ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີນັກຂ່າວ ເສຍຊີວິດ ເພີ້ມຂື້ນ ໃນຂະນະທີ່ ປະຕິບັດງານ ໃນປີ 2014


ນັກຂ່າວ ສະຫະລັດ ທ່ານ James Foley ຖືກສັງຫານໂດຍ ພວກຫົວຮຸນແຮງລັດອິສລາມ ທີ່ຊິເຣຍ.
ນັກຂ່າວ ສະຫະລັດ ທ່ານ James Foley ຖືກສັງຫານໂດຍ ພວກຫົວຮຸນແຮງລັດອິສລາມ ທີ່ຊິເຣຍ.

ກຸ່ມ​ປົກປ້ອງອິດສະຫຼະພາບດ້ານການຂ່າວ ກ່າວ​ວ່າ ຢ່າງ​
ໜ້ອຍນັກ​ຂ່າວ 60 ຄົນ ໄດ້​ເສຍ​ຊີວິດ​ປີ​ນີ້ ​ໃນ​ຂະນະ​ທີ່​ປະຕິ
ບັດ​ງານ ໂດຍທີ່​ພວກ​ນັກຂ່າວ​ນາໆ​ຊາດ ປະກອບເປັນສັດ
ສ່ວນທີ່​ສູງ​ເປັນພິເສດ ຂອງ​ການ​ເສຍ​ຊີວິດ.

ຄະນະ​ກຳມະ​ການປ້ອງ​ກັນ​ພວກນັກ​ຂ່າວ ຫຼື CPJ ທີ່ມີ​ຫ້ອງ
ການ​ຢູ່​ນະຄອນ​ນິວຢອກ ​ໄດ້​ອອກ​ລາຍ​ງານ​ປະຈຳ​ປີ ​ໃນ​ວັນ
​ອັງຄານ​ມື້​ນີ້ ກ່ຽວ​ກັບ​ພວກນັກ​ຂ່າວ​ ທີ່​ເສຍ​ຊີວິດ​ຢູ່​ໃນ 21
ປະ​ເທດ​ໃນ​ປີ 2014.

ລາຍ​ງານ​ກ່າວ​ວ່າ ບັນ​ດາ​ນັກ​ຂ່າວ​ທ້ອງ​ຖິ່ນ ຍັງສືບຕໍ່ຕົກເປັນ​
ເປົ້າ​ໝາຍ​ຫລາຍ​ທີ່​ສຸດ ​ແຕ່ວ່າ 23 ​ເປັນ​ເຊັນ​ຂອງ​ຜູ້ເສຍ​ຊີວິດ​ແມ່ນ​ພວກ​ນັກ​ຂ່າວ​ນາໆ
​ຊາດ. ຈາກ​ການ​ປຽບທຽບແລ້ວ ພວກ​ນັກ​ຂ່າວ​ທ້ອງ​ຖິ່ນແມ່ນປະກອບເປັນຫຼາຍ​ເຖິງ 90
​ເປີ​ເຊັນໃນບັນ​ທຶກຂໍ້ມູນ ອົງການ CPJ ກ່ຽວກັບການ​ເສຍ​ຊີວິດຂອງພວກນັກຂ່າວ​ເມື່ອ
ນັບຄືນ​ຫລັງ​ໄປ​ຫາ​ປີ1992.

ລາຍ​ງານໃຫ້ເຫດຜົນວ່າ ເປັນຍ້ອນ “ສະພາບຄວາມຫລໍ່ແຫລມທີ່ເພີ້ມທະວີຂຶ້ນ​ຢູ່​ເຂດ
ທີ່ມີການ​ຂັດ​ແຍ້​ງກັນ​ ໂດຍທີ່ພວກນັກຂ່າວຕາເວັນຕົກ ມັກຈະຕົກເປັນ​ເປົ້າ​ໝາຍ​ນັ້ນ.”

ຊີ​ເຣຍ ​ເປັນ​ປະ​ເທດອັນ​ຕະລາຍ​ທີ່​ສຸດ​ສຳຫລັບບັນດາ​ນັກ​ຂ່າວ ໂດຍທີ່ມີ​ຜູ້​ເສຍ​ຊີວິດ​ເຖິງ
17 ຄົນໃນປີນີ້. ນັກ​ຂ່າວ 5 ຄົນ​ໄດ້​ເສຍ​ຊີວິດ​ຢູ່ໃນ​ອີຣັກ ​ແລະ​ຢູ​ເຄຣນ ​ໃນ​ຂະນະ​ທີ່ 4 ຄົນ
​ເສຍ​ຊີວິດ​ຢູ່​ໃນໂຊ​ມາ​ເລຍ ​ແລະ​ໃນ​ຂະນະ​ທີ່​ເກີດ​ສົງຄາມ​ລະຫວ່າງອິສຣາ​ແອ​ລ ​ແລະ​ພວກ​
ຫົວ​ຮຸນ​ແຮງປາ​ແລ​ສ​ໄຕ​ນ໌.

XS
SM
MD
LG