ນຶ່ງວັນຫຼັງຈາກໄດ້ປະກາດໄວຣັສໂຄໂຣນາກາຍພັນໃໝ່ທີ່ຖືກກວດພົບເປັນຄັ້ງທຳອິດໃນ ອິນເດຍ ນັ້ນວ່າ ເປັນນຶ່ງໃນບັນຫາທີ່ໜ້າເປັນຫ່ວງໃນໂລກນັ້ນ, ອົງການອະນາໄມໂລກໄດ້ປະກາດໃນວັນພຸດວານນີ້ວ່າ ສາຍພັນໃໝ່ດັ່ງກ່າວໄດ້ແຜ່ລາມໄປຫາ 49 ປະເທດແລ້ວ.
ຄວາມເປັນຫ່ວງຄັ້ງໃໝ່ຂອງອົງການອະນາໄມໂລກ ສະຫະປະຊາຊາດ ກ່ຽວກັບ ສາຍພັນ B.1.617 ໄດ້ມີຂຶ້ນໃນຂະນະທີ່ ອິນເດຍ ໄດ້ບັນທຶກຜູ້ເສຍຊີວິດ 4,205 ຄົນ, ເຊິ່ງແມ່ນສູງເປັນປະ ຫວັດການໃນນຶ່ງວັນຄັ້ງໃໝ່ ທີ່ໄດ້ເຮັດໃຫ້ປະເທດທີ່ຕັ້ງຢູ່ໃນ ເອເຊຍໃຕ້ນັ້ນມີຜູ້ເສຍຊີວິດສູງສຸດໂດຍລວມຈາກໂຣກລະບາດກາຍຂີດ 250,000 ຄົນ. ຕົວເລກການຕິດໄວຣັສໂຄໂຣນາ ທີ່ຖືກຢືນ ຢັນໃນເວລານີ້ແມ່ນສູງກວ່າ 23 ລ້ານຄົນ ຫຼັງຈາກກະຊວງສາທາລະນະສຸກໄດ້ລາຍງານ 348,421 ກໍລະນີໃໝ່ໃນວັນພຸດວານນີ້.
ການເພີ່ມຂຶ້ນຂອງການຕິດເຊື້ອຄັ້ງໃໝ່ໃນປະເທດທີ່ມີປະຊາກອນສູງທີ່ສຸດເປັນອັນດັບສອງຂອງໂລກນັ້ນ ໄດ້ກໍ່ໃຫ້ເກີດໄພຫາຍະນະດ້ານມະນຸດສະທຳຢູ່ທີ່ນັ້ນ, ດ້ວຍໂຮງໝໍຕ່າງໆແມ່ນມີຄົນເຂົ້າເຕັມກຳນົດ ແລະ ຂາດແຄນອົກຊີເຈັນ ເພື່ອປິ່ນປົວຄົນໄຂ້, ແລະ ມີສະຖານທີ່ຈູດສົບຄົນຕາຍຊົ່ວ ຄາວຈຳນວນຫຼາຍ. ບັນດາຜູ້ຊ່ຽວຊານເຊື່ອວ່າ ຕົວເລກຜູ້ເສຍຊີວິດທີ່ແທ້ຈິງແມ່ນສູງກວ່າຂອງທາງການຫຼາຍ.
ສະຖານະການໄດ້ຮຸນແຮງຂຶ້ນໃນອາທິດນີ້ ຫຼັງຈາກສົບຄົນຕາຍຫຼາຍກວ່າ 100 ສົບໄດ້ຖືກພົບເຫັນລອຍໃນແມ່ນໍ້າຄົງຄາ. ຮູບພາບຕ່າງໆໄດ້ກໍ່ໃຫ້ເກີດຄວາມໂມໂຫ ແລະ ການສົງໄສວ່າ ຄົນທີ່ໄດ້ເສຍຊີວິດນັ້ນໄດ້ຕິດ COVID-19, ເຊິ່ງແມ່ນໂຣກທີ່ໄດ້ເກີດມາຈາກໄວຣັສໂຄໂຣນາ. ບັນດາເຈົ້າ ໜ້າທີ່ຍັງບໍ່ໄດ້ພິຈາລະນາການຕາຍນັ້ນເທື່ອ, ແຕ່ຜູ້ຊ່ຽວຊານການແພດຫຼາຍບາງຄົນໄດ້ສະແດງຄວາມເປັນຫ່ວງວ່າ ໄວຣັສໂຄໂຣນາຈະສາມາດແຜ່ລາມຜ່ານນໍ້າທີ່ປົນເປື້ອນນັ້ນ.
ສະຖານະການໃນ ອິນເດຍ ແມ່ນນຶ່ງເຫດຜົນທີ່ສະຫະພັນກາແດງສາກົນເວົ້າວ່າ ກໍລະນີໄວຣັສໂຄ ໂຣນາ “ໄດ້ລະເບີດຂຶ້ນ” ທົ່ວເອເຊຍໃນສອງອາທິດທີ່ຜ່ານມາ.
ອົງການບັນເທົາທຸກໂລກໄດ້ກ່າວໃນວັນພຸດວານນີ້ວ່າ ພາກພື້ນດັ່ງກ່າວມີການຕິດເຊື້ອໃໝ່ 5 ລ້ານ 9 ແສນກໍລະນີໃນລະຫວ່າງໄລຍະນັ້ນ, ເຊິ່ງຫຼາຍກວ່າພາກພື້ນອາເມຣິກາ, ຢູໂຣບ ແລະ ອາຟຣິກາ ລວມກັນ. 7 ຈາກ 10 ປະເທດ ທີ່ມີຕົວເລກການຕິດເຊື້ອເພີ່ມຂຶ້ນໄວທີ່ສຸດເປັນສອງເທົ່າແມ່ນຢູ່ໃນເອເຊຍ ແລະ ມະຫາສະໝຸດປາຊີຟິກ.
ທ່ານ ອາເລັກແຊນເດີ ມາເຕອູ, ຜູ້ອຳນວຍການພະແນກເອເຊຍ ປາຊີຟິກ ຂອງອົງການ IFRC ໄດ້ຮຽກຮ້ອງໃຫ້ມີການຮ່ວມມືກັນຫຼາຍກວ່າເກົ່າ” ໃນການສະໜອງແຫຼ່ງຊັບພະຍາກອນຊ່ວຍຊີວິດ, ອຸປະກອນການແພດ, ຢາວັກຊີນ ແລະ ເງິນ” ສຳລັບບ່ອນທີ່ເຂົາເຈົ້າຕ້ອງການເພື່ອຊ່ວຍເຫຼືອຄົນທີ່ມີຄວາມສ່ຽງທີ່ສຸດ.