ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການກໍ່ອາຊະຍາກຳໃນ ຟີລິບປິນ ມີອັດຕາ ຫຼຸດຕໍ່າລົງ ພາຍໃຕ້ ການປາບປາມ ຢາເສບຕິດ ຂອງທ່ານ ດູເຕີເຕ


ປະຊາຊົນທີ່ຖືກຈັບ ລໍຖ້າຖືກຂົນສົ່ງໄປສະຖານີຕຳຫຼວດ ໃນການສືບຕໍ່ປະຕິບັດການ ສົງຄາມຕໍ່ຕ້ານຢາເສບຕິດ
ຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ທີ່ຊຸມຊົນແອອັດ ຕົນໂດ, ນະຄອນຫຼວງ ມະນີລາ, ຟີລິບປິນ. 30 ກັນຍາ, 2016.
ປະຊາຊົນທີ່ຖືກຈັບ ລໍຖ້າຖືກຂົນສົ່ງໄປສະຖານີຕຳຫຼວດ ໃນການສືບຕໍ່ປະຕິບັດການ ສົງຄາມຕໍ່ຕ້ານຢາເສບຕິດ ຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ທີ່ຊຸມຊົນແອອັດ ຕົນໂດ, ນະຄອນຫຼວງ ມະນີລາ, ຟີລິບປິນ. 30 ກັນຍາ, 2016.

ອາຊະຍາກຳໃນປະເທດ ຟີລິບປິນ ໄດ້ຫຼຸດລົງຫຼາຍກວ່າ 1 ສ່ວນ 5 ໃນປີນີ້, ສ້າງຄວາມ
ເພິງພໍໃຈໃຫ້ແກ່ສາທາລະນະຊົນ ແລະ ໄດ້ລະບຸໃຫ້ເຫັນວ່າ ບາງເທື່ອ ການຕໍ່ສູ້ຕ້ານ
ຢາເສບຕິດທີ່ໂຫດຮ້າຍຂອງ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ເຊິ່ງໄດ້ກະຕຸ້ນໃຫ້
ເກີດຄວາມໂມໂຫຈາກສາກົນ ກ່ຽວກັບ ບັນຫາສິດທິມະນຸດນັ້ນ ແມ່ນກຳລັງປ້ອງກັນ
ການກໍ່ອາຊະຍາ ກຳຢູ່.

ການກະທຳທີ່ຜິດກົດໝາຍຕໍ່ປະຊາຊົນ ແລະ ຊັບສິນຂອງເຂົາເຈົ້າໄດ້ຫຼຸດລົງ 21.8
ເປີເຊັນ ຈາກເດືອນມັງກອນ ຫາເດືອນພະຈິກ ປີນີ້, ທຽບໃສ່ໄລຍະດຽວກັນໃນປີ 2016,
ອີງຕາມການອ້າງອີງຕົວເລກຂອງ ຕຳຫຼວດແຫ່ງຊາດ ຟີລິບປິນ ໂດຍສື່ມວນຊົນພາຍ
ໃນປະເທດ.

ຕົວເລກດັ່ງກ່າວ ໄດ້ຊີ້ໃຫ້ເຫັນຄວາມກ້າວໜ້າ ໃນການຕໍ່ສູ້ຕ້ານຢາເສບຕິດທີ່ເປັນບັນ
ຫາຂອງທ່ານ ດູເຕີເຕ ພ້ອມກັບຜົນງານໂດຍລວມຂອງຕຳຫຼວດ.” ອີງຕາມການກ່າວ
ຂອງທ່ານ ແອນໂຕນີໂອ ຄັອນເຕຣຣາສ໌ ອາຈານສອນລັດຖະສາດ ທີ່ມະຫາວິທະຍາໄລ
ເດີ ລາ ຊາລເລ ໃນປະເທດ ຟີລິບປິນ.

ທ່ານ ຄັອນເຕຣຣາສ໌ ກ່າວວ່າ “ຕົວເລກນັ້ນ ແມ່ນສູງຫຼາຍ, ສະນັ້ນມັນ ຈຶ່ງໝາຍເຖິງການ
ລະບຸໃຫ້ເຫັນວ່າ ການປະຕິບັດການດັ່ງກ່າວນັ້ນ ແມ່ນໄດ້ຜົນ.” ທ່ານຄາດວ່າ ລັດຖະ
ບານ ແລະ ຜູ້ຕິດຕາມສື່ສັງຄົມຈະໃຊ້ຂໍ້ມູນນີ້ ເພື່ອເນັ້ນຢໍ້າປະເດັນດັ່ງກ່າວ. ທ່ານກ່າວ
ວ່າ “ມັນຈະຖືກໃຊ້ ແລະ ໝູນໃຊ້ໂດຍພວກຜູ້ສະໜັບສະໜູນ.”

ຕົວເລກຂອງຕຳຫຼວດແຫ່ງຊາດ ທີ່ຖືກອ້າງອີງໂດຍສື່ມວນຊົນພາຍໃນ ປະເທດນັ້ນ
ໄດ້ລະບຸໃຫ້ເຫັນຕົວເລກທັງໝົດ ຂອງການກໍ່ອາຊະຍາກຳ ທີ່ຖືກລາຍງານ ເຊິ່ງຖືກໃຊ້
ສຳລັບຈຸດປະສົງການເກັບກຳສະຖິຕິນັ້ນ ໄດ້ ຫຼຸດລົງ 100,668 ຄັ້ງໃນ 11 ເດືອນທຳ
ອິດຂອງປີ. ມີພຽງແຕ່ການ ຄາດຕະກຳເທົ່ານັ້ນທີ່ໄດ້ເພີ່ມຂຶ້ນ. ໂຄສົກຫ້ອງການປະທາ
ນາ

ທິບໍດີໄດ້ ກ່າວຕໍ່ບັນດານັກຂ່າວໃນວັນຈັນທີ່ຜ່ານມາວ່າ ການກໍ່ອາຊະຍາກຳ ໄດ້ ຫຼຸດລົງ
35 ເປີເຊັນ ແຕ່ບໍ່ໄດ້ສະໜອງລາຍລະອຽດໃດໆ.

ທ່ານ ຄັອນເຕຣຣາສ໌ ໄດ້ກ່າວຢໍ້າວ່າ ປະຊາຊົນ ຟີລິບປິນ ໄດ້ກ່າວຜ່ານ ການສຳຫຼວດ
ຄວາມຄິດເຫັນສາທາລະນະວ່າ ເຂົາເຈົ້າຮູ້ສຶກປອດໄພ ຂຶ້ນພາຍໃຕ້ການຕໍ່ສູ້ຕ້ານອາ
ຊະຍະກຳຂອງທ່ານ ດູເຕີເຕ. ການສະ ໜັບສະໜູນນັ້ນໄດ້ເຮັດໃຫ້ທ່ານປະທານາທິບໍດີ
ສາມາດຕ້ານກັບພວກ ນັກວິຈານ ເຊັ່ນດຽວກັບກຸ່ມສະໜັບສະໜູນສິດທິມະນຸດ ແລະ
ລັດຖະ ບານຕ່າງປະເທດທີ່ກ່າວປະນາມ ການປ່ອຍໃຫ້ຕຳຫຼວດຂ້າຜູ້ຕ້ອງສົງ ໄສຄ້າ
ຢາເສບຕິດຄາສະຖານທີ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG