ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ເຈົ້າໜ້າທີ່ ພາກພື້ນ ໂອເດສຊາ ຂອງ ຢູເຄຣນ ເຮັດວຽກເພື່ອຟື້ນຟູໄຟຟ້າ ເນື່ອງຈາກການໂຈມຕີຂອງຣັດເຊຍ


ບັນດາຜູ້ຢູ່ອາໄສຢືນຢູ່ໃກ້ເຮືອນຂອງພວກເຂົາທີ່ໄດ້ຮັບຄວາມເສຍຫາຍ ຍ້ອນການໂຈມຕິດ້ວຍລູກສອນໄຟຂີປະນາວຸດຂອງຣັດເຊັຍ ຕໍ່ຢູເຄຣນ, ໃນເຂດຊານເມືອງໂອເດສຊາ, ເມື່ອວັນທີ 28 ພະຈິກ 2024. REUTERS/Nina Liashonok
ບັນດາຜູ້ຢູ່ອາໄສຢືນຢູ່ໃກ້ເຮືອນຂອງພວກເຂົາທີ່ໄດ້ຮັບຄວາມເສຍຫາຍ ຍ້ອນການໂຈມຕິດ້ວຍລູກສອນໄຟຂີປະນາວຸດຂອງຣັດເຊັຍ ຕໍ່ຢູເຄຣນ, ໃນເຂດຊານເມືອງໂອເດສຊາ, ເມື່ອວັນທີ 28 ພະຈິກ 2024. REUTERS/Nina Liashonok

ຄົນຈຳນວນຫຼາຍໝື່ນຄົນຍັງຄົງບໍ່ມີໄຟຟ້າໃຊ້ໃນວັນພະຫັດມື້ນີ້ ໃນເມືອງ ໂອເດສຊາທາງພາກໃຕ້ຂອງຢູເຄຣນ ອັນເປັນຜົນຈາກການໂຈມຕີທາງອາກາດຂອງຣັດເຊັຍເປັນເວລາຫຼາຍມື້ອີງຕາມການລາຍງານຂອງອົງການຂ່າວວີໂອເອ.

ໃນການກ່າວຄຳປາໄສຕໍ່ປະຊາຊົນເມື່ອຄືນວັນພຸດຜ່ານມາ ປະທານາທິບໍດີ ໂວໂລດິເມັຍ ເຊເລັນສກີ ຂອງ ຢູເຄຣນກ່າວວ່າ ການສ້ອມແປງພວມດຳເນີນການຢູ່ຫຼັງຈາກທີ່ປະຊາຊົນ 80,000 ຄົນບໍ່ມີໄຟຟ້າໃຊ້ ແລະອີກຈຳນວນດຽວກັນບໍ່ມີລະບົບເຮັດຄວາມຮ້ອນ.

ທ່ານ ໂອເລ ຄິເປີຣ໌ ເຈົ້າຄອງລັດ ໂອເດສຊາ ກ່າວຢູ່ໃນ ເທເລແກຣມວ່າ ເຈົ້າໜ້າທີ່ພວມດຳເນີນການເພື່ອຟື້ນຟູບໍລິການໄຟຟ້າ ແລະໄດ້ເຮັດໃຫ້ຜູ້ໃຊ້ໄຟຟ້າ 40,000 ຄົນກັບມາໃຊ້ໄດ້ອີກຄັ້ງ ໂດຍອີກ 49,000 ຄົນຍັງບໍ່ມີໄຟຟ້າໃຊ້.

ການໂຈມຕີຂອງຣັດເຊຍ ຍັງຄົງດຳເນີນຕໍ່ໄປໃນວັນພະຫັດມື້ນີ້ ໃນຫຼາຍພື້ນທີ່ຂອງ ຢູເຄຣນລວມເຖິງໃນພາກພື້ນຕອນກາງຂອງ ເຊີກາຊີ ຊຶ່ງຜູ້​ປົກ​ຄອງ​ພາກ​ພື້ນ ເຊີ​ກາ​ຊີ ທ່ານ ອີ​ຮໍ ທາ​ບູ​ເຣັດ​ສ໌ ກ່າວວ່າ ລະບົບປ້ອງກັນໄພທາງອາກາດໄດ້ຍິງໂດຣນຂອງຣັດເຊຍຕົກ 14 ລໍາ. ທ່ານ ທາບູເຣັດສ໌ ກ່າວໃນ ເທເລແກຣມ ວ່າ ທຸລະກິດແລະສາຍໄຟຟ້າໄດ້ຮັບຄວາມເສຍຫາຍແຕ່ບໍ່ມີຜູ້ໄດ້ຮັບບາດເຈັບຫຼືເສຍຊີວິດ.

ຜູ້ປົກຄອງ ​ພາກ​ພື້ນ ມິ​ໂຄ​ລາ​ອິບ ຂອງ ຢູ​ເຄ​ຣນ, ທ່ານ ວິ​ຕາ​ລີ ຄິມ ໄດ້​ລາຍງານ​ວ່າ ກອງທັບໄດ້ຍິງໂດຣນຕົກຢູ່ໃນພາກພື້ນຂອງທ່ານ.

ກະຊວງປ້ອງກັນປະເທດຂອງຣັດເຊຍກ່າວ ໃນວັນພະຫັດມື້ນີ້ວ່າ ໄດ້ທຳລາຍໂດຣນຂອງຢູເຄຣນໄປແລ້ວ 4 ລໍາມື້ຄືນນີ້ ໂດຍ 3 ລໍາຢູ່ໃນບໍລິເວັນ ແຫຼມຄຣາຍເມຍທີ່ຣັດເຊຍຍຶດຄອງ ແລະ 1 ລໍາຢູ່ໃນບໍລິເວນ ຂົງເຂດ ບຣີອານສຄ໌ (Bryansk).

ທ່ານ ອາເລັກຊານເດີຣ໌ ໂບໂກມາສ ຜູ້ປົກຄອງເມືອງ ບຣີອານສຄ໌ (Bryansk) ກ່າວຜ່ານເທເລແກຣມວ່າບໍ່ມີລາຍງານຄວາມເສຍຫາຍຫຼືຜູ້ໄດ້ຮັບບາດເຈັບຫຼືເສຍຊີວິດ.

ອ່ານຂ່າວເປັນພາສາອັງກິດ

Tens of thousands of people remained without power Thursday in the southern Ukrainian city of Odesa as a result of several days of Russian aerial attacks.

In his address to the nation on Wednesday night, Ukrainian President Volodymyr Zelenskyy said repair work was underway after 80,000 people lost power and the same number lost heating.

Odesa Governor Oleh Kiper said on Telegram that crews were working to restore electricity service, and had brought 40,000 customers back online, with another 49,000 still without power.

Russian attacks continued Thursday in multiple parts of Ukraine, including in the central region of Cherkasy where Governor Ihor Taburets said air defenses shot down 14 Russian drones.

Taburets said on Telegram there was damage to a business and a power line, but no casualties.

Mykolaiv Governor Vitaliy Kim reported the military shot down a drone over his region.

Russia’s Defense Ministry said Thursday it destroyed four Ukrainian drones overnight, including three over Russia-occupied Crimea and one over Bryansk.

Bryansk Governor Alexander Bogomaz said on Telegram there were no reports of damage or casualties.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG