ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກກູ້ໄພ ກໍາລັງມ້ຽນມັດ ຕຶກອາຄານ ທີ່ພັງ ຢູ່ບັງກລາແດັສ (ວີດີໂອ)


ພະນັກງານເຮັ​ດວຽກ​ກູ້​​ໄພ ​ພາກັນ​​ໃຊ້​ອຸປະກອນຂະໜາດ​ໜັກ ​ເພື່ອ​ມ້ຽນ​ມັດ ຕຶກ​ຫັກ​ພັງໂຮງງານຢູ່​ນອກ​ເມືອງ​ຫລວງ Dhaka
ພະນັກງານເຮັ​ດວຽກ​ກູ້​​ໄພ ​ພາກັນ​​ໃຊ້​ອຸປະກອນຂະໜາດ​ໜັກ ​ເພື່ອ​ມ້ຽນ​ມັດ ຕຶກ​ຫັກ​ພັງໂຮງງານຢູ່​ນອກ​ເມືອງ​ຫລວງ Dhaka
ບັນດາ​ພະນັກງານເຮັ​ດວຽກ​ກູ້ໄພ ​ໃນ​ບັງ​ກລາ​ແດັສ ​ໄດ້​ເລີ້ມ​ພາ
ກັນໃຊ້​ອຸປະກອນຂະໜາດ​ໜັກ ​ເພື່ອ​ມ້ຽນ​ມັດ ຕຶກ​ຫັກ​ພັງໂຮງ
ງານຢູ່​ນອກ​ເມືອງ​ຫລວງ Dhaka ບ່ອນ​ທີ່ມີ ຫລາຍ​ຮ້ອຍຄົນ
​ເສຍ​ຊີວິດ​ ຈາກຕຶກ​ຫັກ​ພັງ​ລົງ​ມາ​ໃນ​ວັນ​ພຸດ​ແລ້ວ​ນີ້.

ບັນດາ​ພະນັກງານ ​ໄດ້​ເລີ້ມ​ກວດ​ມ້ຽນ​ບ່ອນ​ຫັກ​ພັງ​ ຢ່າງເອົາ​ຈິງ​
ເອົາ​ຈັງ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ຫລາຍ​ວັນ​ທີ່​ໄດ້​ພະ​ຍາ​ຍາມ​ຊອກ​
ຫາ ​ແລະ​ກູ້​ໄພດ້ວຍ​ເຄຶ່ອງມື​ຕ່າງໆ ​ແລະ​ຫລັງ​ຈາກ​ໄຟ​ໃໝ້​ໄດ້​
ມອດລົງ ຊຶ່ງອາດ​ພົບ​ເຫັນມີ​ຜູ້​ລອດ​ຊີວິດຢູ່​ຈາກ​ຊາກ​ຫັກ​ພັງດັ່ງ
ກ່າວ.

ຢ່າງ​ໜ້ອຍ 380 ຄົນເປັນທີ່​ຊາບ​ວ່າ​ໄດ້ເສຍ​ຊີວິດ​ໄປ​ກັບ​ຕຶກຫັກ​ພັງ​ນັ້ນ. ຈໍານວນ​ຂອງ​ຜູ້​ເສຍ​ຊີວິດ​ຄາດ​ວ່າ​ຈະ​ມີສູງ​ຂື້ນ ​ຈາກຈຳນວນ​ທີ່​ຫລາຍ​ຮ້ອຍ​ຄົນ​ເຊື່ອກັນວ່າ​ຫາຍ​ສາບ​ສູນຢູ່​ນັ້ນ.

ນາຍົກລັດຖະມົນຕີ Sheik Hasina ​ໄດ້​ຢ້ຽມຢາມ​ຕຶກບ່ອນຫັກ​ພັງ​ດັ່ງກ່າວໃນ​ວັນ​ຈັນ​ມື້​ນີ້.

ໃນ​ວັນ​ອາທິດວານ​ນີ້ ຕໍາ​ຫລວດ​ໄດ້​ຈັບ​ເຈົ້າ​ຂອງ​ໂຮງງານ ​ຢູ່ໄກ້​ກັບ​ຊາຍ​ແດນ​ອິນ​ເດຍ. ທ່ານ Mohammed Sohel Rana ​ໄດ້​ຫາຍ​ສາບ​ສູນ​ໄປຕັ້ງ​ແຕ່​ຕຶກ​ໄດ້​ຫັກ​ພັງ​ລົງ​ມາ​ໃນ​ວັນ​ພຸດ​ແລ້ວ​ນີ້. ຕໍາ​ຫລວດ​ກ່າວ​ວ່າ ທ່ານ Rana ​ແລະ​ບັນດາ​ຜູ້​ບໍ​ລິ​ຫານ​ໂຮງງານ​ພາກັນ​ບໍ່​ຫົວຊາ​ນໍາ ການ​ເຕືອນ​ຂອງ​ເຈົ້າ​ໜ້າ​ທີ່ ​ເພື່ອ​ໃຫ້​ຄົນ​ພາກັນ​ຍົກຍ້າຍ​ອອກ​ຈາກ​ຕຶກ ຫລັງ​ຈາກ​ພວກ​ກວດກາ​ໄດ້​ພົບ​ເຫັນ​ບ່ອນ​ແຕກແຫງ​ຢູ່​ຕຶກ ​ໃນ​ເວລາ​ກວດກາ​ໃນ​ວັນ​ອັງຄານ​ແລ້ວ​ນີ້.

ທ່ານ Rana ​ໄດ້​ຖືກ​ຈັບ​ມື້​ນຶ່ງ​ຫລັງ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່ ​ໄດ້​ນໍາ​ໂຕຫົວໜ້າ​ແຜນ​ກໍ່ສ້າງ
ສອງ​ຄົນ ​ແລະ​ນັກວິ​ຊະວະ​ກອນ​ສອງ​ຄົນ ມາ​ກັກ​ຂັງ​ໄວ້. ​ເທົ້າ​ປັດ​ຈຸ​ບັນ​ນີ້ ພວ​ກ​ເຈົ້າ​ໜ້າ​ທີ່ໄດ້​ກັກ​ຂັງ 7 ຄົນທີ່​ພົວພັນ​ກັບ​ຕຶກ​ຫັກ​ພັງນັ້ນ​ໄວ້​ແລ້ວ.

Bangladesh
please wait
Embed

No media source currently available

0:00 0:02:02 0:00
XS
SM
MD
LG