ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມງານ ກະກຽມໃນການວາງລະເບີດທີ່ຖືກຄວບຄຸມ ຂະນະທີ່ການມ້ຽນມັດ ສືບຕໍ່ໄປ ຢູ່ທີ່ຂົວບອລຕີມໍ ທີ່ໄດ້ຫັກພັງລົງ


ໃນພາບຖ່າຍນີ້ ສະໜອງໂດຍ ກອງທັບບົກສະຫະລັດ ຝ່າຍໂຍທາ ຫຼື U.S. Army Corps of Engineers, ກຳລັງກຽມຕັດໂຄງເຫຼັກສ່ວນນຶ່ງຂອງຂົວ ເພື່ອຍົກຍ້າຍອອກ ຫົວກຳປັ່ນບັນທຸກ Dali, ໃນລະຫວ່າງ ການເຂົ້າໄປຊ່ວຍຮັບມື ກັບເຫດຂົວ Key ພັງລົງ,ໃນນະຄອນບໍລຕີມໍ ລັດແມຣີແລນ, ວັນທີ 7 ພຶດສະພາ 2024.
ໃນພາບຖ່າຍນີ້ ສະໜອງໂດຍ ກອງທັບບົກສະຫະລັດ ຝ່າຍໂຍທາ ຫຼື U.S. Army Corps of Engineers, ກຳລັງກຽມຕັດໂຄງເຫຼັກສ່ວນນຶ່ງຂອງຂົວ ເພື່ອຍົກຍ້າຍອອກ ຫົວກຳປັ່ນບັນທຸກ Dali, ໃນລະຫວ່າງ ການເຂົ້າໄປຊ່ວຍຮັບມື ກັບເຫດຂົວ Key ພັງລົງ,ໃນນະຄອນບໍລຕີມໍ ລັດແມຣີແລນ, ວັນທີ 7 ພຶດສະພາ 2024.

ການວາງລະເບີດທີ່ຖືກຄວບຄຸມຕໍ່ຊາກຫັກພັງທີ່ຍັງເຫຼືອຢູ່ຂອງຂົວ Francis Scott Key ໃນນະຄອນບອລຕີມໍ ໄດ້ຖືກເລື່ອນອອກໄປ ຍ້ອນສະພາບອາ ກາດ ເຈົ້າໜ້າທີ່ໄດ້ກ່າວໃນຕອນບ່າຍວັນອາທິດວານນີ້ ອີງຕາມອົງການຂ່າວ ເອພີ.

ບັນດາທີມງານໄດ້ກະກຽມມາເປັນເວລາຫຼາຍອາທິດ ເພື່ອຈະທຳການລະເບີດ ຊາກຫັກພັງຂອງຂົວທີ່ມີຄວາມຍາວກະປະມານ 152 ແມັດ ແລະມີນ້ຳໜັກເຖິງ 600 ໂຕນ ເພື່ອທຳລາຍໃຫ້ແຕກຫັກລົງ.

ຂົວດັ່ງກ່າວໄດ້ພັງລົງມາທັບຫົວກຳປັ່ນ Dali ຫຼັງຈາກທີ່ມັນໄດ້ສູນເສຍພະລັງ ແລ້ວແລ່ນໄປຕຳເສົາຄ້ຳຂອງຂົວ ບໍ່ດົນຫຼັງຈາກມັນແລ່ນອອກມາຈາກທ່າເຮືອ ໃນນະຄອນບອລຕີມໍ. ນັບຕັ້ງແຕ່ນັ້ນມາ ກຳປັ່ນລຳນີ້ ໄດ້ຕິດຄ້າງທ່າມກາງຊາກ ຫັກພັງຂອງຂົວ ແລະທ່າເຮືອຂອງບອລຕີມໍ ທີ່ມີກຳປັ່ນແລ່ນເຂົ້າອອກຢ່າງໜາ ແໜ້ນທີ່ສຸດກໍໄດ້ຖືກປິດລົງ.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ການວາງລະເບີດເພື່ອທຳລາຍ ໄດ້ຖືກຍ້າຍໄປໃສ່ ຕອນແລງວັນຈັນມື້ນີ້ເປັນການຊົ່ວຄາວ. ພວກເພິ່ນໄດ້ກ່າວວ່າ ມີຟ້າຜ່າໃນບໍລິ ເວນ ແລະນ້ຳທະເລສູງຂຶ້ນໃນວັນອາທິດວານນີ້ ຈຶ່ງກະຕຸ້ນໃຫ້ພວກເພິ່ນກຳນົດ ເວລາໃໝ່.

ພວກຄົນງານແປງທາງຈຳນວນຫົກຄົນ ໄດ້ຕົກລົງຈາກຂົວ ເມື່ອຂົວຫັກພັງລົງ ແລ້ວເສຍຊີວິດ ໃນວັນທີ 26 ມີນາ. ສົບຂອງຜູ້ສຸດທ້າຍຖືກກອບກູ້ອອກມາຈາກໃຕ້ຊາກຫັກພັງຂອງຂົວໄດ້ໃນອາທິດແລ້ວນີ້. ຜູ້​ເຄາະ​ຮ້າຍທັງໝົດເປັນຜູ້ຍົກຍ້າຍຖິ່ນຖານຊາວ ອາ​ເມ​ຣິ​ກາ ລາຕິນ ທີ່ໄດ້ເຂົ້າມາໃນສະຫະລັດ ເພື່ອໂອກາດຫາວຽກເຮັດງານທຳ. ພວກເຂົາໄດ້ພາ ກັນຖົມຂຸມທາງໃນຕອນກາງຄືນ ເມື່ອຂົວແຫ່ງນີ້ໄດ້ຫັກພັງລົງ.

ການວາງລະເບີດໂດຍການຄວບຄຸມນັ້ນ ຈະອຳນວຍໃຫ້ກຳປັ່ນ Dali ລ່ອງລອຍ ອອກມາໄດ້ ແລະນຳເອົາກຳປັ່ນກັບຄືນສູ່ທ່າເຮືອຂອງບອລຕີມໍ. ເມື່ອກຳປັ່ນຖືກ ເຄື່ອນຍ້າຍອອກໄດ້ແລ້ວ ການສັນຈອນຂອງກຳປັ່ນ ຈະສາມາດເລີ້ມຕົ້ນຄືນ ຕາມປົກກະຕິ ຊຶ່ງຈະສະໜອງ​ຄວາມ​ໂລ່ງ​ໃຈໃຫ້ກັບພວກຄົນງານຢູ່ທ່າເຮືອ, ພວກຄົນຂັບລົດບັນທຸກ ແລະບັນດາເຈົ້າຂອງທຸລະກິດຂະໜາດນ້ອຍທັງຫຼາຍ ຜູ້ທີ່ໄດ້ເຫັນຜົນກະທົບຈາກການປິດທ່າເຮືອຕໍ່ວຽກງານທັງທັງຫຼາຍຂອງພວກເຂົາເຈົ້າ.

After weeks of preparation, crews are scheduled to conduct a controlled demolition Sunday evening to break down the largest remaining span of the collapsed Francis Scott Key Bridge in Maryland, which came crashing down under the impact of a massive container ship on March 26.

The steel span — which is an estimated 152 meters long and weighs up to 544 metric tons — landed on the ship's bow after the Dali lost power and crashed into one of the bridge's support columns shortly after leaving Baltimore. Since then, the ship has been stuck among the wreckage and Baltimore's busy port has been closed to most maritime traffic.

Six members of a roadwork crew plunged to their deaths in the collapse. The last of their bodies was recovered from the underwater wreckage earlier this week. All the victims were Latino immigrants who came to the U.S. for job opportunities. They were filling potholes on an overnight shift when the bridge was destroyed.

The controlled demolition will allow the Dali to be refloated and guided back into the Port of Baltimore. Once the ship is removed, maritime traffic can begin returning to normal, which will provide relief for thousands of longshoremen, truckers and small business owners who have seen their jobs impacted by the closure.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG