ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກນັກໂທດໃນລາວ ມີຈຳນວນເພີ່ມຂຶ້ນນັບມື້


ຢາເສບຕິດທີ່ທາງການລາວຍຶດມາໄດ້
ຢາເສບຕິດທີ່ທາງການລາວຍຶດມາໄດ້

​ນັກໂທດທີ່ຖືກຂັງຄຸກໃນລາວ ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນນັກ
ໂທດຈາກຄະດີຍາເສບຕິດ ແຕ່ນັກໂທດທີ່ຖືກຂັງຄຸກຈົນຄົບກຳນົດປ່ອຍຕົວແລ້ວ ກັບບໍ່ມີຈ່າຍປັບໃໝ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານໄຊສີ ສັນຕິວົງ ລັດຖະມົນຕີວ່າການກະຊວງຍຸຕິການ ຖະແຫຼງຢືນຢັນວ່ານັກໂທດ
ທີ່ຕັດສິນໃຫ້ຂັງຄຸກໃນລາວ ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນນັກໂທດ
ທີ່ໄດ້ກະທຳຄວາມຜິດກ່ຽວກັບການລັກລອບຂົນສົ່ງແລະຄ້າຢາເສບຕິດນັ້ນ ນັບເປັນກຸ່ມ
ນັກໂທດທີ່ເພີ່ມຂຶ້ນຫຼາຍທີ່ສຸດ ໃນໄລຍະ 5 ປີ ມານີ້ ທີ່ສານປະຊາຊົນໃນທົ່ວປະເທດລາວ ໄດ້ຮັບການຟ້ອງຮ້ອງຈຳນວນທັງໝົດ 29 ພັນ 780 ເລື່ອງແລະໃນນີ້ ກໍໄດ້ພິຈາລະນາ
ຕັດ​ສິນຄະດີໄປແລ້ວ 28 ພັນ 475 ເລື່ອງ ແຕ່ໃນຂະນະດຽວກັນ ກໍປາກົດວ່າ ມີຫຼາຍກວ່າ
2 ພັນ ກໍລະນີ ທີ່ຄົບກຳນົດພົ້ນໂທດແລ້ວ ກັບບໍ່ມີເງິນຈ່າຍຄ່າປັບໃໝ ຈຶ່ງຕ້ອງແກ້ໄຂ
ດ້ວຍການໃຫ້ອອກແຮງງານແທນຄ່າປັບໃໝ ດັງທີ່ທ່ານໄຊສີ ໄດ້ໃຫ້ການອະທິບາຍວ່າ:
“2ພັນປາຍກວ່າຄະດີນີ້ກະຊວງຍຸຕິທຳພວກເຮົາຈະໄດ້ສືບຕໍ່ຄົ້ນຄວ້າໂດຍອິງໃສ່ເນື້ອ
ໃນຂອງມາດຕາ 46 ຂອງປະມວນກົດໝາຍອາຍາ ໄດ້ກຳນົດກ່ຽວກັບໂທດປັບໃໝ
ວ່າ ຜູ້ກະທຳຜິດ ຖ້າບໍ່ສາມາດໃຊ້ແທນຄ່າປັບໃໝ ແລະຫຼັງພົ້ນໂທດຕັດອິດສະຫຼະ
ພາບແລ້ວ ສາມາດປ່ຽນໂທດປັບໃໝມາເປັນໂທດແຮງງານເພື່ອສາທາລະນະຫຼືໂທດ
ດັດສ້າງໂດຍບໍ່ຕັດ ອິດສະຫຼະພາບ.”

ທາງດ້ານພັນໂທຄຳຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່ໃນສັງກັດກອງກຳລັງ
ປ້ອງກັນຄວາມສະຫງົບໃນນະຄອນວຽງຈັນ ຢືນຢັນວ່າປາກົດການຫຍໍ້ທໍ້ທາງສັງຄົມທີ່ມີ
ຄວາມຮຸນແຮງຫຼາຍຂຶ້ນ ນັບມື້ ໃນປັດຈຸບັນ ຄືເຍົາວະຊົນລາວ ໄດ້ເຂົ້າໄປມີສ່ວນກ່ຽວ
ຂ້ອງໃນອາຊະຍາກຳເພີ່ມຂຶ້ນຢ່າງໄວວາ ໂດຍສະເພາະ ແມ່ນອາຊະຍາກຳທີ່ກ່ຽວຂ້ອງ
ກັບການລັກລອບຄ້າຢາເສບຕິດນັ້ນ ເຍົາວະຊົນລາວໄດ້ເຂົ້າໄປກ່ຽວຂ້ອງຫຼາຍຂຶ້ນນັບມື້ ຊຶ່ງຈະເຫັນໄດ້ຈາກການຕັ້ງເປັນກຸ່ມ​ແກ້ງມົ້ວສຸມເສບຢາແລະລັກລອບຄ້າຢາເສບຕິດ
ນັ້ນ ນັບເປັນບັນຫາຫຍໍ້ທໍ້ທາງສັງຄົມທີ່ມີລະດັບຄວາມຮຸນແຮງເພີ່ມຂຶ້ນ ນັບມື້ ໃນນະຄອນ
ວຽງຈັນ ແລະເຂດຕົວເມືອງໃນແຂວງອື່ນໆ.

ກ່ອນໜ້ານີ້ ທາງການຈີນ ກໍໄດ້ຕົກລົງໃຫ້ການຊ່ອຍເຫຼືອລາວໃນການສ້າງຕັ້ງສູນປູກ
ຈິດສຳນຶກດ້ານເທັກໂນໂລຈີທີ່ທັນສະໄໝສຳລັບເຍົາວະຊົນ ໂດຍຈະກໍ່ສ້າງອາຄານ ແລະຕິດຕັ້ງສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດໂດຍຕົວອາຄານຈະຕັ້ງຢູ່ຕໍ່
ໜ້າພິພິທະພັນໄກສອນພົມວິຫານໃນນະຄອນວຽງຈັນ ເພື່ອເສີມສ້າງບົດບາດເຍົາ
ວະຊົນ ໃຫ້ມີຕໍ່ສັງຄົມ ດ້ວຍກິດຈະກຳຕ່າງໆ ທີ່ແນໃສ່ການປູກຈິດສຳນຶກໃຫ້ເຍົາວະຊົນ
ໃນລາວຕໍ່ຕ້ານຢາເສບຕິດເພາະຈາກການສຳຫຼວດກ່ຽວກັບການຊົມໃຊ້ຢາເສບຕິດ
ໃນລາວ ພົບວ່າມີເຍົາວະຊົນລາວ 4 ແສນກວ່າຄົນ ທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມ
ສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດໃນປັດຈຸບັນ.

ທ່ານກຸ ຈັນສີນາ ປະທານຄະນະກຳມະການຄວບຄຸມແລະກວດກາຢາເສບຕິດແຫ່ງຊາດ ໃຫ້ການຢືນຢັນວ່າ ໃນຮອບປີທີ່ຜ່ານມາທາງການລາວຈັບກຸມແກັ່ງຄ້າຢາເສບຕິດ ​ໄດ້
2 ພັນ 508 ກໍລະນີ ຈັບກຸມຜູ້ຕ້ອງຫາໄດ້ 3 ພັນ 740 ຄົນ ໃນນີ້ເປັນຜູ້ຕ້ອງຫາເພດຍິງ
558 ຄົນ ຊາວຕ່າງຊາດ 74 ຄົນ ຢຶດຢາບ້າ ໄດ້ເຖິງ 1 ພັນ 869 ກິໂລກຣາມ ເຮໂຣອີນ
188 ກິໂລກຣາມ ກັນຊາແຫ້ງ 425 ກິໂລກຣາມ ຢາໄອຊ໌ 144 ກິໂລກຣາມ ຝິ່ນດິບ
106 ກິໂລກຣາມ ສານເຄມີ 6 ພັນ 830 ກິໂລກຣາມ ລົດຍົນ 97 ຄັນ ລົດຈັກ 335 ຄັນ ແລະອາວຸດຫຼາຍກວ່າ 180 ລາຍການ ໂດຍພື້ນທີ່ ທີ່ຈັບກຸມຜູ້ຕ້ອງຫາໄດ້ຫຼາຍທີ່ສຸດ ກໍຄືນະຄອນວຽງຈັນ.

ທາງດ້ານຄະນະກຳມະການປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ ໄດ້ລາຍ
ງານວ່າການຮ່ວມມືລະຫວ່າງທາງການຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດ
ນາມ ພາຍໃຕ້ປະຕິບັດການແມ່ນ້ຳຂອງປອດໄພຈາກບັນຫາຢາເສບຕິດ ທີ່ໄດ້ຈັດຕັ້ງ
ປະຕິບັດຮ່ວມກັນໃນຊ່ວງປີ 2013-2017 ຜ່ານມານັ້ນ ສາມາດປາບປາມການຄ້າ
ຢາເສບຕິດ ໄດ້ເຖິງ 125 ພັນ 274 ກໍລະນີ ແລະຈັບຜູ້ຕ້ອງຫາໄດ້ຫຼາຍກວ່າ 160 ພັນ
ຄົນ ຢຶດຢາບ້າ ໄດ້ຫຼາຍກວ່າ 363 ລ້ານເມັດ ສານເຄມີຫຼາຍກວ່າ 270 ໂຕນ ຢາໄອຊ໌
13 ພັນ 310 ກິໂລກຣາມ ເຮໂຣອີນ ກວ່າ 7 ພັນ 7553 ກິໂລກຣາມ ຝິ່ນດິບ 14 ພັນ
400 ກິໂລກຣາມກັນຊາແຫ້ງ 20 ໂຕນ ທັງຍັງຍຶດອາວຸດສົງຄາມແລະອຸບປະກອນສື່
ສານ ທີ່ທັນສະໄໝໄດ້ຫຼາຍກວ່າ 1 ໝື່ນລາຍການອີກດ້ວຍ.

XS
SM
MD
LG