ນັກສຶກສາອາຍຸ 18 ປີ ຄົນນຶ່ງ ໄດ້ຍິງປືນໃສ່ ແລະສັງຫານ 19 ຄົນ ແລະເຮັດໃຫ້
ຫລາຍກວ່າ 50 ຄົນ ໄດ້ຮັບບາດເຈັບ ຢູ່ໃນວິທະຍາໄລເຕັກນິກແຫ່ງນຶ່ງໃນແຫລມ
ໄຄຣເມຍ.
ຕຳຫລວດເວົ້າວ່າ ມືປືນຄົນນັ້ນ ແມ່ນທ້າວ ວລາດິສລາຟ ຣົສລີຢາກອັຟ (Vladislav Roslyakov) ນັກສຶກສາປີທີ 4 ຂອງວິທະຍາໄລເຕັກນິກ ຢູ່ໃນເມືອງເຄີຈຊ໌ (Kerch) ທີ່
ຕັ້ງຢູ່ແຄມທະເລດຳ. ລາວເສຍຊີວິດຢູ່ໃນທີ່ເກີດເຫດນັ້ນຊຶ່ງປາກົດວ່າຍ້ອນການຂ້າໂຕ
ຕາຍ.
ພວກນັກສອບສວນ ແລະຜູ້ອຳນວຍການວິທະຍາໄລເວົ້າວ່າ ພາຍຫລັງທີ່ມີລະເບີດແຕກ
ຂຶ້ນ ມືປືນຄົນນັ້ນກໍເຂົ້າໄປໃນຕຶກ ແລ້ວກໍຍິງປືນໃສ່ທຸກຄົນທີ່ລາວເຫັນ ຢູ່ໃນວິທະຍາໄລ
ສັບພະວິຊາເຄີຈຊ໌ ນັ້ນ.
"ລາວຍ່າງເລາະ ແລະກໍຍິງນັກສຶກສາ ແລະອາຈານແບບເລືອດເຢັນເລີຍ,” ນັ້ນຄືຄຳ
ເວົ້າຂອງທ່ານ ເຊີເກ ອັກຄີຢອນນັອຟ (Sergei Aksyonov), ຜູ້ນຳໃນຂົງເຂດແຫລມ
ໄຄຣເມຍ, ຊຶ່ງເປັນແຫລມທີ່ຣັດເຊຍໄດ້ຍຶດເອົາຈາກຢູເຄຣນ ມາ ເຂົ້າເປັນສ່ວນນຶ່ງ
ຂອງຕົນໃນປີ 2014 ແລະໄດ້ເຮັດໃຫ້ເກີດມີການລົງໂທດຫຼາຍ ງວດຈາກປະເທດຕາ
ເວັນຕົກຕໍ່ຣັດເຊຍ.
ທ່ານ ດມິຕຣີ ແພັສຄັອຟ (Dmitry Peskov) ໂຄສົກຂອງປະທານາທິບໍດີ ຣັດເຊຍ
ເວົ້າວ່າ ທ່ານ ວລາດິເມຍ ປູຕິນ ໄດ້ອອກຄຳສັ່ງໃຫ້ທຳການສອບສວນຢ່າງຖີ່ຖ້ວນ
ແລະສົ່ງຄວາມເສົ້າສະຫລົດໃຈໄປຫາຄອບຄົວຂອງຜູ້ໄດ້ຮັບເຄາະ ຮ້າຍ.
ຜູ້ກວດກາລັດຖະສະພາທີ່ເປັນຜູ້ຍິງຄົນນຶ່ງ ກ່າວຕໍ່ອົງການຂ່າວທາສ (Tass) ວ່າ ຜູ້
ໄດ້ຮັບເຄາະຮ້າຍສ່ວນໃຫຍ່ແມ່ນເປັນນັກສຶກສາ.
ຢູ່ໃນພວກທີ່ໄດ້ຮັບບາດເຈັບ 53 ຄົນນັ້ນມີ 12 ຄົນຢູ່ໃນອາການສາຫັດ. ພວກເຈົ້າ
ໜ້າທີ່ເວົ້າວ່າ ແມ່ຂອງມືປືນທີ່ເປັນພະຍາບານ ໄດ້ຊ່ວຍປິ່ນປົວຄົນທີ່ໄດ້ຮັບບາດ
ເຈັບຫລາຍຄົນ ໂດຍບໍ່ຮູ້ຈັກວ່າລູກຊາຍຂອງຕົນເປັນຜູ້ທຳການເຂັ່ນຂ້າອັນໂຫດ
ຮ້າຍດັ່ງກ່າວ ຫລື ບໍ່ຮູ້ເລີຍວ່າ ລູກຊາຍຂອງຕົນຕາຍແລ້ວ.
ປະທານາທິບໍດີປູຕິນເວົ້າຢູ່ກອງປະຊຸມຖະແຫລງຂ່າວໃນນະຄອນຫລວງມົສກູວ່າ
ອາດມີຫລາຍກວ່າຄົນນຶ່ງ ທີ່ມີສ່ວນກ່ຽວຂ້ອງກັບການໂຈມຕີດັ່ງກ່າວ ແລະພວກ
ນັກສອບສວນກຳລັງພະຍາຍາມທີ່ຈະຊອກຫາສາເຫດທີ່ພາໃຫ້ເກີດເຫດການນັ້ນ.
ພວກເຈົ້າໜ້າທີ່ຣັດເຊຍ ໃຫ້ຄຳອະທິບາຍຫລາຍຢ່າງກ່ຽວກັບເຫດການທີ່ເກີດຂຶ້ນນັ້ນ.
ທຳອິດພວກເຂົາເຈົ້າລາຍງານວ່າ ອາຍແກັສລະເບີດຂຶ້ນຢູ່ຫ້ອງອາຫານຂອງໂຮງ
ຮຽນ ໂດຍສົງໄສວ່າມີການໂຈມຕີຂອງພວກກໍ່ການຮ້າຍ.
ຄະນະກຳມະການຕ້ານການກໍ່ການຮ້າຍແຫ່ງຊາດເວົ້າວ່າ ພວກທີ່ເສຍຊີວິດໄປແມ່ນ
ຍ້ອນໄດ້ຮັບບາດເຈັບຈາກການຖືກຍິງ ພາຍຫລັງທີ່ມີຖະແຫລງການຂອງພວກເຈົ້າ
ໜ້າທີ່ຄົນອື່ນທີ່ເວົ້າວ່າ ພວກເຂົາເສຍຊີວິດຍ້ອນລະເບີດແຕກ. ຄະນະກຳມະການ
ດັ່ງກ່າວ ໃນເວລາຕໍ່ມາເວົ້າວ່າ ການໂຈມຕີດັ່ງກ່າວເປັນການສັງຫານໝູ່ ແລະບໍ່ແມ່ນ
ການກໍ່ການຮ້າຍ ແຕ່ຢ່າງໃດ.