ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອາຊະຍາກຳທີ່ກ່ຽວພັນ ກັບແກັ່ງ ຄ້າຢາເສບຕິດ ແລະ ໂສເພນີ ໃນນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ


ສີ່ຄົນທີ່ຄ້າຢາເສບຕິດຜິດກົດໝາຍຖືກຈັບກຸມເມື່ອມໍ່ໆມານີ້ ພ້ອມຂອງກາງ
ສີ່ຄົນທີ່ຄ້າຢາເສບຕິດຜິດກົດໝາຍຖືກຈັບກຸມເມື່ອມໍ່ໆມານີ້ ພ້ອມຂອງກາງ

ອາຊະຍາກຳທີ່ກ່ຽວພັນກັບແກັ່ງຄ້າຢາເສບຕິດ ແລະ ໂສເພນີ ໃນນະຄອຍນຫຼວງ ວຽງຈັນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນສະຖານບັນເທີງນັ້ນຖືເປັນສະຖານທີ່ໆມີອາຊະຍາກຳເກີດຂຶ້ນຫຼາຍທີ່ສຸດ.

ເຈົ້າໜ້າທີ່ຂັ້ນສູງຂອງນະຄອນຫຼວງວຽງຈັນ ເປີດເຜີຍວ່າບັນຫາໄພສັງຄົມໄດ້ກາຍເປັນບັນຫາທີ່ຮຸນ ແຮງຂຶ້ນນັບມື້ ໂດຍສະເພາະແມ່ນການກໍ່ອາຊະຍາກຳທີ່ພົວພັນກັບບັນດານັກຫຼິ້ນການພະນັນ ແລະ ແກັ່ງຄ້າຢາເສບຕິດນັ້ນໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພົນລະເມືອງ ລາວ ໃນເຂດນະ ຄອນຫຼວງວຽງຈັນຢ່າງກວ້າງຂວາງ ເຖິງແມ່ນວ່າອຳນາດການປົກຄອງໃນນະຄອນຫຼວງວຽງຈັນ ຈະໄດ້ພະຍາຍາມດຳເນີນມາດຕະການເພື່ອປາບປາມຢ່າງເດັດຂາດກໍຕາມ ຫາກແຕ່ວ່າປະສິດທິພາບ ໃນການຈັດຕັ້ງປະຕິບັດນັ້ນກໍຍັງບໍ່ສາມາດຮັບມືກັບບັນຫາຕົວຈິງໄດ້ຢ່າງເທົ່າທັນ ເພາະກຳລັງເຈົ້າ ໜ້າທີ່ມີຫນ້ອຍ ແຕ່ກັບມີຜູ້ກະທຳຄວາມຜິດຈຳນວນຫຼາຍໂດຍສະເພາະແມ່ນອາຊະຍາກຳທີ່ເກີດ ຂຶ້ນໃນສະຖານບັນເທີງທີ່ມີຫຼາຍກວ່າ 2,000 ແຫ່ງໃນນະຄອນຫຼວງວຽງຈັນ ນັ້ນຖືກເປັນພາກສ່ວນທີ່ກວດກາໄດ້ຍາກທີ່ສຸດ ດັ່ງທີ່ເຈົ້າໜ້າທີ່ ລາວ ໄດ້ຢືນຢັນວ່າ

“ບັນຫາທີ່ພວກເຮົາພົບເຫັນໃນການຄຸ້ມຄອງນີ້ ກໍຄືພວກເຮົາເຫັນໃນສັງຄົມມີຫາງສຽງວ່າຫັ້ນແຫຼະ ບັນຫາທີນຶ່ງກະແມ່ນເວົ້າເລື່ອງບັນຫາປາກົດການຫຍໍ້ທໍ້ ການດື່ມເກີນຂອບເຂດເວລາ ແລ້ວກະເມົາອາລະວາດ ຕີກັນ ສອງມາກະສຽງດັງ ສາມມາກະເປີດເກີນໂມງ ເກີນເວລາ ບາງກໍລະນີກະອາດມີການເສບຢາບໍ່ ອັນນີ້ກະຂຶ້ນຢູ່ກັບເຈົ້າໜ້າທີ່ເພິ່ນກວດກາ ຄຸ້ມຄອງຕື່ມເນາະ ແຕ່ວ່າພວກເຮົາກະໄດ້ມີການຄຸ້ມຄອງຕິດຕາມ ກວດກາໂດຍສົມທົບກັບເຈົ້າໜ້າທີ່ເພິ່ນເນາະ.”

ທັງນີ້ກອງບັນຊາການປ້ອງກັນຄວາມສະຫງົບໃນນະຄອນຫຼວງວຽງຈັນ ໄດ້ດຳເນີນການກວດກາໂຮງແຮມບ້ານພັກ ຮ້ານກິນດື່ມ ແລະ ສະຖານບັນເທີງຈຳນວນ 2,425 ແຫ່ງໃນໄລຍະທີ່ຜ່ານມາພົບວ່າ 109 ແຫ່ງໄດ້ມີການລັກລອບຄ້າໂສເພນີ ໂດຍຈັບຜູ້ກະທຳຄວາມຜິດໄດ້ 638 ຄົນໃນນີ້ເປັນຊາວ ຫວຽດນາມ 12 ຄົນທີ່ໄດ້ຖືກສົ່ງກັບຄືນໄປ ຫວຽດນາມ ແລ້ວ ທາງດ້ານສານປະຊາຊົນສູງສຸດກໍລາຍງານວ່າໃນປີ 2016-2020 ສານປະຊາຊົນໄດ້ຮັບການຟ້ອງຮ້ອງທັງຄະດີແຜ່ງ ແລະ ອາຍາຈຳນວນທັງໝົດ 37,840 ກໍລະນີ ເພີ່ມຂຶ້ນເຖິງ 9.81 ເປີເຊັນທຽບກັບ 5 ປີກ່ອນໜ້າ ໂດຍຄະດີທີ່ເພີ່ມຂຶ້ນຫຼາຍທີ່ສຸດຄືຄະດີຢ່າຮ້າງລະຫວ່າງສາມີ-ພັນລະຍາທີ່ກວມເອົາເກີນກວ່າ 90 ເປີເຊັນຂອງຄະດີກ່ຽວກັບຄອບຄົວທັງໝົດ ໂດຍການຢ່າງຮ້າງສ່ວນໃຫຍ່ມີສາເຫດມາຈາກບັນຫາເສດຖະກິດທີ່ເຮັດໃຫ້ແມ່ຍິງ ລາວ ຕ້ອງທຳງານທີ່ສະຖານບັນເທີງເພີ່ມຂຶ້ນນັບມື້ນັ້ນເອງ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກອງບັນຊາການປ້ອງກັນຄວາມສະຫງົບໃນນະຄອນຫຼວງວຽງຈັນ ເປີດເຜີຍວ່າ ອາຊະຍາກຳທີ່ກ່ຽວຂ້ອງກັບຢາເສບຕິດໃນນະຄອນຫຼວງວຽງຈັນຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງນອກຈາກຈະມີສາເຫດມາຈາກການມົ້ວສຸມເສບຢາ ແລະ ການຕັ້ງເປັນກຸ່ມແກັ່ງຕ່າງໆຂອງຊາວໜຸ່ມທີ່ບໍ່ມີວຽກເຮັດງານທຳ ແລະ ບໍ່ມີໂອກາດທາງດ້ານການສຶກສາແລ້ວ ການດຳເນີນມາດຕະການປ້ອງກັນ ແລະ ປາບປາມທີ່ມີປະສິດທິພາບຕໍ່ານັ້ນ ກໍນັບເປັນສາເຫດນຶ່ງທີ່ສຳຄັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໄດ້ໃຫ້ການຢືນຢັນວ່າ

“ການສະກັດກັ້ນ ແລະ ການຕ້ານການລັກລອບການລຳລຽງຂົນສົ່ງການຄ້າຂາຍຢາເສບຕິດຍັງເຮັດບໍ່ທັນໄດ້ດີ ການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຜິດຍັງບໍ່ທັນເຂັ້ມງວດ ຍັງມີລັກ ສະນະບ່ອນເຄັ່ງບ່ອນຍານ ການມີສ່ວນຮ່ວມຂອງສັງຄົມຕໍ່ບັນຫານີ້ຍັງບໍ່ທັນຫຼາຍ ພໍ່ແມ່ປະຊາຊົນຍັງບໍ່ທັນເອົາໃຈໃສ່ສຶກສາອົບຮົມລູກຫຼາຍຂອງຕົນ, ພໍ່ແມ່ຈຳນວນນຶ່ງປະຖິ້ມຄວາມຮັບຜິດຊອບໃຫ້ກາຍເປັນພາລະຂອງລັດ ແລະ ສັງຄົມຕ້ອງໃຫ້ແບກຫາບໃນການປິ່ນປົວ ແລະ ລ້ຽງລູກຂອງເຂົາ ເຈົ້າເຫຼົ່ານັ້ນ.”

ທັ້ງນີ້ໃນ 2 ປີຜ່ານມາ ທາງການລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ 9,430 ກວ່າຄະດີ ຍຶດຢາບ້າໄດ້ 37 ກວ່າລ້ານເມັດ ເຮໂຣອິນອີກກວ່າ 735 ກິໂລກຣາມຍາໄອສ໌ຫຼາຍກວ່າ 2 ໂຕນ ກັນຊາ 6.3 ໂຕນ, ຝິ່ນກວ່າ 500 ກິໂລກຣາມ ໂຄເຄນ 8 ກິໂລກຣາມ ສານເຄມີ 10 ໂຕນ ອາວຸດ ແລະ ອຸບປະກອນສື່ສານ 10,000 ກວ່າລາຍການ.

ສ່ວນທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ຍອມຮັບວ່າບັນຫາອາຊະຍາກຳໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງທັງບັນຫາຢາເສບຕິດ, ການຄ່າເຖື່ອນ-ໜີພາສີ, ການຄ້າໂສເພນີ ແລະ ການເຂົ້າເມືອງທີ່ຜິດກົດໝາຍ ຈຶ່ງເຮັດໃຫ້ຕ້ອງເພີ່ມມາດຕະການກວດກາຢ່າງເຂັ້ມງວດຢູ່ເຂດ 39 ບ້ານເປົ້າໝາຍທີ່ຕັ້ງຢູ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ທີ່ມີຊາວ ຈີນ ເດີນທາງມາຫຼິ້ນການພະນັນຢູ່ທີ່ບ່ອນກາຊີໂນ King Roman ນັ້ນເປັນກໍລະນີພິເສດ ໂດຍສະເພາະກໍແມ່ນໃນໄລຍະຂອງການສົ່ງເສີມການທ່ອງທ່ຽວລະຫວ່າງ ລາວ ກັບ ຈີນ ໃນປີ 2018-2019 ນັ້ນທາງການ ລາວ ໄດ້ຈັບກຸມອາຊະຍາກອນຊາວ ຈີນ ທີ່ກະທຳຄວາມຜິດໃນ ລາວ ແລະ ໄດ້ສົ່ງຕົວໄປໃຫ້ກັບທາງການ ຈີນ ແລ້ວຈຳນວນ 313 ຄົນທີ່ຮ່ວມກັນສໍ້ໂກງເງິນຈາກຊາວ ຈີນ ດ້ວຍກັນ ໂດຍຜ່ານລະບົບອິນເຕີແນັດ ຈຳນວນເກີນກວ່າ 1,200 ກໍລະນີ ທີ່ຄິດເປັນມູນຄ່າໃນການສໍ້ໂກງຫຼາຍກວ່າ. 200 ລ້ານຢວນ ສ່ວນສະຫະພັນແມ່ຍິງ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອແມ່ຍິງ ລາວ 146 ຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດໃນ ຈີນ, ຫວຽດນາມ ແລະ ໄທ ໃນປີທີ່ຜ່ານມາ.

XS
SM
MD
LG