ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດ ຂອງໂຄວິດ ຈະເຮັດໃຫ້ ເສດຖະກິດຈີນ ແລະ ເອເຊຍ ເຕີບໂຕຊ້າລົງ


ຜູ່ຊາຍຄົນນຶ່ງໃສ່ໜ້າກາກ ຍ່າງຜານຕະຫຼາດການຄ້າ ຢູ່ຮົງກົງ
ຜູ່ຊາຍຄົນນຶ່ງໃສ່ໜ້າກາກ ຍ່າງຜານຕະຫຼາດການຄ້າ ຢູ່ຮົງກົງ

ທະນາຄານໂລກກ່າວວ່າ ການແຜ່ລະບາດຂອງ COVID-19 ຈະເຮັດໃຫ້ ການເຕີບໂຕ
ຂອງເສດຖະກິດປີນີ້ ບໍ່ເປັນໄປຕາມແຜນການ ຢູ່ໃນປະເທດຈີນ ແລະທົ່ວຂົງເຂດເອເຊຍ
ຕາເວັນອອກ ແລະຍ່ານມະຫາສະໝຸດປາຊິຟິກ.

ທະນາຄານໂລກໄດ້ອອກຖະແຫຼງການໃນວັນຈັນວານນີ້ວ່າ ໂດຍຄາດຄະເນວ່າ ຈະມີ
ການເຕີບໂຕແຕ່ພຽງ 2.1 ເປີເຊັນ ໃນບັນດາປະເທດທີ່ກຳລັງພັດທະນາ ໃນຂົງເຂດ
ເອເຊຍຕາເວັນອອກ ແລະຍ່ານມະຫາສະໝຸດປາຊີຟິກໃນປີນີ້ ປຽບ ທຽບໃສ່ 5.8

ເປີເຊັນ ໃນປີ 2019 ພາຍໃຕ້ການທຳນາຍທີ່ສັນນິຖານວ່າ ເສດ ຖະກິດຈະຟື້ນໂຕຄືນ
ຈາກການແຜ່ລະບາດ. ແຕ່ໃນລາຍງານດຽວກັນນີ້ ຄາດວ່າ ຈະມີການເຕີບໂຕໃນ
ອັດຕາ 0.5 ເປີເຊັນ ໃນສະພາບການທີ່ຂີ້ຮ້າຍສຸດຊຶ່ງຄາດວ່າການແຜ່ລະບາດ ຈະ
ດຳເນີນຕໍ່ໄປຈົນຮອດປີ 2021.

ທະນາຄານໂລກທຳນາຍວ່າ ການເຕີບໂຕເສດຖະກິດຂອງຈີນ ຈະຊ້າຫລຸດລົງຈາກ
6.1 ເປີເຊັນໃນປີກາຍນີ້ມາເປັນ 2.3 ເປີເຊັນ ໃນປີນີ້ ຖ້າຫາກສະພາບ ທີ່ດີສຸດເກີດຂຶ້ນ
ແຕ່ພາຍໃຕ້ສະພາບການທີ່ຂີ້ຮ້າຍທີ່ສຸດນັ້ນອາດຈະເພີ້ມຂຶ້ນແຕ່ 0.1 ເປີເຊັນ.

ທະນາຄານໂລກໄດ້ທຳນາຍໄວ້ກ່ອນໜ້ານີ້ວ່າ ເກືອບ 35 ລ້ານຄົນຢູ່ໃນຂົງເຂດ ຈະ
ຫລຸດພົ້ນຈາກຄວາມທຸກຈົນ ໃນປີ 2020 ແຕ່ບັດນີ້ຄາດຄະເນວ່າ ຈະມີອີກ 11 ລ້ານ
ຄົນອາດບັງຄັບໃຫ້ຕົກຢູ່ໃນຄວາມທຸກຈົນ ຖ້າຫາກວ່າການແຜ່ລະບາດ ຍັງດຳເນີນ
ແບບບໍ່ມີກຳນົດ.

ອ່ານຂ່່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG