ດັ່ງທີ່ພວກເຮົາຮູ້ກັນດີ ຫລາຍໆຄົນໃນຫລາຍໆປະເທດທົ່ວໂລກ ໂດຍສະເພາະກັບບັນ ດາປະເທດທີ່ບໍ່ມີຢາວັກຊີນພຽງພໍກໍາລັງພະຍາຍາມທີ່ຈະຊອກຫາໂອກາດເພື່ອໃຫ້ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19, ໃນທາງກົງກັນຂ້າມ ປະຊາຊົນທີ່ຢູ່ໃນສະຫະລັດເອງ ປະມານເຄິ່ງນຶ່ງຂອງປະຊາຊົນພາຍໃນປະເທດແມ່ນບໍ່ຕ້ອງການສັກຢາວັກຊີນເພື່ອປ້ອງກັນໂຄວິດ-19, ດ້ວຍເຫດຜົນອັນໃດພວກເຂົາຈຶ່ງບໍ່ຢາກສັກຢາເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ເຖິງແມ່ນວ່າທາງລັດຖະບານ ຈະມີການຢັ້ງຢືນເຖິງຄຸນນະພາບຂອງຢາ, ພະ ຍາຍາມຊຸກຍູ້ ແລະຊັກຊວນໃຫ້ພວກເຂົາໄປສັກຢາວັກຊີນນັ້ນແລ້ວກໍ່ຕາມ. ຕໍ່ບັນຫານີ້ ມີປະຊາຊົນບາງຄົນທີ່ບໍ່ໄດ້ໄປສັກຢາໄດ້ໃຫ້ຄໍາເຫັນວ່າລາວບໍ່ມີຄວາມເຊື່ອໝັ້ນໃນການທົດລອງຂອງໂຕຢາກ່ອນຈະນໍາອອກມາໃຊ້ ເພາະມັນເປັນຊ່ວງເວລາທີ່ສັ້ນເກີນໄປ ດັ່ງຊາວອາເມຣິກັນເຊື້ອສາຍລາວຄົນນຶ່ງທີ່ອາໄສຢູ່ລັດຄາໂຣໄລນາໃຕ້ ເລົ່າຄວາມຮູ້ສຶກສ່ວນໂຕຂອງຜູ້ກ່ຽວ ສູ່ທາງວີໂອເອຟັງດັ່ງນີ້:
“ເຊື້ອໂຣກຫັ້ນມັນປ່ຽນແປງ, ພາສາອາເມຣິກາມັນ ອະແດັບ, ຢາເຮົາທີ່ສັກມາຫັ້ນຄັນມັນປ່ຽນແປງມັນນິວເທັກ. ເຊື້ອໂຣກສ່ວນຫລາຍເຂົາເຈົ້າແທັສ 4-5 ປີ, ອັນນີ້ມັນກະທັນຫັນໂພດ ລາງເທື່ອຢາມັນແບບບໍ່ 100 ເປີເຊັນຫັ້ນນະ, 10-20 ເປີເຊັນກະຈັກຮອດຫລືບໍ່, ບໍ່ເຊື່ອໝັ້ນກໍ່ແມ່ນ.”
ເຖິງແມ່ນຂັ້ນຕອນໃນການຜະລິດຢາວັກຊີນທີ່ສັ້ນກວ່າປົກກະຕິກໍຈິງຢູ່ ແຕ່ພວກນັກຊ່ຽວຊານກໍໄດ້ທຳການທົດລອງກ່ອນຈະນຳເອົາຢາວັກຊີນທີ່ມີຢູ່ທັງໝົດອອກມາສັກໃຫ້ປະຊາຊົນ ແລະສ່ວນໃຫຍ່ກໍມີຄວາມປອດໄພດີ ແລະຖະແຫລງການຂອງ ດຣ. ຟາວຈີ ຜູ້ຊ່ຽວຊານ ດ້ານໂຣດຕິດຕໍ່ຂອງສະຫະລັດ ໄດ້ລາຍງານວ່າ ປັດຈຸບັນນີ້ ມີປະຊາຊົນຊາວອາເມຣິກັນ ໄດ້ຮັບການສັກຢາວັກຊີນຄົບຖ້ວນແລ້ວ ຫຼາຍກວ່າ 169 ລ້ານຄົນຫລືປະມານ 49 ເປີເຊັນຂອງປະຊາກອນທັງໝົດພາຍ ໃນປະເທດເຊິ່ງໃນນັ້ນມີຈໍານວນຜູ້ໃຫຍ່ຢູ່ທີ່ປະມານ 60 ເປີເຊັນແລະຜູ້ທີ່ໄດ້ຮັບ ການສັກຢາໄປແລ້ວ ສ່ວນໃຫຍ່ກໍມີຄວາມປອດໄພດີ.