ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານ​ກຳປູ​ເຈຍ 5 ຄົນ ​​ເສຍ​ຊີວິດ ໃນເຫດ ເຮ​ລິ​ຄອບ​ເຕີຕົກ


ພະນັກງານກູ້ໄພຄົນນຶ່ງ ກຳລັງຊອກຫາຜູ້ປະສົບໄພ ເຮ​ລິ​ຄອບ​ເຕີ ຕົກລົງຢູ່ນອກ ນະຄອນຫຼວງພະນົມເປັນ ເມື່ອວັນທີ 14 ກໍລະກົດ 2014.
ພະນັກງານກູ້ໄພຄົນນຶ່ງ ກຳລັງຊອກຫາຜູ້ປະສົບໄພ ເຮ​ລິ​ຄອບ​ເຕີ ຕົກລົງຢູ່ນອກ ນະຄອນຫຼວງພະນົມເປັນ ເມື່ອວັນທີ 14 ກໍລະກົດ 2014.

ທະຫານ​ກຳປູ​ເຈຍ 5 ຄົນເສຍ​ຊີວິດ ເມື່ອວັນ​ຈັນ​ມື້​ນີ້ ເວລາ
ເຮ​ລິ​ຄອບ​ເຕີ ທີ່​ພວກ​ເຂົາ​ເຈົ້າ​ຂີ່​ໄປ​ນັ້ນ ​ໄດ້​ຕົກລົງ ​ນອກ​ນະຄອນ
ຫຼວງພະນົມ​ເປັນ.

ເຮ​ລິ​ຄອບ​ເຕີລຳ​ດັ່ງກ່າວ ກຳລັງ​ປະກອບສ່ວນ​ ໃນການ​ຝຶກ​ຊ້ອມ​ຢູ່
​ໃນ​ເວລາ​ເກີດ​ເຫດ​ ​ເຮັດ​ໃຫ້ເຮ​ລິ​ຄອບ​ເຕີຕົກລົງ. ​ບັນດາເຈົ້າໜ້າ​ທີ່
ທະຫານ ກ່າ​ວວ່າ ອີກ​ຄົນໜຶ່ງໄດ້​ຮັບ​ບາດ​ເຈັບ​ສາຫັດ​ ໃນ​ເຫດ
ເຮ​ລິ​ຄອບ​ເຕີຕົກ ຄັ້ງນີ້.

ການ​ສືບສວນ​ສອບ ​ກຳລັງ​ດຳ​ເນີນໄປຢູ່ ​ເພື່ອໃຫ້​ຮູ້​ສາ​ເຫດ​ຂອງເຮ​ລິ​ຄອບ​ເຕີຕົກລົງ ​ໃນ​ຄັ້ງນີ້.

XS
SM
MD
LG