ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຄຣເມຍ ກະກຽມ ການລົງປະຊາມະຕິ ເພື່ອ​ຮວມ​ເຂົ້າ ກັບຣັດ​ເຊຍ (​ສະ​ໄລ​ດ໌/ວີດີໂອ)


Ukraine 3-10
please wait
Embed

No media source currently available

0:00 0:01:37 0:00
ທ່ານ Myhkailo Malyshev ຫົວໜ້າ​ຄະນະ​ກຳມະການ
ເລືອກ​ຕັ້ງ ຂອງ​ໄຄຣ​ເມຍ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານຈະ
ເດີນ​ໜ້າໄປ​ກັບ​ການ​ກະກຽ​ມ ສຳລັບ​ການ​ລົງ​ປະຊາ​ມະຕິ​
ໃນ​ວັນອາທິດ​ໜ້າ​ນີ້ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ກັບຣັດ​ເຊຍນັ້ນ.
ທ່ານ​ກ່າວ​ຕໍ່​ໄປ​ວ່າ ພວກ​ຜູ້​ປ່ອນ​ບັດ ທີ່​ລົງທະບຽນ​ທັງ​ໝົດ
​ຂອງ​ໄຄຣ​ເມຍ ມີ​ສິດ​ອອກ​ໄປ​ປ່ອນ​ບັດ​ໄດ້.

ທ່ານ Malyshev ກ່າວ​ວ່າ “ ພົນລະ​ເມືອງ​ທັງ​ໝົດ​ທີ່​ລົງ
ທະບຽນ​ໃນ​ດິນ​ແດນ​ຂອງ ສາທາລະນະ​ລັດ​ໄຄຣ​ເມຍ
ທີ່​ປົກຄອງ​ຕົນ​ເອງ ມີ​ສິດ​ອອກ​ໄປ​ປ່ອນ​ບັດ​ໄດ້​ ໃນ​ການ​
ລົງ​ປະຊາ​ມະຕິ​ໃນຄັ້ງ​ນີ້ ຊຶ່ງ​ໝາຍ​ຄວາມ​ວ່າ ບໍ່​ມີ​ສິ່ງ​ໃດ​ຈະ​ມາ​ກີດຂວາງ​ພວກ​
ເຂົາ​ເຈົ້າ ບໍ່​ໃຫ້ ​ໄປ​ປ່ອນ​ບັດ.


ປາກົດ​ວ່າ ກຳລັງ​ຂອງຣັດ​ເຊຍ ​ໄດ້​ຮັດ​ເຄັ່ງ​ການ​ຄວບ​ຄຸມໄຄຣ​ເມຍຫຼາຍ​ຂຶ້ນ ​ໃນ​ຂະນະ​ທີ່
​ພວກ​ເຈົ້າ​ໜ້າ​ທີ່​ໃນດິນແດນທີ່​ຢາກ​ແຍກ​ໜີ​ນັ້ນ ຊຸກຍູ້​ແຜນການ​ຂອງ​ພວກ​ເຂົາ​ເຈົ້າ ສຳລັບ
ກັບ​ຄືນ​ໄປ​ຮ່ວມ​ກັບ​ກຸງ​ມົສກູ​.

ນາຍົກລັດຖະມົນຕີຮັກສາການ​ຂອງ​ຢູ​ເຄຣນ ກ່າວ​ປະຕິຍານ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ
ຈະ​ບໍ່ຍອມ​ເສຍ “ແມ່ນ​ແຕ່ຊັງ​ຕີ​ແມັດ​ດຽວຂອງ​ດິນ​ແດນຂອງ​ຕົນ”. ທ່ານ Arseniy Yatsenyuk ​ໄດ້ກ່າວ​ຄໍາປາ​ໄສ​ຕໍ່​ບັນດາ​ຜູ້​ສະໜັບສະໜຸນ ທີ່​ພາກັນ​ໂຮມ​ຊຸມນຸມ ​ໃນ​ກຸງ
Kyiv ​ເພື່ອສະຫຼອງ​ວັນ​ເກີດ​ຄົບຮອບ 200 ປີ​ຂອງທ່ານ Taras Shevchenko ​ນັກ​ກະ​
ວີ​ ​ແລະ​ວີລະບຸລຸດ​ແຫ່ງ​ຊາດ​ຂອງຢູ​ເຄຣນ.

In Yalta, Redrawing the Map Once Again
please wait

No media source currently available

0:00 0:02:15 0:00


ທ່ານ Yatsenyuk ມີກຳນົດ​ຈະ​ພົບ​ປະ ​ໃນ​ວັນ​ພຸດ​ສັບປະດາ​ນີ້ ກັບ​ປະທານາທິບໍດີ ບາຣັກ ​
ໂອ​ບາ​ມາ ທີ່​ກຸງ​ວໍ​ຊິງ​ຕັນ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ ​ເລື້ອງ​ການ​ປະ​ເຊີນ​ໜ້າກັນ
ກັບຣັດ​ເຊຍ ຢູ່ໄຄຣ​ເມຍ ຊຶ່ງ​ເປັນ​ແຫຼມ​ຍຸດ​ທະ​ສາດ​ໃນ​ພາກ​ໃຕ້​ຂອງ​ຢູ​ເຄຣນ ທີ່ປະຊາຊົນ
​ສ່ວນ​ຫຼາຍ​ ປາກ​ພາສາຣັດ​ເຊຍ​ນັ້ນ.

ສະມາຊິກ​ສະພາ​ນິຕິບັນຍັດຣັດ​ເຊຍ​ທ່ານ​ນຶ່ງ ກ່າວ​ວ່າ ລັດຖະບານ​ວັງ Kremlin ​ໄດ້​
ແຍກ​ງົບປະມານ​ເງິນ​ກ້ອນ​ນຶ່ງ​ ຈຳນວນ 1​.100​ ລ້ານໂດ​ລາ​ໄວ້​ ​ເພື່ອບູລະນະສ້າງສາ
ໂຄງລ່າງ​ພື້ນຖານ​ດ້ານ​ອຸດສາຫະກຳ​ຂອງ​ໄຄຣ​ເມຍຄືນ ຖ້າ​ຫາກ​ປະຊາຊົນໃນ​ເຂດ​ທີ່
ເປັນ​ບັນຫາຂັດ​ແຍ້​ງກັນນັ້ນ ລົງມະຕິ​ເຫັນ​ດີ​ເຂົ້າ​ຮ່ວມ​ກັບຣັດ​ເຊຍ ​ໃນ​ການ​ລົງ​ປະຊາ
​ມະຕິ​ ໃນ​ວັນ​ທີ16 ມີນາ ​ນັ້ນ.

ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້ກ່າວ​ຕໍ່​ປະທານາທິບໍດີ
Vladimir Putin ທາງ​ໂທລະສັບ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ລົງ​ປະຊາ​ມະຕິ​ທີ່​ວາງ​
ແຜນ​ໄວ້​ນັ້ນ ແມ່ນຜິ​ດກົດໝາຍ ​ແລະ​ຝ່າຝືນ​ລັດຖະທຳ​ມະນູນ​ຂອງ​ຢູ​ເຄຣນ​.

XS
SM
MD
LG