ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນກ່າວວ່າ ລູກເຮືອຂອງພວກເຂົາເຈົ້າ ແນມບໍ່ເຫັນຊົ່ວຄາວ ຍ້ອນແສງເລເຊີຂອງຈີນ


ໃນເອກະສານຮູບພາບນີ້ ສະແດງໃຫ້ເຫັນແສງສີຂຽວ ຮຸ່ງຂຶ້ນຈາກກໍາປັ່ນຍາມຝັ່ງຂອງຈີນ ຢູ່ບໍລິເວນຫາດ ໂທມັສ ທີສອງ, 105 ໄມນ໌ທະເລ ຈາກແຂວງປາລາວານ, ຟີລິບປິນ, ວັນທີ 6 ກຸມພາ 202. Philippine Coast Guard/Handout via REUTERS
ໃນເອກະສານຮູບພາບນີ້ ສະແດງໃຫ້ເຫັນແສງສີຂຽວ ຮຸ່ງຂຶ້ນຈາກກໍາປັ່ນຍາມຝັ່ງຂອງຈີນ ຢູ່ບໍລິເວນຫາດ ໂທມັສ ທີສອງ, 105 ໄມນ໌ທະເລ ຈາກແຂວງປາລາວານ, ຟີລິບປິນ, ວັນທີ 6 ກຸມພາ 202. Philippine Coast Guard/Handout via REUTERS

ໜ່ວຍຍາມຝັ່ງຂອງຟີລິບປິນ ກ່າວໃນວັນຈັນວານນີ້ວ່າ ເມື່ອໜ່ວຍຍາມຝັ່ງຂອງຈີນ ແນເປົ້າ ໝາຍ “ແສງເລເຊີລະດັບຂອງກອງທັບ” ໃສ່ພວກລູກເຮືອຂອງຟີລິບປິນໃນຕົ້ນເດືອນນີ້, ແສງດັ່ງກ່າວ ໄດ້ເຮັດໃຫ້ຕາຂອງພວກເຂົາເຈົ້າບອດຊົ່ວຄາວ, ໃນລະຫວ່າງທີ່ກໍາປັ່ນຂອງພວກເຂົາເຈົ້າ ໄດ້ແລ່ນເຂົ້າໄປບໍລິເວນ ນ່ານນໍ້າ ທີ່ມີຂໍ້ພິພາດກັນຢູ່ ໃນເຂດທະເລຈີນໃຕ້.

ໃນຮູບພາບເຫດການທີ່ເກີດຂຶ້ນ ສະແດງໃຫ້ເຫັນແສງສີຂຽວ ສ່ອງມາຈາກກໍາປັ່ນຂອງຈີນ.

ປະເທດອື່ນໆ ກໍໄດ້ພາກັນປະນາມ ຕໍ່ການກະທໍາດັ່ງກ່າວຂອງຈີນເຊັ່ນກັນ.

ພວກ​ລູກເຮືອ​ຂອງ​ຟີ​ລິບ​ປິນ ກໍາລັງພາກັນຂົນສົ່ງອາຫານ ແລະເຄື່ອງໃຊ້ຈໍາເປັນຕ່າງໆ​ ໄປໃຫ້ແ​ກ່​ພວກທະຫານ ທີ່​ປະ​ຈຳ​ການໃນກໍາປັ່ນ​ລຳ​ນຶ່ງ ​ຢູ່ບໍລິເວນ​ຫາດ ໂທມັສ ທີສອງ, ເຊິ່ງມີໄລຍະຫ່າງ 195 ກິໂລແມັດຈາກແຂວງປາລາວານຂອງຟີລິບປິນ.

ໜ່ວຍຍາມຝັ່ງຂອງຟີລິບປິນ ຍັງໄດ້ປະນາມ ຕໍ່ກໍາປັ່ນຂອງຈີນ ທີ່​ໄດ້ໃຊ້​ວິ​ທີ “​ແບບອັນຕະ ລາຍ” ໃນຂະນະທີ່ພວກເຂົາແລ່ນເຂົ້າໄປໃກ້ກໍາປັ່ນຂອງຟີລິບປິນ.

ຈີນ ອ້າງເອົາ​ກຳ​ມະສິດທັງ​ໝົດ​ໃນ​ເຂດທະເລຈີນໃຕ້, ແຕ່ປະເທດອື່ນໆ ກໍໄດ້ອ້າງເອົາ​ກຳ​ມະສິດບາງສ່ວນ ໃນຂົງເຂດທະເລແຫ່ງນີ້ເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG