ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກດັບເພີງ ໄດ້ທຳຄວາມຄືບໜ້າ ໃນການ ລະງັບໄຟປ່າໃນລັດ ຄາລີຟໍເນຍ


ຜູ້ທີ່ອາໄສຢູ່ໃນພື້ນທີ່ໄດ້ຖືກສັ່ງໃຫ້ຢູ່ຫ່າງຈາກບ້ານເຮືອນຂອງພວກເຂົາເຈົ້າໃນວັນເສົາວານນີ້, ເຖິງແມ່ນວ່າຄຳສັ່ງການ
ເຄື່ອນຍ້າຍອອກຈາກພື້ນທີ່ ແມ່ນໄດ້ຖືກຍົກເລີກແລ້ວກໍຕາມ ສຳລັບຄົນອື່ນໆທີ່ອາໄສຢູ່ໃນພາກໃຕ້ຂອງລັດ ຄາລີຟໍເນຍ ຫຼາຍສິບພັນຄົນ.
ຜູ້ທີ່ອາໄສຢູ່ໃນພື້ນທີ່ໄດ້ຖືກສັ່ງໃຫ້ຢູ່ຫ່າງຈາກບ້ານເຮືອນຂອງພວກເຂົາເຈົ້າໃນວັນເສົາວານນີ້, ເຖິງແມ່ນວ່າຄຳສັ່ງການ ເຄື່ອນຍ້າຍອອກຈາກພື້ນທີ່ ແມ່ນໄດ້ຖືກຍົກເລີກແລ້ວກໍຕາມ ສຳລັບຄົນອື່ນໆທີ່ອາໄສຢູ່ໃນພາກໃຕ້ຂອງລັດ ຄາລີຟໍເນຍ ຫຼາຍສິບພັນຄົນ.

ບັນດານັກດັບເພີງໄດ້ທຳຄວາມຄືບໜ້າໃນຂ້າມຄືນທີ່ຜ່ານມາ ໃນການຕໍ່ສູ້ກັບໄຟໄໝ້ປ່າ ທີ່ກຳລັງດຳເນີນຢູ່ໃນພາກໃຕ້ຂອງລັດ ຄາລີຟໍເນຍ ເຊິ່ງໄດ້ທຳ ລາຍບ້ານເຮືອນ ແລະ ສິ່ງ ປຸກສ້າງຕ່າງໆຫຼາຍກວ່າ 300 ຫຼັງ, ອີງຕາມບັນດາເຈົ້າໜ້າທີ່ໃນວັນເສົາວານນີ້.

ເຈົ້າໜ້າທີ່ປ່າໄມ້ສະຫະລັດ ກ່າວວ່າ ໄຟ ເຊິ່ງໄດ້ເລີ່ມຂຶ້ນໃນວັນອັງຄານທີ່ຜ່ານມາປະມານ 120 ກິໂລແມັດໄປທາງພາກຕາເວັນອອກສຽງເໜືອຂອງນະຄອນ Los Angeles, ປະ ມານ 70 ເປີເຊັນແມ່ນໄດ້ຖືກຄວບຄຸມໄວ້ແລ້ວ. ໄຟໄດ້ເຜົາໄໝ້ປ່າຫຼາຍກວ່າ 15,000 ເຮັກຕາໃນຂົງເຂດທີ່ເປັນພູເຂົາຂອງເມືອງ San Bernadino.

ບັນດາເຈົ້າໜ້າທີ່ກ່າວວ່າ ບໍ່ມີລາຍງານວ່າ ມີຜູ້ເສຍຊີວິດ, ແລະ ໄດ້ກ່າວເພີ່ມເຕີມວ່າ ການສືບສວນສອບສວນເຖິງສາເຫດຂອງທີ່ມາຂອງອັກຄີໄພຄັ້ງນີ້ ແມ່ນກຳລັງດຳເນີນຢູ່.

ໂຄສົກເມືອງ San Bernadino ທ່ານ Brad Pitassi ກ່າວວ່າ ນັກດັບເພີງໃນວັນເສົາ ວານນີ້ ພວມເຄື່ອນຍ້າຍເຂົ້າສູ່ໄລຍະການມ້ວນທ້າຍພາລະກິດນີ້ແລ້ວ.

ທ່ານ Pitassi ໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ສິ່ງຕ່າງໆແມ່ນເປັນໄປໃນແງ່ບວກຢ່າງ ດີ. ພວກເຮົາກຳລັງກວດກາສຳລັບຈຸດທີ່ສຳຄັນ ທີ່ອາດເປັນໄປໄດ້ໃນການເລັ່ງລັດພາ ລະກິດຂອງພວກເຮົາ." ທ່ານໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ຫວັງວ່າ ປະຊາຊົນທີ່ອາໄສຢູ່ ໃນທ້ອງຖິ່ນຈະສາມາດກັບຄືນສູ່ບ້ານຂອງພວກເຂົາເຈົ້າເພີ່ມເຕີມອີກໃນທ້າຍສັບປະດາ ນີ້.

ໃນລະດັບທີ່ມັນໄໝ້ຫຼາຍທີ່ສຸດ, ໄຟປ່າຄັ້ງນີ້ໄດ້ເປັນໄພຂົ່ມຂູ່ແກ່ບ້ານເຮືອນຫຼາຍກວ່າ 34,000 ຫຼັງ ແລະ ຜູ້ຢູ່ອາໄສຫຼາຍກວ່າ 82,000 ຄົນໄດ້ຖືກສັ່ງໃຫ້ອົບພະຍົບອອກຈາກ ພື້ນທີ່.

ບັນດາເຈົ້າໜ້າທີ່ດັບເພີງໄດ້ກ່າວໃນວັນເສົາວານນີ້ວ່າ ເຮືອນຢ່າງໜ້ອຍ 105 ຫຼັງ ແລະ ສິ່ງປຸກສ້າງຕ່າງໆ 213 ຫຼັງໄດ້ຖືກທຳລາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG