ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ ໄຄຣເມຍ ປ່ອຍ ຜູ້​​ບັນ​ຊາການ ​ກອງທັບ​ເຮືອ ຢູເຄຣນ ແລ້ວ (ວີດີໂອ/ສະໄລດ໌)


UKRAINE VOSOTVO
please wait
Embed

No media source currently available

0:00 0:01:24 0:00
ປະທານາທິບໍດີ​ຊົ່ວຄາວ​ຂອງຢູ​ເຄຣນ ກ່າວ​ວ່າ ຜູ້ບັນ​ຊາການ
​ທະຫານ​ເຮືອ​ຂອງປະເທດ​ໄດ້​ຖືກປ່ອຍແລ້ວ ຫຼັງ​ຈາກກອງ
​ກຳລັງຣັດ​ເຊຍແລະ​ບັນດາ​ເຈົ້າ​ໜ້າ​ທີ່ໄຄຣ​ເມຍ ໄດ້ເຂົ້າຍຶດ
​ເອົາກອງບັນ​ຊາ​ການທະຫານເຮືອຢູເຄຣນ ​ໃນ​ເຂດໄຄຣ​ເມຍ​ນັ້ນ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ ຂອງ​ປະທາ​ນາທີ​ບໍດີ Oleksandr
Turchynov ​ກ່າວ​ວ່າ ພົນ​ເຮືອ ຕີ Sergei Haiduk ໄດ້ຖືກ
ປ່ອຍ ພ້ອມດ້ວຍຕົວປະກັນພົນລະເຮືອນຈຸນຶ່ງ ທີ່ບໍ່ໄດ້ແຈ້ງ
ຈຳນວນໃຫ້ຊາບ.

​ກຸ່ມ​ດັ່ງກ່າວ ​ໄດ້​ຖືກ​ກັກ​ຂັງ​ໄວ້ ຫຼັງ​ຈາກກອງ​ບັນ​ຊາ​ການ
ທະຫານ​ເຮືອຂອງຢູເຄຣນໃນ​ເຂດ ໄຄຣ​ເມຍ​ ທີ່ເມືອງ​ທ່າ Sevastopol ​ໄດ້​ຖືກ​ຍຶດ​
ໃນ​ວັນ​ພຸດ​ວານ​ນີ້​ແລ້ວ.

ລາຍ​ງານຂ່າວ ແຈ້ງໃຫ້ຊາບ​ວ່າ ພວກທະຫານບ້ານທີ່ນິຍົມຣັດເຊຍ ທີ່ເອີ້ນຕົນເອງວ່າ
ກຳລັງປ້ອງກັນຕົວຂອງເຂດໄຄຣເມຍນັ້ນ ​ແມ່ນ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ ໃນການ​ເຂົ້າ​ຍຶດ
ກອງບັນຊາການຄັ້ງ​ນີ້ ​ແຕ່​ຖະແຫຼງການ​ຂອງປະທານາທິບໍດີ Turchynov ຊີ້​ໃຫ້ເຫັນວ່າ
ກອງ​ກຳລັງ​ຂອງຣັດ​ເຊຍກໍ​ແມ່ນ​ມີ​ສ່ວນ​ພົວພັນ​ນຳດ້ວຍ.


ການ​ເຂົ້າ​ຍຶດກອງບັນຊາການທະຫານເຮືອຊຶ່ງບໍ່ໄດ້ມີການຕ້ານຢັນຈາກທະຫານຢູເຄຣນ
ໃນ​ຄັ້ງນີ້ ໄດ້​ມີ​ຂຶ້ນ​ນຶ່ງ​ມື້​ ຫຼັງຈາກ​ທີ່​ທາງ​ກຸງ​ມົສກູ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ກັບເຈົ້າ​ໜ້າ​ທີ່​
ທ້ອງ​ຖິ່ນ ທີ່ເຮັດໃຫ້​ເຂດໄຄຣ​ເມຍ ​ເປັນພາກສ່ວນນຶ່ງຂອງຣັດ​ເຊຍ.​ ເຂດໄຄຣເມຍໄດ້
ປ່ອນບັດ ແຍກຕົວອອກຈາກຢູເຄຣນແລະເຂົ້າຮ່ວມກັບຣັດເຊຍ ໃນການລົງປະຊາມະຕິ
ເມື່ອວັນອາ ທິດແລ້ວ ທີ່ສະຫະລັດ​ແລະສະຫະພາບ​ຢູ​ໂຣບ ປະກາດ​ວ່າ ​ຜິດ​ກົດໝາຍນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຢູ​ເຄຣນ ​ໄດ້​ກ່າວ​ວ່າ ຢູເຄຣນ​ໄດ້
​ຮ່າງແຜນກາ​ນ ທີ່​ຈະ​ຍົກຍ້າຍທະຫານຂອງຕົນ ທີ່ມີຈຳນວນບໍ່ຫຼາຍປານໃດນັ້ນ ອອກ​ຈາກ
​ແຫຼມ ໄຄຣ​ເມຍ ຊຶ່ງໝາຍເຖິງການຍອມສູນເສຍການຄວບຄຸມທາງທະຫານ​ຢູ່ເຂດດັ່ງກ່າວ.

XS
SM
MD
LG