​ຊື່​ຂອງ​ຜູ້​ສາລະພາບ ​ທີ່​ເຮັດໃຫ້​ຂ່າວ​ດັ່ງກ່າວ​ຮົ່ວໄຫລ ທ້າ​ວ Edward Snowden ຊຶ່ງປັດ​ຈຸ​ບັນ​ນີ້​ຢູ່ທີ່ Hong Kong ​ບ່ອນ​ທີ່​ທ່ານ​ໄດ້​ໃຫ້ຄໍາ​ໝັ້ນສັນ
ຍາວ່າ ຈະຕໍ່ສູ້ໃນ​ການພະຍາ​ຍາມ​ໃດໆ ທີ່​ຈະ​ນໍາ​ໂຕ​ຂອງລາວກັບ​ຄືນ​ມາ ຍັງສະຫະລັດ ​ເພື່ອ​ປະ​ເຊີນໜ້າ​ກັບ​ການ​ກ່າວ​ຫານັ້ນ.

ທ່ານ​ Muller ​ໄດ້​ກ່າວ​ປ້ອງກັນ​ ​ໂຄງການ​ເຝົ້າຕິດຕາມ​ຂອງ​ລັດຖະບານ ​ໂດຍ​ກ່າວ​ວ່າ ​ເປັນ​ໂຄງການ​ທີ່ຖືກ​ຕ້ອງຕາ​ມກົດໝາຍ ​ແລະ​ເປັນ​ເຄຶ່ອງມື​ອັນ​ສໍາຄັນ​ທີ່​ສຸດເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ຂອງພວກ​ກໍ່​ການ​ຮ້າຍ. ທ່ານ​ກ່າວ​ອີກ​ວ່າ ການ​ເປີດ​ເຜີຍ​ອາດ​ຈະ​ເຮັດ​ໃຫ້​ພວກ​ກໍ່​ການ​ຮ້າຍ ປ່ຽນ​ແປງ​ການ​ກະທໍາຂອງ​ເຂົາ​ເຈົ້າ ​ແລະເຮັດ​ໃຫ້​ລໍາບາກ​ຫຼາຍຂຶ້ນໃນ​ການ​ຕິດຕາມ​ເບິ່ງ​ພວກ​ເຂົາ.

ນາຍ​ພົນ Keith Alexander ຫົວໜ້າ​ຫ້ອງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ກ່າວ​ວ່າ ​ໂຄງການ​ຕ່າງໆ​ທີ່ໄດ້​ມີການຈັດຕັ້ງປະຕິບັດ​ໂດຍຫ້ອງການ​ຂອງ​ທ່ານ ​ໄດ້​ຊ່ວຍ​ສະກັດ​ກັ້ນ ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ​ຫລາຍໆສິບ​ເທຶ່ອ​. ບັນດາ​ສະມາຊິກ
ສະພາກ່າວ​ວ່າ ຫ້ອງການຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຫລື NSA ຈະ​ສະ​ເໜີ​ລາຍ
ລະອຽດທີ່ທ່ານ​ໄດ້​ເວົ້າ​ເຖິງ ​ໃນບໍ່​ຊ້າ​ນີ້.

FBI
please wait
Embed
FBI

No media source currently available

0:00 0:00:47 0:00
XS
SM
MD
LG