ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊະຍາກຳ ທີ່ກ່ຽວພັນກັບນັກພະນັນ ແລະ ແກັ່ງຄ້າຢາເສບຕິດ ໃນນະຄອນຫຼວງວຽງຈັນ  ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ


ລາວ ສົ່ງຄົນ ຈີນ ທີ່ລະເມີດກົດໝາຍ ໃນລາວກັບຄືນປະເທດ.
ລາວ ສົ່ງຄົນ ຈີນ ທີ່ລະເມີດກົດໝາຍ ໃນລາວກັບຄືນປະເທດ.

ອາຊະຍາກຳທີ່ກ່ຽວພັນກັບນັກພະນັນ ແລະ ແກັ່ງຄ້າຢາເສບຕິດໃນນະຄອນຫຼວງວຽງຈັນ ຍັງເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ການດຳເນີນການປາບປາມຂອງພາກສ່ວນຮັບຜິດຊອບບໍ່ມີປະສິດທິ ພາບ.


ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງຍອມຮັບວ່າບັນຫາໄພສັງຄົມໄດ້ກາຍເປັນບັນຫາທີ່ຮຸນແຮງຂຶ້ນນັບມື້ ໂດຍສະເພາະແມ່ນການກໍ່ອາຊະຍາກຳທີ່ພົວພັນກັບບັນດານັກຫຼິ້ນການພະນັນ ແລະ ແກັ່ງຄ້າຢາເສບຕິດນັ້ນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພົນລະ ເມືອງ ລາວ ໃນເຂດນະຄອນຫຼວງວຽງຈັນ ຢ່າງກວ້າງຂວາງໃນປັດຈຸບັນນີ້ ແລະ ເຖິງແມ່ນວ່າອຳ ນາດການປົກຄອງນະຄອນຫຼວງວຽງຈັນ ຈະພະຍາຍາມດຳເນີນມາດຕະການເພື່ອປາບປາມຢ່າງເດັດຂາດກໍຕາມ ຫາກແຕ່ວ່າປະສິດທິພາບໃນການຈັດຕັ້ງປະຕິບັດນັ້ນກໍຍັງບໍ່ສາມາດຮັບມືກັບບັນ ຫາຕົວຈິງໄດ້ຢ່າງເທົ່າທັນ ເພາະກຳລັງເຈົ້າໜ້າທີ່ມີນ້ອຍ ແຕ່ກັບມີຜູ້ກະທຳຜິດຈຳນວນຫຼາຍດັ່ງທີ່ທ່ານ ສິນລະວົງ ໄດ້ໃຫ້ການຢືນຢັນວ່າ

“ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມເຊັ່ນບັນຫາຢາເສບຕິດ ກໍໄດ້ເອົາໃຈໃສ່ປາບປາມ ແຕ່ຍັງບໍ່ທັນຫຼຸດລົງ, ອຸບັດຕິເຫດທ້ອງຖະໜົນ, ບັນຫາສັງຄົມ, ການປຸ້ນຈີ້, ຊິງຊັບ, ກຸ່ມແກັ່ງກວນເມືອງ, ຂໍ້ຂັດແຍ້ງຄະດີຄວາມຕ່າງໆໄດ້ມີມາດຕະການແກ້ໄຂ ແລະ ມີຫຼາຍມາດຕະການຄວບຄຸມ ແຕ່ການເຄື່ອນໄຫວຕົວຈິງກໍຍັງບໍ່ທັນແຂງແຮງ ແລະ ຕໍ່ເນື່ອງ ຈຳນວນຜູ້ເສຍຊີວິດ ແລະ ຊັບສິນທີ່ເສຍຫາຍຍ້ອນອຸບັດຕິເຫດ ແລະ ບັນຫາສັງຄົມ ກໍຍັງໜັກໜ່ວງ ອັນໄດ້ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ກະທົບຕໍ່ຄອບຄົວ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກອງບັນຊາການປ້ອງກັນຄວາມສະຫງົບໃນນະຄອນຫຼວງວຽງຈັນ ເປີດເຜີຍວ່າອາຊະຍາກຳທີ່ກ່ຽວຂ້ອງກັບຢາເສບຕິດໃນນະຄອນຫຼວງວຽງຈັນ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງນອກຈາກຈະມີສາເຫດມາຈາກການມົ້ວສຸມເສບຢາ ແລະ ການຕັ້ງເປັນກຸ່ມແກັ່ງຕ່າງໆຂອງຊາວໜຸ່ມທີ່ບໍ່ມີງານທຳ ແລະ ບໍ່ມີໂອກາດທາງດ້ານການສຶກສາແລ້ວ ການດຳເນີນມາດຕະການປ້ອງກັນ ແລະ ການປາບປາມທີ່ມີປະສິດທິພາບຕໍ່ານັ້ນ ກໍນັບເປັນສາເຫດນຶ່ງທີ່ສຳຄັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໄດ້ໃຫ້ການຢືນຢັນວ່າ

“ການສະກັດກັ້ນ ແລະ ການຕ້ານການລັກລອບການລຳລຽງຂົນສົ່ງ ການຄ້າຂາຍຢາເສບຕິດຍັງເຮັດບໍ່ທັນໄດ້ດີ ການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຜິດ ຍັງບໍ່ທັນເຂັ້ມງວດ ຍັງມີລັກສະນະບ່ອນເຄັ່ງບ່ອນຍານ ການມີສ່ວນຮ່ວມຂອງສັງຄົມຕໍ່ບັນຫານີ້ຍັງບໍ່ທັນຫຼາຍ ພໍ່ແມ່ປະຊາ ຊົນຍັງບໍ່ທັນເອົາໃຈໃສ່ສຶກສາອົບຮົບລູກຫຼານຂອງຕົນ ພໍ່ແມ່ຈຳນວນນຶ່ງໄດ້ປະຖິ້ມຄວາມຮັບຜິດ ຊອບໃຫ້ກາຍເປັນພາລະຂອງລັດ ແລະ ສັງຄົມຕ້ອງໄດ້ແບກຫາບໃນການປິ່ນປົວ ແລະ ລ້ຽງລູກຂອງເຂົາເຈົ້າເຫຼົ່ານັ້ນ.”

ທັງນີ້ໃນ 2 ປີຜ່ານມາ ຕຳຫຼວດ ລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນຈາກ 9,430 ກວ່າຄະດີ, ຍຶດຢາບ້າ 37 ກວ່າລ້ານເມັດ, ເຮໂຣອິນ ກວ່າ 735 ກິໂລກຣາມ, ຢາໄອສ໌ ກວ່າ 2 ໂຕນ, ກັນຊາ 6.3 ໂຕນ, ຝິ່ນ ກວ່າ 500 ກິໂລກຣາມ, ໂຄເຄນ 8 ກິໂລກຣາມ, ສານເຄມີ 10 ໂຕນ, ອາວຸດປືນ ແລະ ອຸປະກອນສື່ສານ 1 ໝື່ນກວ່າລາຍການ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບ ກໍເປີດເຜີຍວ່າການກໍ່ອາຊະຍາກຳທີ່ກ່ຽວກັບຂ້ອງກັບບັນດານັກຫຼິ້ນການພະນັນ ແລະ ກຸ່ມແກັ່ງອາຊະຍາກອນຈາກ ຈີນ ໃນ ລາວ ກໍມີທ່າອຽງເພີ່ມຂຶ້ນນັບມື້ເຊັ່ນກັນ ໂດຍສະເພາະແມ່ນໃນໄລຍະຂອງການສົ່ງເສີມການທ່ອງທ່ຽວລະ ຫວ່າງ ລາວ ກັບ ຈີນ ໃນປີ 2018-2019 ນັ້ນທາງການ ລາວ ໄດ້ຈັບກຸມອາຊະຍາກອນຊາວ ຈີນ ທີ່ກະທຳຄວາມຜິດໃນ ລາວ ແລະ ໄດ້ສົ່ງຕົວໃຫ້ກັບທາງການ ຈີນ ແລ້ວຈຳນວນ 313 ຄົນທີ່ຮ່ວມກັນສໍ້ໂກງເງິນຈາກຊາວ ຈີນ ດ້ວຍກັນ ໂດຍຜ່ານລະບົບອິນເຕີເນັດເກີນກວ່າ 1,200 ກໍລະນີທີ່ຄິດເປັນມູນຄ່າໃນການສໍ້ໂກງຫຼາຍກວ່າ 100 ລ້ານຢວນ.

ສ່ວນທ່ານ ບົງຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ຍອມຮັບວ່າບັນຫາອາຊະຍາກຳໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ທັງບັນຫາຢາເສບຕິດ, ການຄ້າເຖື່ອນໜີພາສີ, ການຄ້າປະເວນີ ແລະ ການເຂົ້າເມືອງທີ່ຜິດກົດໝາຍ ຈຶ່ງເຮັດໃຫ້ຕ້ອງເພີ່ມມາດຕະການກວດກາຢ່າງເຂັ້ມງວດຢູ່ເຂດ 39 ບ້ານເປົ້າໝາຍທີ່ຕັ້ງຢູ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ເມືອງຕົ້ນເຜິ້ງ, ຊຶ່ງມີຊາວຕ່າງຊາດໂດຍສະເພາະແມ່ນຊາວ ຈີນ ໄດ້ເດີນທາງມາຫຼິ້ນການພະນັນຢູ່ທີ່ບ່ອນກາຊິໂນ King Roman ນັ້ນເປັນກໍລະນີພິເສດ.

ທັງນີ້ໂດຍມີສາເຫດມາຈາກເຫດການທີ່ຊາວ ຈີນ ໄດ້ສັງຫານຊາວ ຈີນ ດ້ວຍກັນເຖິງ 4 ສົບ ແລະ ພະຍາຍາມຫຼົບໜີໄປກັບພັນລະຍາ ພ້ອມດ້ວຍເງິນ ຈີນ 8 ແສນຢວນ, ເງິນ ໄທ 5 ໝື່ນບາດ ແລະ ຊິບພະນັນກວ່າ 1 ແສນຢວນ ໂດຍຜູ້ກ່ຽວກໍຖືກຈັບກຸມຕົວ ເພາະໄດ້ຮັບບາດເຈັບຈາກການຖືກຍິງໃນປະຕິບັດການຈັບກຸມຂອງຕຳຫຼວດ ລາວ ສ່ວນພັນລະຍາຂອງຜູ້ກ່ຽວນັ້ນຍັງສາມາດຫຼົບໜີໄປໄດ້ຈົນເຖິງປັດຈຸບັນນີ້.

XS
SM
MD
LG