ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະດີອາຍາ ຢູ່ໃນລາວນັບມື້ ນັບເພີ້ມຂຶ້ນ


ຊາວໜຸ່ມລາວຈໍານວນນຶ່ງ ທີ່ເປັນໂຈນລັກເຄື່ອງຂອງ ຂອງປະຊາຊົນ ທີ່ຖືກຈັບໄດ້ຫວ່າງໝໍ່ໆ ມານີ້
ຊາວໜຸ່ມລາວຈໍານວນນຶ່ງ ທີ່ເປັນໂຈນລັກເຄື່ອງຂອງ ຂອງປະຊາຊົນ ທີ່ຖືກຈັບໄດ້ຫວ່າງໝໍ່ໆ ມານີ້

ອົງການໄອຍະການປະຊາຊົນລາວໄດ້ຮັບສໍານວນຄະດີຄວາມທີ່ກ່ຽວຂ້ອງກັບຂໍ້ຂັດແຍ້ງ ຕ່າງໆລະຫວ່າງປະຊາຊົນລາວຈໍານວນຫຼາຍກວ່າ 3 ໝຶ່ນກໍລະນີຈາກທົ່ວປະເທດໃນໄລຍະ 5 ປີ ທີ່ຜ່ານມາ.

ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ຖະແຫຼງລາຍງານ
ຕໍ່ກອງປະຊຸມໃຫຍ່ຄັ້ງທີ 3 ຂອງອົງຄະນະພັກອົງການໄອຍະການປະຊາຊົນລາວເມື່ອ
ບໍ່ນານມານີ້ວ່າ ໃນໄລຍະນັບຈາກປີ 2007-2011 ທີ່ຜ່ານມາວ່າ ອົງການໄອຍະການ
ປະຊາຊົນທຸກໆລະດັບໃນທົ່ວປະເທດໄດ້ຮັບສໍານວນຄະດີທີ່ເປັນຂໍ້ຂັດແຍ້ງຕ່າງໆ ລະຫວ່າງປະຊາຊົນລາວຈໍານວນທັງໝົດ 30,559 ກໍລະນີ ຊຶ່ງສ່ວນໃຫຍ່ກໍເປັນການຂັດ ແຍ້ງກ່ຽວກັບກໍາມະສິດໃນຊັບສິນ ແລະ ການຂັດແຍ້ງຜົນປະໂຫຍດທາງທຸລະກິດ.

ຍິ່ງໄປກວ່ານັ້ນ ກໍຍັງປະກົດອີກດ້ວຍວ່າ ການຂັດແຍ້ງດັ່ງກ່າວ ໄດ້ເພີ່ມລະດັບຄວາມ
ຮຸນແຮງຫຼາຍຂຶ້ນນັບມື້ຊຶ່ງກໍເຮັດໃຫ້ຍາກຕໍ່ການດໍາເນິນມາດຕະການໄກ່ເກ່ຽເພື່ອເຮັດ
ໃຫ້ຄູ່ກໍລະນີອອມຊອມ ຫຼືຍອມຄວາມກັນ ດັ່ງຈະເຫັນໄດ້ຈາກການທີ່ຍັງມີຄະດີຄວາມ ຕົກຄ້າງຢູ່ໃນອົງການໄອຍະການປະຊາຊົນຫຼາຍພັນກໍລະນີໃນປະຈຸບັນນີ້ ແລະໃນຂະ
ນະດຽວກັນ ກໍຍັງມີການຢື່ນຄໍາຮ້ອງເປັນຄະດີຄວາມໃໝ່ໆເຂົ້າມາເພີ່ມຫຼາຍຂຶ້ນຢ່າງ
ຕໍ່ເນື່ອງອີກດ້ວຍ.

ກອງປະຊຸມໃຫຍ່ຄັ້ງທີ 3 ຂອງຄະນະພັກໃນອົງການໄອຍະການ ປະຊາຊົນລາວ ທີ່ຈັດຂຶ້ນໃນຕົ້ນປີ 2012 ທີ່ຜ່ານມານີ້
ກອງປະຊຸມໃຫຍ່ຄັ້ງທີ 3 ຂອງຄະນະພັກໃນອົງການໄອຍະການ ປະຊາຊົນລາວ ທີ່ຈັດຂຶ້ນໃນຕົ້ນປີ 2012 ທີ່ຜ່ານມານີ້

ທັງນີ້ ໂດຍອີງຕາມລາຍ
ງານຂອງອົງການໄອຍະ
ການປະຊາຊົນລາວ ກໍໄດ້
ລະບຸວ່າໃນຈໍານວນຄະດີ
ຄວາມທັງໝົດ 30,559
ກໍລະນີທີ່ໄດ້ຮັບການຮ້ອງ
ຟ້ອງຈາກປະຊາຊົນລາວ
ໃນໄລຍະ 5 ປີຜ່ານມານີ້
ອົງການໄອຍະການປະຊາ
ຊົນລາວສາມາດແກ້ໄຂໄດ້
ແລ້ວ 26,229 ກໍລະນີ ຫຼື
ຄິດເປັນ 85.83% ຂອງສໍານວນຄະດີຄວາມທັງໝົດໃນຂະນະທີ່ອົງການໄອຍະການ
ປະຊາຊົນໄດ້ຕັ້ງເປົ້າໝາຍໄວ້ວ່າຈະຕ້ອງແກ້ໄຂບັນ ດາຂໍ້ຂັດແຍ້ງຕ່າງໆໃຫ້ໄດ້ບໍ່ໜ້ອຍ
ກວ່າ 95% ຂອງສໍານວນຄະດີຄວາມທັງໝົດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນອົງການໄອຍະການປະຊາຊົນລາວ ກໍໄດ້ການຊີ້ແຈງວ່າ ສາເຫດທີ່ເຮັດໃຫ້ການແກ້ໄຂບັນດາຂໍ້ຂັດແຍ້ງຕ່າງໆບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້
ດັ່ງກ່າວນັ້ນ ກໍເປັນຍ້ອນວ່າຍັງມີພະນັກງານໄອຍະການຈໍານວນບໍ່ໜ້ອຍ ທີ່ປະຕິບັດ ໜ້າທີ່ຢ່າງບໍ່ມີປະສິດທິພາບດັ່ງທີ່ ທ່ານໄດ້ກ່າວວ່າ:

ບັນຫາຄວາມໜັກແໜ້ນທາງດ້ານຄຸນສົມບັດ, ສິນລະທໍາ, ຈາລິຍະທໍາຂອງ ພະນັກງານຈໍານວນໜຶ່ງບໍ່ທັນລືກຊຶ້ງໜັກແໜ້ນຄຸນນະພາບການຕິດຕາມ
ກວດກາປະຕິບັດກົດໝາຍເວົ້າລວມ, ເວົ້າສະເພາະກໍແມ່ນການຕິດຕາມ ກວດກາດໍາເນິນຄະດີຍັງບໍທັນສູງນໍາພາໃຫ້ເກີດມີຫາງສຽງບໍ່ດີຂອງສັງຄົມ ຕໍ່ການດໍາເນີນຄະດີຕາມຂະບວນການຍຸດຕິທໍາ
.”

ນອກຈາກນັ້ນ ບັນຫາຫຍໍ້ທໍ້ໃນສັງຄົມທີ່ນ່າເປັນຮ່ວງຢ່າງຍິ່ງໃນເວລານີ້ ກໍຄືບັນຫາ ອາດຊະຍາກໍາທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງທັງຍັງມີລະດັບຄວາມຮຸນແຮງຫຼາຍຂຶ້ນ ແລະ ເປັນອາຊະຍາກໍາຫຼາຍຮູບແບບທີ່ເກີດຂຶ້ນຢູ່ໃນທຸກວົງການ ແລະກໍປະກົດອີກດ້ວຍວ່າ ມີເຍົາວະຊົນລາວທີ່ເປັນນັກຮຽນ-ນັກສຶກສາໄດ້ເຂົ້າໄປກ່ຽວຂ້ອງອາຊະຍາກໍາຕ່າງໆ
ເພີ່ມຫຼາຍຂຶ້ນອີກດ້ວຍ.

ຊາວໜຸ່ມທີ່ເປັນແກ້ງລັກລົດ
ຊາວໜຸ່ມທີ່ເປັນແກ້ງລັກລົດ

ອາຊະຍາກໍາທີ່ມີເຍົາວະ
ຊົນລາວເຂົ້າໄປກ່ຽວຂ້ອງ
ອີກດ້ວຍນັ້ນກໍມີທັງການ
ກະທໍາຄວາມຜິດກ່ຽວກັບ
ຊີວິດ, ຮ່າງກາຍ, ຊັບສິນ
ແລະໄພສັງຄົມ ສ່ວນສາ
ເຫດທີ່ເຮັດໃຫ້ເຍົາວະຊົນ
ລາວເຂົ້າໄປກ່ຽວຂ້ອງກັບ
ການກໍ່ອາຊະຍາກໍາຫຼາຍ
ຂຶ້ນນັ້ນ ກໍໄດ້ຮັບຢືນຢັນ
ຈາກເຈົ້າໜ້າທີ່ຂັ້ນສູງຂອງ
ລາວວ່າ ເປັນຍ້ອນບັນຫາ
ທາງເສດຖະກິດທີ່ຈະສົ່ງຜົນກະທົບຕໍ່ເນື່ອງ ໄປເຖິງບັນຫາທາງສັງຄົມ ເຊັ່ນ ບັນຫາ
ການຢ່າຮ້າງໃນຄອບຄົວ ທີ່ໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງລູກຫຼານຊຶ່ງເປັນເງື່ອນໄຂ
ທີ່ນໍາໄປສູ່ການຕັ້ງເປັນກຸ່ມແກ້ງຂອງເຍົາວະຊົນທີ່ມີການສຸມເສບຢາ ແລະກໍ່ອາຊະຍາ
ກໍາໃນທີ່ສຸດ.

ນອກຈາກນີ້ ກໍມີສາເຫດມາຈາກການປ່ອຍປະ ຫຼື ການບໍ່ເອົາໃຈໃສ່ຕໍ່ລູກຫຼານຂອງ
ບັນດາພໍ່, ແມ່ຜູ້ປົກຄອງທີ່ລ້ຽງດູລູກຫຼານຂອງພວກຕົນດ້ວຍເງິນ ແລະວັດຖຸສິ່ງຂອງ
ຕ່າງໆ ໂດຍກໍລະນີຕົວຢ່າງທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດໃນປະຈຸບັນນີ້ກໍຄື ການຊື້ ລົດຈັກໃຫ້ເຍົາວະຊົນຊົມໃຊ້ໄດ້ຕາມໃຈຊອບ ແລະບັນຫາທີ່ຕິດຕາມມາກໍຄື ການເສຍ ຜູ້ເສຍຄົນຂອງເຍົາວະຊົນເຫຼົ່ານັ້ນ.

XS
SM
MD
LG