ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍ້ອນບັນຫາໂຄວິດ-19 ສາຍພັນໃໝ່, ເຮັດໃຫ້ຜູ້ປົກຄອງ ຕັດສິນໃຈໃນການກັບເຂົ້າຮຽນຂອງບຸດຫລານ


ຮູບລູກຊາຍນ້ອຍ ແລະລູກສາວຫລ້າ ຂອງຍານາງ ເຄຊີ ວົງສໍາພັນ ທີ່ກຽມໂຕອອກໄປໂຮງຮຽນ, ເດືອນ ຕຸລາ, ປີ 2020
ຮູບລູກຊາຍນ້ອຍ ແລະລູກສາວຫລ້າ ຂອງຍານາງ ເຄຊີ ວົງສໍາພັນ ທີ່ກຽມໂຕອອກໄປໂຮງຮຽນ, ເດືອນ ຕຸລາ, ປີ 2020

ນີ້ກໍ່ເຂົ້າເດືອນທີ 7 ຂອງປີ ແລະຜູ້ປົກຄອງຢູ່ໃນບາງລັດຂອງສະຫະລັດອາເມຣິກາ ກໍ່ເລີ້ມວາງແຜນກະກຽມການເປີດສົກຮຽນໃໝ່ ໃຫ້ບຸດຫລານຂອງຕົນເອງ ໂດຍສະເພາະຢ່າງຍິ່ງແມ່ນການຕັດສິນໃຈວ່າ ພວກເຂົາຈະໃຫ້ລູກໆຮຽນຢູ່ເຮືອນ (Virtual Learning) ຫລືກັບເຂົ້າໄປຮຽນຢູ່ໃນໂຮງຮຽນ (In School Learning). ຕໍ່ບັນຫານີ້ ມັນອາດຈະບໍ່ມີຫຍັງຍາກ ຫາກວ່າສະຖານນະການຂອງໂຄວິດເລີ້ມເບົາບາງລົງ ແຕ່ຂ່າວການແຜ່ລະບາດສາຍພັນໃໝ່ຂອງໂຄວິດ-19 ແມ່ນຍັງສ້າງຄວາມກັງວົນໃຈໃຫ້ຜູ້ປົກຄອງຫລາຍໆຄົນຢູ່ ດັ່ງນັ້ນ ຍານາງ ເຄຊີ ວົງສໍາພັນ ຜູ້ທີ່ອາໄສຢູ່ໃນເຂດນຶ່ງຂອງລັດ ຈໍເຈຍ ຈະໄດ້ມາເລົ່າເຖິງທາງເລືອກ ແລະການຕັດສິນໃຈຂອງເພິ່ນສູ່ທາງ ວີໂອເອຟັງວ່າ:

"ມີລູກນ້ອຍ 4 ຄົນເດເນາະ ຮຽນຄົນລະຫ້ອງ ແລະບາດນີ້ຂ້ອຍກະຍາກແນ່ ແລ່ນຫາລູກຜູ້ນັ້ນຜູ້ນີ້ ແລະຂ້ອຍກໍ່ມີລູກຜູ້ນຶ່ງ ຜູ້ລາວເປັນເດັກພິເສດ ແລະມັນກະແຮງຍາກເພີ້ມຂຶ້ນໄປອີກ ເຂົາເຈົ້າຮຽນຢູ່ເຮືອນ ເຂົາເຈົ້າກໍ່ບໍ່ໄດ້ໃສ່ໃຈ ເຂົາເຈົາ້ຢາກເຮັດແນວອື່ນ ບໍ່ຢາກຮຽນຫັ້ນໜາ ກໍ່ຂ້ອຍຊິສົ່ງລູກຂ້ອຍໄປຮຽນຢູ່ໂຮງຮຽນ ເລື້ອງເປັນຫ່ວງໂຄວິດຫັ້ນເປັນຫ່ວງຢູ່ ແຕ່ວ່າຂ້ອຍກະຄີດວ່າລູກຂ້ອຍແຂງແຮງ ແລະເຂົາເຈົ້າກະຊິສູ້ໄດ້ຢູ່ດອກ ເພາະວ່າເຂົາເຈົ້າກະຍັງນ້ອຍ..."

ຖ້າສະຖານະການຂອງໂຄວິດເລີ້ມເບົາບາງໄປ ແລະມື້ໃດຫາກມີວັກຊີນທີ່ໃຊ້ສັກປ້ອງກັນໄວຣັສໂຄໂຣນາສໍາລັບເດັກຕໍ່າກວ່າ 12 ປີລົງມາ, ຮອດມື້ນັ້ນ ຄວາມເປັນຫ່ວງ ແລະກັງວົນຂອງຜູ້ປົກຄອງ ກໍ່ຄົງຈະເບົາບາງລົງໄປໄດ້ສ່ວນນຶ່ງ. ຢ່າງໃດກໍ່ຕາມ ເຮົາເອງກໍ່ຕ້ອງໄດ້ກຽມພ້ອມຮັບມືຢູ່ຕະຫລອດເວລາ ໝັ້ນໃຫ້ຄໍາແນະນໍາຕໍ່ບຸດຫລານເຖິງຄວາມຮ້າຍແຮງຂອງໄວຣັສ ແລະຄວາມຈໍາເປັນຂອງກັນປ້ອງກັນຕົນເອງຈາກພະຍາດດັ່ງກ່າວ ກໍ່ສາມາດຊ່ວຍໃຫ້ເຮົາສາມາດຫລີກລ້ຽງໄປໄດ້ສ່ວນນຶ່ງ.

XS
SM
MD
LG