ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປາບປາມ ທີ່ນອງເລືອດ ພົວພັນກັບ ຄອບຄົວ ພັນລະຍາ ຂອງ ນາຍົກ ຮຸນເຊນ


ນາຍົກລັດຖະມົນຕີກຳປູເຈຍ ທ່ານ ຮຸນ​ເຊ​ນ ແລະພັນລະຍາ ທ່ານນາງບຸນ ຣານີ ຮ່ວມພິທີທາງສາສະໜາ ທີ່ອັງກໍວັດ.
ນາຍົກລັດຖະມົນຕີກຳປູເຈຍ ທ່ານ ຮຸນ​ເຊ​ນ ແລະພັນລະຍາ ທ່ານນາງບຸນ ຣານີ ຮ່ວມພິທີທາງສາສະໜາ ທີ່ອັງກໍວັດ.

ບໍລິສັດ​ນຶ່ງ​ທີ່​ພົວພັນ​ກັບ​ການ​ປາບປາມ​ທີ່​ນອງ​ເລືອດ ​ໃນ​ວັນ 8 ​ເດືອນມີນາ ຢູ່ ໃນກຳປູ​
ເຈຍ ​ເວລາ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍິງ​ພວກ​ປະ​ທ້ວງ ຫຼັງ​ຈາກ​ໄດ້ມີການຈູດ​ບ້ານເຮືອນຫຼາຍ​ຫຼັງ​ ແມ່ນ​ນຳພາ​ໂດຍຫຼານ​ສາວ​ ຂອງພັນ​ລະ​ຍາ ນາຍົກລັດຖະມົນຕີ
ຮຸນ​ເຊ​ນ ທ່ານນາງບຸນຣານີ ອີງ​ຕາມ​ບັນທຶກ​ລັດຖະບານ​ກຳປູ​ເຈຍ.

ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ກຸ່ມ​ນຶ່ງ ທີ່​ປະ​ກອບ​ດ້ວຍ​ຕຳຫຼວດຫຼາຍ​ສິບ​ຄົນ ​ແລະ​ສາລະ
ວັດ​ທະຫານ ​ໄດ້​ເປີດ​ສາກ​ຍິງ​ເຂົ້າໃສ່ຝູງ​ຊົນ ​ທີ່​ພາກັນ​ປະ​ທ້ວງຜູ້​ທີ່​ໄດ້ປິດ​ກັ້ນ​ຖະໜົນ​ຫົນ
​ທາງ​ໃນ​ແຂວງ​ກຣະແຈະໂດຍພົວພັນ​ກັບ​ການ​ຈູດຢ້າວເຜົາ​ເຮືອນ​ ​ແລະ​ສະມາຊິກ​ປະ​
ຊາ​ຄົມ​ໄດ້​ຖືກ​ຈັບ ລະຫວ່າງ​ການ​ບັງຄັບໃຫ້ປະຊາຊົນຍົກຍ້າຍໃນ​ຕອນ​ເຊົ້າ​ວັນ​ດັ່ງກ່າວ
ຈາກ​ສວນ​ປູກ​ຢາງ​ພາລາ.

ຢ່າ​ງໜ້ອຍ​ສາມ​ຄົນ​ໄດ້​ຖືກ​ຍິງຢູ່ທິ່​ສວນ​ຢາງ​ພາລາ​ເມ​ໝົດ ທີ່​ຕັ້ງ​ຢູ່​ໃນບ້ານຜີ​ທະນູ ​ໃນ​ຂະ
ນະ​ທີ່​ຄົນ​ອື່ນໆ​ອ້າງ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກ​ທຸບ​ຕີ ບັນດາ​ກຸ່ມປົກປ້ອງ​ສິດທິ​ມະ ນຸດ​ໄດ້​ເຫັນ
​ເຫດການ ​ແລະ​ການລາຍງານຂອງປະຊາຊົນທີ່ຖືກ​ກ່າວ​ຫາ​.

​ເຈົ້າ​ໜ້າ​ທີ່​ອະ​ວຸໂສຂອງສານປະຈຳແຂວງ ​ພວກ​ເຈົ້າ​ໜ້າ​ທີ່ລັດຖະບານ ແລະຕຳ ຫຼວດ ​ເປັນຜູ້ສັ່ງໃຫ້ມີການ​ປະຕິບັດ​ງານດັ່ງກ່າວ ​ອີງ​ຕາມ​ໜັງ​ສື​ຕຳຫຼວດ​ແຫ່ງ​ຊາດ ທີ່​ວີ​ໂອ​ເອ
ໄດ້ຮັບ.

ທ່ານ​ກິ​ມ ຊົກ​ລີບ ​ແລະ​ທ່ານ​ກິມ ຈຳ​ເຣືອນ ຜູ້​ທີ່ຢູ່​ໃນ​ລາຍ​ຊື່ວ່າເປັນ​ຫົວໜ້າ​ສວນ​ຢາງ​ພາ
ລາ​ເມ​ໝົດຂອງຂໍ້ມູນການຈົດທະບຽນ ທັງຂອງກະຊວງການຄ້າຊຸດກ່ອນ ແລະຊຸດປັດ
ຈຸບັນແລ້ວ ແມ່ນພວກ​ລູກ​ສາວ​ຂອງທ່ານນາງບຸນ ຣານີ ບັນ ຊຳ​ເລັນ ເປັນເຈົ້າຂອງ.

ຜູ້​ຕາງໜ້າຄົນ​ນຶ່ງ​ຂອງບໍລິສັດ​ສວນ​ຢາງ​ເມ​ໝົດ ​ໄດ້​ປະຕິເສດ​ບໍ່​ບອກ​ຊື່​ຂອງ​ນາງ ​ໄດ້​
ປະຕິ​ເສດ​ທີ່ຈະຕອບຄຳ​ຖາມ​ໂດຍ​ສະ​ເພາະ ກ່ຽວ​ກັບພວກ​ຫົວໜ້າ​ຂອງບໍລິສັດ
ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG