ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍານາງວັນເນົາ ຫຼວງໂຍທາ ຖືກນາຍໝໍສັ່ງ ໃຫ້ກັກໂຕຢູ່ບ້ານ ເປັນເວລາ 14 ມື້


ຍານາງວັນເນົາ ຫຼວງສີໂຍທາ ທີ່ລັດມີນເນໂຊຕາ ສະຫະລັດອາເມຣິກາ
ຍານາງວັນເນົາ ຫຼວງສີໂຍທາ ທີ່ລັດມີນເນໂຊຕາ ສະຫະລັດອາເມຣິກາ

ການແຜ່ລະບາດ ຂອງໂຄວິດ-19 ເລີ້ມມາໄດ້ ກວ່າສອງເດືອນແລ້ວ ບັດນີ້ ຫຼາຍໆລັດຢູ່ໃນສະຫະລັດອາເມຣິກາ ກຳລັງພາກັນ ເປີດທຸລະກິດຕ່່າງໆຄືນ ເປັນບາງສ່ວນ. ແຕ່ວ່າກົດ
ລະບຽບຫຼາຍໆຢ່າງ ຍັງຖືກບັງຄັບໃຊ້ ຢ່າງເຄັ່ງຄັດ ເຊັ່ນວ່າ ໂຮງຮຽນໄດ້ປິດລົງ ສຳລັບ
ສົກການຮຽນປີນີ້ ໂຮງການເອກກະຊົນ ແລະໂຮງການລັດຖະບານຍັງປິດຢູ່ອີກຕໍ່ໄປ
ແລະຄາດກັນວ່າຈະເລີ້ມຄ່ອຍໆ ເປີດເປັນບາງສ່ວນໃນເດືອນໜ້ານີ້.

ເຖິງຢ່າງໃດກໍດີ ລາຍງານການລະບາດຂອງໂຄວິດ-19 ຍັງບໍ່ໄດ້ລົດລະ ແລະຕ້ອງໄດ້
”ປະຕິບັດໃຫ້ເຄັ່ງຄັດ ແລະຈະປະໝາດບໍ່ໄດ້. ຍານາງວັນເນົາ ຫຼວງສີໂຍທາ ຫົວໜ້າພະ
ນັກງານຜະລິດເຄື່ອງໃຊ້ການແພດ ບໍລິສັດ Lake Region ທີ່ເມືອງ Shakopee ລັດ
Minnesota ໄດ້ຢູ່ໃກ້ກັບພະນັກງານຄົນນຶ່ງທີ່ພົບ ວ່າຕິດເຊື້ອໂຄວິດ-19. ຫຼັງຈາກນັ້ນ
ນາຍໝໍໄດ້ສັ່ງໃຫ້ຍານາງວັນເນົາ ພ້ອມດ້ວຍ ພວກພະນັກງານອີກເກົ້າຄົນໃຫ້ພາກັນກັກ
ໂຕຢູ່ບ້ານເປັນເວລາ 14 ມື້ ນັບແຕ່ວັນທີ 18 ພຶດສະພາເປັນຕົ້ນມາຊຶ່ງຍານາງວັນເນົາ
ໄດ້ກ່າວເຖິງຄວາມ ຮູ້ສຶກສູ່ ວີໂອເອຟັງດັ່ງນີ້:

ຫູັງຈາກໄດ້ຖືກສັ່ງໃຫ້ກັກຕົນເອງມາໄດ້ນຶ່ງອາທິດແລ້ວ ຍານາງວັນເນົາໄດ້ກັບ ຄືນໄປ
ກວດອີກ ແລະໄດ້ຮັບຂ່າວດີວ່າ ຍານາງບໍ່ມີເຊື້ອໄວຮັສໂຄໂຣນາແລ້ວ. ແຕ່ເຖິງຢ່າງໃດ
ກໍດີ ຍານາງວັນເນົາຕ້ອງສືບຕໍ່ການກັກຕົນເອງຈົນເຖິງກຳນົດ 14 ວັນ ຄືວັນອາທິດ
ຈະມາເຖິງນີ້

XS
SM
MD
LG