ຕຳຫລວດຢູ່ໃນລັດໂຄໂຣລາໂດຂອງສະຫະລັດ ກຳລັງຊອກຫາແມ່ຍິງອາຍຸ 18 ປີຄົນນຶ່ງທີ່ສົງໄສວ່າ ທຳການນາບຂູ່ ທີ່ພາໃຫ້ມີການປິດໂຮງຮຽນໄວ້ຢູ່ໃນຫລາຍເຂດຂອງນະຄອນເດັນເວີ (Denver). ການນາບຂູ່ດັ່ງກ່າວ ມີຂຶ້ນບໍ່ພໍເທົ່າໃດມື້ ກ່ອນຈະເຖິງວັນຄົບຮອບ 20 ປີ ຂອງເຫດການຍິງສັງຫານໝູ່ຢູ່ໂຮງຮຽນມັດທະຍົມປາຍໂຄລອມບາຍນ໌ (Columbine) ໃນເມືອງລິດໂທລທັນ (Littleton) ຂອງລັດໂຄໂຣລາໂດ.
ເຈົ້າໜ້າທີ່ສັນຕິບານກາງ ຫລື FBI ແລະຕຳຫລວດ ໄດ້ລະບຸໂຕແມ່ຍິງຄົນນັ້ນວ່າ ແມ່ນນາງ ໂຊລ ເພອິສ (Sol Pais), ທີ່ຖືກກ່າວຫາວ່າ ໄດ້ເດີນທາງໄປຍັງລັດໂຄໂຣລາໂດໃນຄ່ຳຄືນວັນຈັນຜ່ານມາ “ແລະໄດ້ທຳການນາບຂູ່ຢູ່ໃນເຂດເທດສະບານ ນະຄອນເດນເວີ (Denver)," ນັ້ນຄືຄຳເວົ້າຂອງຫ້ອງການຕຳຫລວດເຂດຄາວຕີເຈັຟເຟີຊັນ (Jefferson County) ທີ່ຂຽນຢູ່ໃນເຟັສບຸກ (Facebook).
ພວກເຈົ້າໜ້າທີ່ບໍ່ໄດ້ໃຫ້ລາຍລະອຽດເພີ້ມເຕີມກ່ຽວກັບການນາບຂູ່ດັ່ງກ່າວ ຫລືບໍ່ໄດ້ເວົ້າວ່ານາງ ເພອິສ (Pais) ມາຈາກໃສ ແຕ່ພວກເຂົາເຈົ້າກໍໄດ້ເວົ້າວ່າ ນາງ ມີອາວຸດ ແລະກໍເປັນອັນຕະລາຍທີ່ສຸດ.
“ພວກເຮົາ ໃນປັດຈຸບັນ ກຳລັງສອບສວນເບິ່ງວ່າ ມີສິ່ງໃດທີ່ປາກົດວ່າ ເປັນການນາບຂູ່ທີ່ໜ້າເຊື່ອຖືໄດ້ ທີ່ອາດກ່ຽວຂ້ອງກັບໂຮງຮຽນຕ່າງໆ," ນັ້ນຄືຄຳເວົ້າຂອງຫ້ອງການຕຳຫລວດໃນເຂດຄາວຕີເຈັຟເຟີຊັນ (Jefferson County) ທີ່ຂຽນລົງໃນທວີດເຕີ.
ໃນຈຳນວນໂຮງຮຽນທີ່ຕົກຢູ່ໃນເປົ້າໝາຍຂອງການຖືກນາບຂູ່ນັ້ນ ມີໂຮງຮຽນ ມັດທະຍົມປາຍໂຄລອມບາຍນ໌ (Columbine) ບ່ອນທີ່ນັກຮຽນ 2 ຄົນ ຄື ທ້າວດາຍແລນ ຄລີໂບລດ໌ (Dylan Klebold), ອາຍຸ 17 ປີ, ແລະທ້າວ ເອີຣິກ ແຮຣິສ (Eric Harris) ອາຍຸ 18 ປີ ໄດ້ສັງຫານຊີວິດຂອງ 13 ຄົນ ແລະ ໄດ້ເຮັດໃຫ້ 24 ຄົນໄດ້ຮັບບາດເຈັບ ກ່ອນຈະຂ້າໂຕເອງຕາຍ ໃນວັນທີ 20 ເມສາ 1999.
ນັບແຕ່ນັ້ນມາ ໄພຂົ່ມຂູ່ທີ່ຈະເກີດການກໍ່ຄວາມຮຸນແຮງຂຶ້ນ ໄດ້ກາຍເປັນຂໍ້ມູນຄວາມຈິງອັນແສນເຈັບປວດ ໃນຊີວິດປະຈຳວັນສຳລັບໂຮງຮຽນແຫ່ງນັ້ນ. ໃນມື້ນຶ່ງ ໃນເດືອນທັນວາຜ່ານມາ, ໂຮງຮຽນດັ່ງກ່າວໄດ້ຮັບການນາບຂູ່ສອງຄັ້ງ, ຄົນທີ່ໂທມາ ນາບຂູ່ອ້າງວ່າ ຕົນເອງໄດ້ວາງລະເບີດຫລາຍລູກ ຢູ່ໃນໂຮງຮຽນມັດທະຍົມປາຍໂຄລອມບາຍນ໌ (Columbine) ແລະມີລາຍງານອີກຄັ້ງນຶ່ງວ່າ ມີຜູ້ຊາຍຄົນນຶ່ງທີ່ມີປືນ ຢູ່ທີ່ນັ້ນ. ແຕ່ກໍບໍ່ພົບເຫັນວ່າມີຫຍັງທັງສອງຄັ້ງນັ້ນ.
ເມື່ອວັນຄົບຮອບຫຍັບໃກ້ເຂົ້າມາ ພວກເຈົ້າໜ້າທີ່ເວົ້າວ່າ ພວກເຂົາເຈົ້າໄດ້ເຫັນວ່າ ມີການນາບຂູ່ຕໍ່ໂຮງຮຽນແຫ່ງນັ້ນ ຫລາຍເພີ້ມຂຶ້ນ ພ້ອມທັງມີການບຸກລຸກຂອງພວກຊອກຮູ້ ຊອກເຫັນ ທີ່ລ່ວງລ້ຳເຂົ້າໄປໃນເດີ່ນຂອງໂຮງຮຽນ ຊຶ່ງບາງຄັ້ງກໍມີຫລາຍສິບຄົນຕໍ່ມື້.