ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊະຍາກຳ ທີ່ກ່ຽວພັນກັບ ນັກພະນັນ ແລະ ແກັ່ງຈາກ ຈີນ ໃນ ລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ


ຊັບສິນ ແລະ ອາວຸດຂອງນັກພະນັນ ຈີນ ທີ່ຖືກຂ້າຕາຍ.
ຊັບສິນ ແລະ ອາວຸດຂອງນັກພະນັນ ຈີນ ທີ່ຖືກຂ້າຕາຍ.

ອາຊະຍາກຳທີ່ກ່ຽວພັນກັບນັກພະນັນແລະແກັ່ງຈາກ ຈີນ ໃນ ລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງເພາະວ່າ ການດຳເນີນມາດຕະການປ້ອງກັນ-ປາບປາມຂອງພາກສ່ວນຮັບຜິດຊອບໃນ ລາວ ບໍ່ມີປະສິດ ທິພາບ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບເປີດເຜີຍວ່າ ການກໍ່ອາຊະຍາກຳທີ່ກ່ຽວພັນກັບບັນດານັກຫຼິ້ນການພະນັນ ແລະ ກຸ່ມແກັ່ງອາຊະຍາກອນຈີນໃນລາວ ຍັງມີທ່າອຽງເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນໃນໄລຍະຂອງການສົ່ງເສີມການທ່ອງທ່ຽວລະຫວ່າງລາວກັບຈີນ ປີ 2018-2019 ນັ້ນ ທາງການລາວໄດ້ຈັບກຸມອາຊະຍາກອນຊາວຈີນ ທີ່ກະທຳຄວາມຜິດໃນລາວ ແລະໄດ້ສົ່ງຕົວໃຫ້ກັບທາງການຈີນ ຈຳນວນ 313 ຄົນ ທີ່ຮ່ວມກັນສໍ້ໂກງເງິນຈາກຊາວຈີນດ້ວຍກັນ ໂດຍຜ່ານລະບົບອິນເຕີເນັດ ເກີນກວ່າ 1,200 ກໍລະນີທີ່ຄິດເປັນມູນຄ່າໃນການສໍ້ໂກງຫລາຍກວ່າ 100 ລ້ານຢວນ.

ສ່ວນທ່ານບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ຍອມຮັບວ່າ ບັນຫາອາຊະຍາກຳໄດ້ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງທັງບັນຫາຢາເສບຕິດ, ການຄ້າເຖື່ອນ-ໜີພາສີ, ການຄ້າປະເວນີ ແລະການເຂົ້າເມືອງຜິດກົດໝາຍ ຊຶ່ງເຮັດໃຫ້ຕ້ອງເພີ້ມມາດຕະການກວດກາຢ່າງເຂັ້ມງວດຢູ່ເຂດ 39 ບ້ານເປົ້າໝາຍ ທີ່ຕັ້ງຢູ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ຊຶ່ງມີຊາວຕ່າງຊາດໂດຍສະເພາະແມ່ນຊາວຈີນ ໄດ້ເດີນທາງມາຫຼິ້ນການພະນັນຢູ່ທີ່ບ່ອນກາສິໂນ King Roman ນັ້ນ ເປັນກໍລະນີພິເສດ ດັ່ງທີ່ ທ່ານບົວຄົງ ໄດ້ໃຫ້ການຢືນຢັນວ່າ:

“ພວກຂ້າພະເຈົ້າໄດ້ຫັນເອົາກໍາລັງທະຫານ-ຕຳຫຼວດລົງກໍ່ສ້າງຮາກຖານການເມືອງແກ້ໄຂປາກົດ ການຫຍໍ້ທໍ້ໃນ 39 ບ້ານຈຸດສຸມ ຕັ້ງແຕ່ທ້າຍປີ 2018 ແລ້ວກະມາຮອດດຽວນີ້ ກະຍັງສືບຕໍ່ໃນການປະຕິບັດໜ້າທີ່ວຽກງານຢູ່. ໃນການລົງນີ້ແມ່ນໄດ້ແກ້ໄຂບັນຫາຢາເສບຕິດ ບັນຫາການຄ້າມະນຸດ-ຄຸ້ມຄອງແຮງງານ ບັນຫາການເຄື່ອນໄຫວສາສະໜາທີ່ບໍ່ຖືກຕ້ອງ, ການເຄື່ອນຍ້າຍກັບຂໍ້ພິພາດຂອງພົນລະເມືອງ ການປັບປຸງສ້າງຄວາມເຂັ້ມແຂງໃຫ້ແກ່ອຳນາດການປົກຄອງບ້ານ ກໍແມ່ນການຄຸ້ມຄອງສຳມະໂນຄົວ ການຄ້າຂາຍເຖື່ອນ.”

ໂດຍນັບແຕ່ເດຶອນກໍລະກົດ 2020 ເປັນຕົ້ນມາ ທາງການແຂວງບໍ່ແກ້ວ ໄດ້ຈັບກຸມແລະສົ່ງຊາວຈີນ ທີ່ລັກລອບເດີນທາງເຂົ້າມາລາວໂດຍຜິດກົດໝາຍກັບຄືນໄປຈີນຫຼາຍກວ່າ 300 ຄົນ ຊຶ່ງນອກຈາກຈະເປັນສ່ວນນຶ່ງຂອງມາດຕະການປ້ອງກັນການລະບາດຂອງພະຍາດໄວຣັສ Covid-19 ໃນລາວແລ້ວ ກໍຍັງມີສາເຫດມາຈາກເຫດການທີ່ຊາວຈີນ ໄດ້ສັງຫານຊາວຈີນດ້ວຍກັນເຖິງ 4 ສົບ ແລະພະຍາຍາມຫລົບໜີໄປກັບພັນລະຍາ ພ້ອມດ້ວຍເງິນຈີນ 8 ແສນຢວນ ເງິນໄທ 5 ໝື່ນບາດ ແລະ ຊິປພະນັນ 1 ແສນຢວນ ແຕ່ຜູ້ກ່ຽວກໍບຖືກຈັບກຸມ ເພາະໄດ້ຮັບບາດເຈັບຈາກການຖືກຍິງໃນປະຕິບັດການຈັບກຸມຂອງຕຳຫຼວດລາວ ສ່ວນພັນລະຍາຂອງຜູ້ກ່ຽວນັ້ນ ຍັງສາມາດຫລົບໜີໄປໄດ້ຈົນເຖິງປັດຈຸບັນນີ້.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງ ວຽງຈັນ ເປີດເຜີຍວ່າ ອາຊະຍາກຳທີ່ກ່ຽວຂ້ອງກັບຢາເສບຕິດໃນນະຄອນຫຼວງວຽງຈັນ ມີທ່າອຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງນອກຈາກຈະມີສາເຫດມາຈາກການມົ້ວສຸມເສບຢາແລະຈັດຕັ້ງເປັນກຸ່ມແກັ່ງຕ່າງໆ ຂອງຊາວໜຸ່ມທີ່ບໍ່ມີງານທຳແລະບໍ່ມີໂອກາດໃນດ້ານການສຶກສາແລ້ວ ການດຳເນີນມາດຕະການປ້ອງກັນແລະປາບປາມ ທີ່ມີປະສິດທິພາບຕ່ຳນັ້ນ ກໍນັບເປັນສາເຫດທີ່ສຳຄັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ໃຫ້ການຢືນຢັນວ່າ:

“ການສະກັດກັ້ນແລະການຕ້ານການລັກລອບການລໍາລຽງຂົນສົ່ງການຄ້າຂາຍຢາເສບຕິດ ຍັງເຮັດບໍ່ທັນໄດ້ດີ ການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຜິດ ຍັງບໍ່ທັນເຂັ້ມງວດ ຍັງມີລັກສະນະບ່ອນເຄັ່ງບ່ອນຍານ ການມີສ່ວນຮ່ວມຂອງສັງຄົມຕໍ່ບັນຫານີ້ຍັງບໍ່ທັນຫຼາຍ ພໍ່ແມ່ປະຊາ ຊົນບໍ່ທັນເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນ ພໍ່ແມ່ຈຳນວນນຶ່ງປະຖິ້ມຄວາມຮັບຜິດຊອບໃຫ້ກາຍເປັນພາລະຂອລັດແລະສັງຄົມຕ້ອງໄດ້ແບກຫາບໃນການປິ່ນປົວແລະລ້ຽງລູກຂອງເຂົາເຈົ້າເຫຼົ່ານັ້ນ.”

ໃນ 2 ປີຜ່ານມາ ຕຳຫຼວດລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ 9,430 ກວ່າຄະດີ ຢຶດຢາບ້າ 37 ກວ່າລ້ານເມັດ ເຮໂຣອິນກວ່າ 735 ກິໂລກຣາມ ຢາໄອຊ໌ ກວ່າ 2 ໂຕນ ກັນຊາ 6.3 ໂຕນ ຝິ່ນກວ່າ 500 ກິໂລກຣາມ ໂຄເຄນ 8 ກິໂລກຣາມ ສານເຄມີ 10 ໂຕນ ອາວຸດປືນແລະອຸປະ ກອນສື່ສານກວ່າໝື່ນລາຍການ.

XS
SM
MD
LG