ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໄຄຣເມຍ ລົງມະຕິ ເຫັນດີ ເຂົ້າຮ່ວມ ກັບຣັດເຊຍ (ວີດີໂອ/ສະໄລດ໌)


In Controversial Ballot, Crimeans Vote to Join Russia
please wait

No media source currently available

0:00 0:02:27 0:00
ສະພາ​ຂອງ​ເຂດ​ໄຄຣ​ເມຍ ​ໄດ້ປະກາດ​ເປັນ​ເອກ​ກະລາດ​ຈາກ
​ຢູ​ເຄຣນ ​ແລະ​ຂໍ​ຮ້ອງເຂົ້າ​ເປັນ​ພາກ​ນຶ່ງ​ຂອງຣັດ​ເຊຍ ນຶ່ງ​ມື້​ຫຼັງ​
ຈາກ​ການ​ລົງ​ປະຊາ​ມະຕິ​ໃນ​ແຫຼມ​ໄຄຣ​ເມຍ ຊຶ່ງ​ປະຊາຊົນ​ໄດ້​
ໃຫ້ການ​ສະໜັບສະໜຸນ​ຢ່າງ​ຖ້ວມ​ລົ້ນ ​ແກ່​ການ​ເຂົ້າ​ຮ່ວມ​ໃນ​
ສະຫະພັນ​ຣັດ​ເຊຍນັ້ນ.

ຄະນະ​ຜູ້ຕາງໜ້າ​ຂອງ​ສະພາ​ໄຄຣ​ເມຍ​ຈຸ​ນຶ່ງ ກຳນົດ​ຈະ​ເດີນທາງ​
ໄປ​ຍັງ​ກຸງ​ມົສກູ ໃນ​ວັນ​ຈັນ ​ມື້​ນີ້ ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​
ລະບຽບ​ການ​ເພີ້​ມ​ເຕີມ​ອື່ນໆ​ທີ່ຈຳ​ເປັນ ​ເພື່ອ​ເຂົ້າຮ່ວມ​ກັບຣັດ​ເຊຍ
​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ສະພາ​ແຫ່ງ​ຊາດ​ຢູ​ເຄຣນ ​ກໍໄດ້​ຮັບຮອງ​ເອົາ​ການ​ເກນ​ທະຫານ​ສຳຮອງ​ເປັນ​ບາງ​ສ່ວນ ໃນ​ການ​ຕອບ​ສະໜອງ​ຕໍ່​ວິ​ກິດ​ການ​ດັ່ງກ່າວ.

UKRAINE CNPK
please wait
Embed

No media source currently available

0:00 0:01:29 0:00

ຄາດ​ວ່າ ສະຫະລັດ ພ້ອມກັບ​ພວກ​ປະ​ເທດ​ພັນທະ​ມິດ​ໃນ​ຢູ​ໂຣບ ​ຈະ​ປະກາດ​ການ
​ລົງ​ໂທດຕ່າງໆ​ຕໍ່ຣັດ​ເຊຍ ໃນ​ວັນ​ຈັນ​ມື້​ນີ້ .

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວ​ຕໍ່​ຄູ່​ຕຳ​ແໜ່​ງຈາກຣັດ​ເຊຍ
ທ່ານ Vladimir Putin ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ກຸງ​ວໍ​ຊິງ​ຕັນ ​ແລະ​ພວກ​ປະ​ເທດພາຄີ​
ໃນ​ຢູ​ໂຣບ ກຳລັງ​ກະກຽມ​ເພື່ອ​ສ້າງ​ຄວາມ​ເສຍ​ຫາຍ​ເພີ້​ມອີກ​ແກ່​ກຸງ​ມົສກູ ທີ່​ໃຫ້ການ​ສະ
ໜັບສະໜຸນການ​ລົງ​ປະຊາ​ມະຕິ​ ທີ່​ແບ່ງ​ແຍກ​ດິນ​ແດນ​ໃນ​ແຫຼມ​ໄຄຣ​ເມຍ​ຂອງ​ຢູ​ເຄຣນ
ນັ້ນ.

ວີດີໂອ: ທ່ານໂອບາມາກ່າວວ່າ ກຳລັງມີການປຸກລະດົມ ເພື່ອໂດດດ່ຽວຣັດເຊຍ:

Obama: 'US Is Mobilizing to Isolate Russia'
please wait

No media source currently available

0:00 0:04:29 0:00


ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຂອງ​ທຳນຽບຂາວ ​ເອີ້ນ​ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ອາທິດ
​ວານ​ນີ້ວ່າ ຜິດ​ກົດໝາຍ ​ແລະເປັນ​ການ​ຝ່າຝືນ​ລັດຖະທຳ​ມະນູນ​ຂອງ​ຢູ​ເຄຣນ. ຖະ
​ແຫຼ​ງການ ຍັງ​ກ່າວ ​ຕື່ມ​ວ່າ ການ​ລົງ​ປະຊາ​ມະຕິ ຈະ“ບໍ່​ໄດ້​ຮັບ​ການ​ຮັບ​ຮູ້ຈັກ​ເທື່ອ
​ຈາກ​ສະຫະລັດ ​ແລະ​ປະຊາ​ຄົມ​ໂລກ​.”

ຜົນການລົງປະຊາມະຕິ ຢູ່ໄຄຣເມຍ.
ຜົນການລົງປະຊາມະຕິ ຢູ່ໄຄຣເມຍ.

ຫົວໜ້າ​ຈັດການ​ປ່ອນ​ບັດ​ຂອງ​ໄຄຣ​ເມຍ ປະກາດ​ໃຫ້​ຮູ້​ໃນ​ວັນຈັນ​ມື້​
ນີ້​ວ່າ ​ຜູ້​ປ່ອນ​ບັດ​ໃນ​ຈຳນວນ​ເກືອບ 97 ​ເປີ​ເຊັນ​ທີ່​ໄປ​ລົງ​ຄະ​ແນນ​
ສຽງໄດ້​ໃຫ້ການ​ສະໜັບສະໜຸນຕໍ່​ການ​ແບ່ງ​ແຍກ​ດິນ​ແດນ ​ແລະ​
ການ​ເຂົ້າ​ຮ່ວມ​ກັບຣັດ​ເຊຍ​ນັ້ນ. ແຕ່​ວ່າ ພວກ​ທີ່​ຄັດຄ້ານ​ຕໍ່​ການ
ເຄື່ອນ​ໄຫວ​ດັ່ງກ່າວ ​ໄດ້​ຖືກ​ແນະນຳ​ໃຫ້​ພາກັນ​ຄັດຄ້ານ​ບໍ່​ໄປອອກ
ສຽງ​ໃນ​ການລົງປະຊາ​ມະຕິ ​ໃນ​ຄັ້ງ​ນີ້.

ທ່ານ Sergei Aksyonov ຜູ້ນຳ​ໄຄຣ​ເມຍ ຫົວ​ນິຍົມ​ກຸງ​ມົສກູ
ປະກາດ​ວ່າ ລັດຖະບານ​ຂອງ​ທ່ານ​ ຈະ​ທຳ​ການ​ຂໍ​ຮ້ອງ​ຢ່າງ​ເປັນ​
ທາງ​ການ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ເຂົ້າ​ຮ່ວມໃນ​ສະຫະ ພັນຣັດ​ເຊຍ.

ຊາວໄຄຣເມຍສະຫຼອງກັນທີ່ຈະຕຸລັດເລນິນ ທີ່ນະຄອນ Simferopol
ຊາວໄຄຣເມຍສະຫຼອງກັນທີ່ຈະຕຸລັດເລນິນ ທີ່ນະຄອນ Simferopol

ທີ່​ກຸງ Kyiv ນາຍົກລັດຖະມົນຕີຮັກສາການ​ຂອງ​ຢູ​ເຄຣນ ທ່ານ
Arseniy Yatsenyuk ​ເອີ້ນ​ການ​ປ່ອນ​ບັດ​ໃນ​ແຫຼມ​ໄຄຣ​ເມຍ ​
ທີ່​ໄດ້​ການ​ໜຸນ​ຫຼັງ​ຈາກ​ກຸງ​ມົສກູ​ວ່າ ​ເປັນ “ລະຄອນສັດອັນ​ນຶ່ງ”
ທີ່​ຖືກ​ຣັດ​ເຊຍ​ເອົາປືນ​ຈີ້ໃຫ້​ຫລິ້ນ.

ຖະ​ແຫຼ​ງການ​ສະ​ບັບນຶ່ງ​ ຂອງ​ທຳ​ນຽບຂາວ​ກ່ອນ​ໜ້າ​ນັ້ນ ກ່າວ​ວ່າ ບໍ່​ຄວນ​ຈະ​ມີ​ການ​ຕັດສິນ​ໃຈ​ໃດໆ​ກ່ຽວ​ກັບ​ອະນາຄົດ​ຂອງ​ຢູ​ເຄຣນ ​ໂດຍ​ບໍ່​ມີ​ລັດຖະບານ​ແຫ່ງ​ຊາດ​ຂອງ​
ຢູ​ເຄຣນ​ເຂົ້າ​ຮ່ວມ​ນຳ.

XS
SM
MD
LG