ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສ້າງຖານະໃຫ້ຄອບຄົວ ດ້ວຍການຜະລິດ ແລະຂາຍປາແດກອະເນກປະສົງ


ປາແດກຕົ້ມສໍາເລັດ ຈາກຮ້ານປາແດກແຊບ ມຸ່ມ ໂຕ້, ເມືອງທ່າແຂກ, ແຂວງຄໍາມ່ວນ.
ປາແດກຕົ້ມສໍາເລັດ ຈາກຮ້ານປາແດກແຊບ ມຸ່ມ ໂຕ້, ເມືອງທ່າແຂກ, ແຂວງຄໍາມ່ວນ.

ປາແດກ ເປັນເຄື່ອງປຸງອາຫານທີ່ຄຽງຄູ່ກັບການແຕ່ງກິນຂອງຄົນລາວມາດົນນານ, ສະນັ້ນ ການສ້າງອາຊີບຈາກການດໍາເນີນທຸລະກິດປາແດກ ຈຶ່ງເປັນທາງເລືອກອີກອັນນຶ່ງສໍາລັບຜູ້ທີ່ມອງຫາໂອກາດໃນການປະກອບທຸລະກິດແບບຄອບຄົວ.

ອາຫານລາວເກືອບໝົດທຸກຢ່າງ ມີສ່ວນປະກອບດ້ວຍປາແດກ, ດັ່ງນັ້ນ ທ່ານລອງຄິດເບິ່ງວ່າ ຖ້າທ່ານຈະປະກອບທຸລະກິດໃດນຶ່ງ ດ້ວຍການໝັກປະແດກຂາຍ ເຊິ່ງເປັນສ່ວນປະກອບຫຼັກຂອງອາຫານເກືອບໝົດທຸກຢ່າງ. ແລ້ວເຮັດແນວໃດປາແດກຂອງທ່ານຈຶ່ງຈະເປັນທີ່ຍອມຮັບ ແລະເປັນທີ່ຕ້ອງການຂອງລູກຄ້າໄດ້? ທ່ານຄວນຫາຄວາມແຕກຕ່າງທີ່ເປັນເອກະລັກ ແລະມີລົດຊາດທີ່ແຊບ ລູກຄ້າຈຶ່ງສົນໃຈ, ດັ່ງທີ່ ນາງສຸກປະເສີດ ວົງມະນີວັນ ຫຼື ມຸ່ມ ເຈົ້າຂອງກິດຈະ ການຮ້ານປາແດກແຊບ ມຸ່ມ ໂຕ້ ຕັ້ງຢູ່ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ກ່າວໃຫ້ຟັງເຖິງຈຸດເລີ້ມຕົ້ນ ແລະຂັ້ນຕອນການຜະລິດ ກ່ອນມາເປັນປາແດກແຊບທີ່ມີຊື່ສຽງວ່າ:

“ໄດ້ຂາຍຢູ່ ແຕ່ວ່າມັນບໍ່ປານໃດນະແຕ່ກີ້ນະ ແລະເອື້ອຍລະເລີ້ມມາເຮັດ ກະຊື້ປານໍ້າຂອງຫັ້ນນະ ລະມາຄົວ, ເຊາະເກັດລະອຽດ ລະມາໝັກ, ຂາຍທໍາອິດມັນກະບໍ່ໄດ້ຂາຍດີປານໃດເນາະ ຂາຍທໍາອິດນິຂາຍໄດ້ເງິນແສນປາຍກີບ ແລ້ວບາດນີ້ມາລະເຮົາເຮັດສະອາດ ເນັ້ນຄວາມສະອາດ ຮ້ານເຮົາຕ້ອງເຊັກ ອານາໄມຄັກແນ່, ຖັງປາແດກນິບໍ່ໃຫ່ມັນເປື້ອນ ຕ້ອງເຮັດສະອາດ ໝັກປາແດກນິກະໝັກໃຫ້ມັນລະອຽດ ລ້າງປານິເຮົາລ້າງເປັນສິບນໍ້າ ຊາວຂຶ້ນມາໄວ້ໃນກະເຂິງ ແລະເຮົາຈຶ່ງມາໝັກເປັນປາແດກ, ຂົ້ວຮໍາໃຫ້ມັນເຫຼືອງອະຮ່ອຍສາກ່ອນ ເອື້ອຍຊິເຮັດຮໍາບົດໝຸ່ນໆ ແລ້ວເອື້ອຍຊິເອົາມາໝັກແລ້ວມັນຈະຫອມ ເອົາຮໍາດິບມາເຮັດເລີຍລະມັນຢາກສົ້ມ”

ຜະລິດຕະພັນປາແດກແຊບມຸ່ມ ໂຕ້, ເປີດກິດຈະການມາ 16 ປີ ດ້ວຍການນໍາໃຊ້ແຫຼ່ງວັດຖຸດິບທີ່ສໍາຄັນຈາກທໍາມະຊາດ ທີ່ເປັນປານໍ້າຂອງທັງໝົດ ໂດຍການຮັບຊື້ປານໍ້າຂອງ ຈາກປະຊາຊົນທ້ອງຖິ່ນ ໃນໂຕເມືອງອ້ອມແອ້ມເຂດຂົງເຂດເທດສະບານ ໂດຍຮັບຊື້ແຕ່ລະຄັ້ງສະເລ່ຍຫຼາຍໂຕ້ນ. ສໍາລັບຂັ້ນຕອນໃນການຜະລິດ ຈະບໍ່ມີຫຍັງຍາກຫຼາຍ, ໂດຍສິ່ງທີ່ຕ້ອງການຂັ້ນພື້ນຖານກໍຄືພາຊະນະບັນຈຸເພື່ອໝັກນໍ້າປາແດກ, ເກືອ, ຮໍາ ແລະສ່ວນປະກອບອື່ນໆ ທີ່ແຕ່ລະຄົນສາມາດເພີ້ມໃສ່ ເພື່ອປັບປຸງໃຫ້ເປັນລົດຊາດສູດຂອງຕົນເອງ. ສໍາລັບສູດຂອງເພິ່ນ ຈະໝັກປາແດກຢ່າງໜ້ອຍ 6 ເດືອນຂຶ້ນໄປ.

ນໍ້າປາແດກຕົ້ມສຸກ ຈາກຮ້ານປາແດກແຊບ ມຸ່ມ ໂຕ້, ເມືອງທ່າແຂກ, ແຂວງຄໍາມ່ວນ, ສປປ ລາວ.
ນໍ້າປາແດກຕົ້ມສຸກ ຈາກຮ້ານປາແດກແຊບ ມຸ່ມ ໂຕ້, ເມືອງທ່າແຂກ, ແຂວງຄໍາມ່ວນ, ສປປ ລາວ.

ການຜະລິດປາແດກ, ສິ່ງສໍາຄັນແທ້ໆກໍຄືຂັ້ນຕອນເລີ້ມຕົ້ນ, ປາຄວນສົດ,ສະອາດ ແລະເອົາຂີ້ປາອອກໃຫ້ໝົດ ຂັ້ນຕອນນີ້ ແນ່ນອນວ່າພວກເຮົາຕ້ອງນຶກເຖິງການກໍາຈັດສິ່ງເສດເຫຼືອຫຼາຍຮ້ອຍກິໂລ. ແນວໃດກໍຕາມ ເຈົ້າຂອງຮ້ານປາແດກແຊບມຸ່ມໂຕ້ ກ່າວວ່າ ເພິ່ນເອົາສິ່ງເສດເຫຼືອຈາກປານັ້ນ ໄປເປັນປຸຍໃສ່ຕົ້ນໄມ້ຕໍ່ໄປ.

ປັດຈຸບັນ, ປາແດກແຊບມຸ່ມໂຕ້ ຂາຍອອກໃນແຕ່ລະອາທິດຫຼາຍໂຕ້ນ, ໂດຍຈັດສົ່ງໄປທົ່ວປະເທດ ແລະຂາຍສົ່ງໃນເຂດເທດສະບານ ໃນລາຄາຂາຍ 30,000 ກີບຕໍ່ 1 ກິໂລເທົ່າກັນ ເຊິ່ງລູກຄ້າຈະເປັນຜູ້ເສຍຄ່າສົ່ງເອງ, ແຕ່ສໍາລັບປາແດກທີ່ສົ່ງອອກໄປຫວຽດນາມ ນາງຈະຂາຍໃນລາຄາ 32,000 ກີບຕໍ່ກິໂລ ເພາະຈະບວກຄ່າສົ່ງອອກໄປພ້ອມ ໃນນີ້ ເພິ່ນຈະສົ່ງໃຫ້ລູກຄ້າຢູ່ຫວຽດນາມສະເລ່ຍ 200 ກິໂລ ໃນແຕ່ລະເດືອນ.

ນາງກ່າວວ່າ ປາແດກ ບາງທີກໍບໍ່ມີໃຜຢາກເຮັດຂາຍ, ແຕ່ສໍາລັບນາງ ຕັ້ງແຕ່ເຮັດກິດຈະການປາແດກມາ ທຸກຢ່າງໃນຊີວິດດີຂຶ້ນ ຄອບຄົວມີທຸກຢ່າງ ລູກໆກໍໄດ້ຮໍ່າໄດ້ຮຽນດີ, ດັ່ງທີ່ນາງກ່າວວ່າ:

“ເອື້ອຍມາເຮັດປາແດກນິ ມັນເຮັດໃຫ້ເອື້ອຍມີຊີວິດດີຂຶ້ນ, ທໍາອິດເຮັດການເນາະ ກໍເລີຍລອງມາເປັນແມ່ຄ້າເບິ່ງ ເຮັດປາແດກຂາຍລອງເບິ່ງຫັ້ນນະ ກະຮູ້ສຶກວ່າມັນ work ຫັ້ນນະ, ມີຄົນເອົາໄປກິນແລ້ວວ່າມັນແຊບ ຕັ້ງໃຈຂາຍ ເອື້ອນກະໄດ້ຫຼາຍຢ່າງເນາະ ໄດ້ດິນ ໄດ້ເຮືອນ ໄດ້ລົດ ໄດ້ໃຫ້ສົ່ງລູກຮຽນ ກະນໍາປະແດກນີ້ ກະຈັງວ່າເອົາມາເປັນຫຼັກໆເລີຍຄືວ່າຂາຍປາແດກ, ເອື້ອຍກະຊິຂາຍໄປເລື້ອຍໆນິແຫຼະ ຂາຍໄປປຈົນວ່າສົ່ງລູກຮໍ່າລູກຮຽນພຸ້ນແຫຼະ ເພາະວ່າເອື້ອຍຂາຍມານິກະເນາະ ສົ່ງລູກຮຽນກະຈົບ ແລະກະໄດ້ເຮັດການແລ້ວຜູ້ນຶ່ງຫັ້ນນະ.”

ປາແດກແຊບ ທີ່ຕົ້ມສຸກແລ້ວ ປະສົມກັບ ຈາກ ປາແດກແຊບມຸ່ມໂຕ້, ທ່າແຂກ, ແຂວງຄໍາມ່ວນ
ປາແດກແຊບ ທີ່ຕົ້ມສຸກແລ້ວ ປະສົມກັບ ຈາກ ປາແດກແຊບມຸ່ມໂຕ້, ທ່າແຂກ, ແຂວງຄໍາມ່ວນ

ເວົ້າລວມແລ້ວ, ການດໍາເນີນກິດຈະການປາແດກ ກໍເປັນທຸລະກິດທີ່ສ້າງລາຍຮັບໄດ້ດີ ເພາະເປັນສ່ວນປະກອບຫຼັກຂອງອາຫານທີ່ຄົນໃນປະເທດສ່ວນໃຫຍ່ບໍລິໂພກ ບວກກັບເທັກນິກຂອງຜູ້ຄ້າ ທີ່ອາດຈະຄິດຄົ້ນສູດໃໝ່ໆມາປະກອບໃສ່ ເຮັດໃຫ້ປາແດກມີລົດຊາດນົວ ຫອມ ພ້ອມທັງສາມາດປຸງໄດ້ຫຼາກຫຼາຍເມນູໃນສູດດຽວ ຈຶ່ງເຮັດໃຫ້ກິດຈະການດັ່ງກ່າວ ກາຍເປັນລາຍໄດ້ຫຼັກຂອງຄອບຄົວ.

XS
SM
MD
LG