ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ. ຈໍາປາສັກ ຄາດວ່າ ຈະດຶງດູດເອົາ ນັກທ່ອງທ່ຽວ ໃຫ້ໄດ້ຫຼາຍກວ່າ 5 ແສນຄົນ ໃນປີນີ້


ກອງປະຊຸມຫລວງຂອງຄະນະພັກຄັ້ງທີ 6 ຂອງແຂວງຈໍາປາສັກ ທີ່ຈັດຂຶ້ນໃນປີ 2011 ທີ່ຜ່ານມາ
ກອງປະຊຸມຫລວງຂອງຄະນະພັກຄັ້ງທີ 6 ຂອງແຂວງຈໍາປາສັກ ທີ່ຈັດຂຶ້ນໃນປີ 2011 ທີ່ຜ່ານມາ

ທາງການແຂວງຈໍາປາສັກຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 5 ແສນ ຄົນ ທີ່ຈະເດີນທາງເຂົ້າໄປທ່ອງທ່ຽວໃນແຂວງຈໍາປາສັກ ໃນປີທ່ອງທ່ຽວລາວ 2012 ນີ້.

ເຈົ້າໜ້າທີ່ແຜນການທ່ອງທ່ຽວປະຈໍາແຂວງຈໍາປາສັກໃຫ້ການຢືນຢັນວ່າ ທາງການ
ແຂວງຈໍາປາສັກໄດ້ຕັ້ງເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ເດີນ
ທາງເຂົ້າມາ ທ່ອງທ່ຽວໃນແຂວງຈໍາປາສັກໃຫ້ໄດ້ຫຼາຍກວ່າ 5 ແສນຄົນໃນຕະຫຼອດປີ
ການທ່ອງທ່ຽວລາວ 2012 ນີ້ ໂດຍເຖິງແມ້ວ່າຈະເປັນເປົ້າໝາຍທີ່ເພີ່ມຂຶ້ນຈາກປີ 2011
ຄິດເປັນສັດສ່ວນເຖິງ 25% ກໍຕາມ ຫາກແຕ່ທາງການແຂວງຈໍາປາສັກ ກໍມີຄວາມໝັ້ນ
ໃຈວ່າ ຈະສາມາດຊຸກຍູ້ໃຫ້ບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງເປັນຮູບປະທໍາ.

ທັງນີ້ກໍເພາະວ່າພາຍຫຼັງຈາກທີ່ໄດ້ສໍາເລັດສິ້ນຈາກການຈັດງານບຸນນະມັດສະການວັດ
ພູ ໃນຊ່ວງຕົ້ນເດືອນກຸມພາ ທີ່ຜ່ານມາແລ້ວນັ້ນກໍປະກົດວ່າ ມີນັກທ່ອງທ່ຽວຊາວຕ່າງ
ຊາດ ໄດ້ພາກັນເດີນທາງເຂົ້າມາໃນແຂວງຈໍາປາສັກເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຊື່ອວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 1.2 ແສນຄົນທີ່ຈະເດີນທາງໄປຢ້ຽມຊົມ ປະສາດວັດພູໃນຕະຫຼອດປີນີ້ຫຼືເພີ່ມຂຶ້ນຈາກປີກາຍເຖິງ 2 ໝື່ນກວ່າຄົນ.

ການສ້າງທາງໃໝ່ເລກທີ 14 A ໄປຫາວັດພູ
ການສ້າງທາງໃໝ່ເລກທີ 14 A ໄປຫາວັດພູ

ຍິ່ງໄປກວ່ານັ້ນ ນອກຈາກ
ປະສາດວັດພູຊຶ່ງໄດ້ເປັນ
ມໍລະດົກໂລກນັບແຕ່ປີ
2001 ເປັນຕົ້ນມາແລ້ວ
ນັ້ນ ແຂວງຈໍາປາສັກກໍຍັງ
ມີແຫຼ່ງທ່ອງທ່ຽວທັງທາງ
ວັດທະນະທໍາ, ປະຫັວດ
ສາດ ແລະທໍາມະຊາດທີ່
ສວຍງາມອີກເຖິງ 212 ແຫ່ງ
ໃນທົ່ວແຂວງດ້ວຍນັ້ນ ຈຶ່ງເຮັດໃຫ້ທາງການແຂວງຈໍາປາສັກມີຄວາມເຊື່ອໝັ້ນວ່າ ຈະມີ
ນັກທ່ອງທ່ຽວຊາວຕ່າງຊາດເດີນທາງ ເຂົ້າໄປ ທ່ອງທ່ຽວແຂວງຈໍາປາສັກເພີ່ມຂຶ້ນຈາກ
4 ແສນກວ່າຄົນໃນປີກາຍເປັນຫຼາຍກວ່າ 5 ແສນຄົນໃນປີນີ້ຢ່າງແນ່ນອນ ແລະຍັງຈະເພີ່ມ
ຂຶ້ນຢ່າງຕໍ່ເນື່ອງໃນປີຕໍ່ໆໄປອີກດ້ວຍ ເນື່ອງຈາກທາງການແຂວງຈໍາປາສັກກໍໄດ້ປະກາດ
ເປົ້າໝາຍ ຢ່າງຈະແຈ້ງແລ້ວວ່າ ຈະພັດທະນາແຂວງຈໍາປາສັກ ໃຫ້ເປັນສູນກາງການທ່ອງ
ທ່ຽວໃນພາກໃຕ້ຂອງລາວນັ້ນເອງ.

ຫລ້າສຸດ ທາງການແຂວງຈໍາປາສັກ ແລະທະນາຄານພັດທະນາແຫ່ງອາຊີ (ADB) ກໍໄດ້
ລົງນາມຮ່ວມກັນ ໃນຂໍ້ຕົກລົງວ່າດ້ວຍການຮ່ວມືເພື່ອພັດທະນາເມືອງປາກເຊໃຫ້ເປັນ
ເມືອງທັນສະໄໝທີ່ມີ ການພັດທະນາຢ່າງຮອບດ້ານໂດຍທີ່ ADB ຈະໃຫ້ການຊ່ວຍເຫຼືອ
ແຂວງຈໍາປາສັກໃນມູນຄ່າ 20ລ້ານໂດລາ ຫຼືປະມານ 160 ຕື້ກີບ ສໍາລັບນໍາໃຊ້ໃນການ
ພັດທະນາປັບປຸງຜັງເມືອງ ການພັດທະນາປັບປຸງສິ່ງແວດລ້ອມພາຍໃນຕົວເມືອງ, ການ
ພັດທະນາປັບປຸງລະບົບຄົມມະນາຄົມ-ຂົນສົ່ງ, ການພັດທະນາປັບປຸງໂຮງແຮມ, ບ້ານ
ພັກ, ຮ້ານອາຫານ ແລະ ສະຖານບໍລິການຕ່າງໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍໃນ 5 ປີ ຂ້າງໜ້າດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງຈໍາປາສັກໄດ້ໃຫ້ການຊີ້ແຈງວ່າ:

ໂຄງການນີ້ແມ່ນໃນປີ 2011 ນີ້ ໄດ້ເຊັນ MOU ຮ່ວມກັນກັບ ADB ລົງມືປະຕິ
ບັດນີ້
ແມ່ນໃນເດືອນທີ່ 2ປີ 2012 ຄາດຄະເນໂຄງການນີ້ ກະແມ່ນ 3-5 ປີ
ມູນຄ່າຂອງໂຄງການ 20
ກວ່າລ້ານໂດລາ ໃນໄລຍະທີ 1.

ທໍາມະຊາດຄອນພະເພັງ ທີ່ແຂວງຈໍາປາສັກ
ທໍາມະຊາດຄອນພະເພັງ ທີ່ແຂວງຈໍາປາສັກ

ເມືອງປາກເຊເປັນເມືອງ
ເອກຂອງແຂວງຈໍາປາສັກ
ທີ່ປະຊາກອນສ່ວນໃຫຍ່
ຫຼືຫຼາຍກວ່າ 60% ຂອງ
ປະຊາກອນທັງໝົດຂອງ
ເມືອງນັ້ນ ປະກອບອາ
ຊີບຄ້າຂາຍ ແລະໃນພາກ
ບໍລິການ ສ່ວນທີ່ເຫຼືອ
ນອກນັ້ນ ກໍເປັນພະນັກ
ງານຂອງລັດຖະບານ
ແລະເປັນກະສິກອນ ທີ່
ມີລາຍໄດ້ສະເລ່ຍສູງກວ່າ
ປະຊາກອນລາວທີ່ຢູ່ໃນເຂດເມືອງອື່ນໆຂອງແຂວງຈໍາປາສັກ ໂດຍຈົນເຖິງທ້າຍປີນີ້
ກໍຄາດໝາຍວ່າຍອດຜະລິດຕະພັນລວມ (GDP) ຂອງເມືອງປາກເຊຈະສາມາດວັດ
ສະເລ່ຍເປັນລາຍຮັບຂອງປະຊາຊົນໄດ້ຫຼາຍກວ່າ 15 ລ້ານກີບ ຕໍ່ຄົນຕໍ່ປີ.

ກ່ອນໜ້ານີ້ ທາງການແຂວງຈໍາປາສັກ ຍັງໄດ້ດໍາເນີນການພັດທະນາເຂດທ່ອງທ່ຽວ
ຢູ່ໃນເຂດເມືອງໂຂງອີກດ້ວຍ ໂດຍໃນປັດຈຸບັນ ກໍກໍາລັງຢູ່ໃນຂັ້ນຕອນຂອງການກໍ່
ສ້າງບ່ອນພັກອາໃສຂອງບຸກຄະລາກອນ ການຕຽມສະຖານທີ່ຮອງຮັບການກໍ່ສ້າງ
ຂົວ ທີ່ເຊື່່ອມຕໍ່ບ້ານຫາດກັບບ້ານນາ ການອອກແບບເພື່ອພັດທະນາທ່າເຮືອ ຢູ່
ຕາມເກາະດອນຕ່າງໆ ແລະການພັດທະນາສິ່ງອໍານວຍຄວາມສະດວກ ໃຫ້ແກ່ນັກ
ທ່ອງທ່ຽວຢ່າງຄົບຊຸດ ໂດຍຖືເປັນສ່ວນນຶ່ງ ຂອງເຂດເສດຖະກິດພິເສດດອນພະເພັງ
ທີ່ຕັ້ງຢູ່ໃນເຂດເມືອງໂຂງ ຊຶ່ງມີອານາບໍລິເວນ ທີ່ກວ້າງເຖິງ 39,000 ເຮັກຕານັ້ນເອງ.

XS
SM
MD
LG