ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໄທ ກຽມອຳລາ ເປັນຄັ້ງສຸດທ້າຍ ຕໍ່ກະສັດ ພູມີພົນ ອະດຸນຍະເດດ


ບັນດາຜູ້ໄວ້ອາໄລ ພາກັນລຽນແຖວ ສະແດງການເຄົາລົບ ເປັນຄັ້ງສຸດທ້າຍ ຕໍ່ສົບມື້ລາງກະສັດພູມີພົນ ອະດຸນຍະເດດ ທີ່ພະຣາຊະວັງ ຢູ່ບາງກອກ.
ບັນດາຜູ້ໄວ້ອາໄລ ພາກັນລຽນແຖວ ສະແດງການເຄົາລົບ ເປັນຄັ້ງສຸດທ້າຍ ຕໍ່ສົບມື້ລາງກະສັດພູມີພົນ ອະດຸນຍະເດດ ທີ່ພະຣາຊະວັງ ຢູ່ບາງກອກ.

ໂດຍກຳນົດໃສ່ກາງລະດູ​ລົມມໍລະສຸມທີ່ກຳລັງມີຝົນ​ຢູ່ປະ​ເທດ​ໄທ ບັນດາ​ຜູ້​ໄວ້ອາ​ໄລ
ຫລາຍ​ກວ່າ​ 250 ພັນຄົນ ພາກັນກຽມ ​ທີ່​ຈະ​ເຂົ້າ​ຮ່ວມ​ພິທີ​ວາງ​ພະຣາຊທານພະເພີງ
ສົບ ມື້​ລາງກະສັດພູມີ​ພົນ ອະ​ດຸນຍະ​ເດດ ຊຶ່ງເປັນທີ່​ຮັກ ແລະຫວງແຫນຂອງ​ປະ​ຊົນ
ຊາວໄທ​.

ກະສັດ​ພູມີ​ພົນ ທີ່ມີພະຊົນມາຍຸ 88 ພັນ​ສາ ​ທີ່​ໄດ້​ສະເດັດສະວັນນະຄົດໄປ​ໃນ​ເດືອນ
​ຕຸລາ​ປີ​ກາຍ​ນີ້ ​ໄດ້​ຖືກນຳໄປ​ດອຍ​ໄວ້​ໂດຍມີຜູ້ໄວ້ທຸກເກືອ​ບ 13 ລ້ານ​ຄົນລຽນ​ແຖວ​ຕໍ່​
ຫາງ​ກັນ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ​ເພື່ອ​ສະແດງການ​ອຳ​ລາ​ກະສັດ​ຜູ້​ທີ່​ໄດ້​ປົກຄອງ​ປະ
ເທດມາ​ເປັນ​ເວລາ 70 ປີ.

​ໃນ​ປີ 2006 ຊຶ່ງໄດ້ມີການສະ​ຫຼອງ​ກະສັດ​ຂອງໂລກເນື່ອງໃນວັນຂຶ້ນຄອງບັນລັງຄົ​ບ
ຮອບ 60 ປີ ຂອງ​ກະສັດ​ພູມີ​ພົນ. ບັດ​ນີ້​ເຂົາ​ເຈົ້າ​ໄດ້​ມາ​ໄວ້ອາ​ໄລ ໃຫ້​ພະ​ອົງ. ພິທີ​ອັນ​
ສະຫງ່າ​ງາມ ທີ່​ກຳກັບ​ໂດ​ຍພະຣາຊໂອລົດຂອງ​ພະ​ອົງ ​ແລະ​ຜູ້ສືບບັນລັງ ກະສັດມະ
ຫາ​ວະ​ຈິຣາ​ລົງ​ກອນ ຊຶ່ງມີການເຂົ້າ​ຮ່ວມ​ຂອງບັນດາ​ກະສັດແລະ​ຣາຊະວົງຈາກ​ຫຼາຍ​
ກວ່າ​ສິບ​ປະ​ເທດ ຮວມທັງອັງກິດ ​ຍີ່ປຸ່ນ ພູ​ຖານ ​ເລ​ໂຊໂທ ສະ​ວີ​ເດັນ​ແລະ​ເນ​ເທີ​ແທນ.

ບັນດາ​ແຂກ​ຜູ້​ມີ​ກຽດ​ຕ່າງ​ປະ​ເທດ​ຈາກ​ເອ​ເຊຍ ຢູ​ໂຣບ ອາ​ຟຣິກາແລະ​ອອສ​ເຕຣ​ເລຍ ກໍໄດ້ພາກັນ​ເຂົ້າຮ່ວມ. ສະຫະລັດ ບ່ອນ​ທີ່​ກະສັດ​ພູມີ​ພົນ ​ໄດ້ຊົງປະສູດ ໃນ​ປີ 1927
ທີ່​ເມືອງ Cambridge ລັດ Massachusetts ຈະ​ເປັນ​ຜູ້​ຕາງ​ໜ້າ​ໂດຍ ລັດຖະມົນຕີ
​ປ້ອງ​ກັນ​ປະ​ເທດ ທ່ານ James Mattis.

ທ່ານ Gavan Butler ນັກ​ການເສດຖະກິດ​ການ​ເມືອງ ຈາກ​ມະຫາວິທະຍາ​ໄລ Syd-
ney ແລະ​ນັກ​ປະຖະ​ກະຖາ​ທີ່​ຜ່ານ​ມາ​ໃນ​ປະ​ເທດ​ໄທ ກ່າວ​ວ່າ ກະສັດ​ພູ​ມີ​ພົນ ຍັງ​ສືບ
ຕໍ່ເປັນ​ຜູ້​ທີ່​ຮັກຫອມຢ່າງຍິ່ງ​ໃຫຍ່ຂອງຫລາຍໆຊົ່ວ​ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG