ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເດີນທາງ ໂດຍທາງເຮືອບິນ ໃນຂະນະທີ່ຍັງມີການລະບາດ ຂອງໂຄວິດ-19


ເຮືຶອບິນຂອງສາຍການບິນ United ກຳລັງລົງສູ່ສະໜາມບິນ Reagan National Airport ທີ່ ນະຄອນຫຼວງວໍຊິງຕັນ.
ເຮືຶອບິນຂອງສາຍການບິນ United ກຳລັງລົງສູ່ສະໜາມບິນ Reagan National Airport ທີ່ ນະຄອນຫຼວງວໍຊິງຕັນ.

ການແຜ່ລະບາດຂອງໄວຣັສໂຄໂຣນາ ຢູ່ໃນສະຫະລັດອາເມຣິກາ ປາກົດວ່າ ມີຈຳນວນ
ຜູ້ຕິດເຊື້ອ ແລະການເຂົ້າໂຮງໝໍຫລຸດລົງ. ສາເຫດກໍເນື່ອງມາຈາກເລີ້ມ ຂະຫຍາຍການ
ສັກຢາວັກຊີນ ໃຫ້ແກ່ພວກເດັກນ້ອຍແຕ່ອາຍຸ 12 ປີຂຶ້ນໄປ ຕະ ຫຼອດຮອດຜູ້ໃຫຍ່. ປັດຈຸ
ບັນນີ້ຊາວອາເມຣິກັນໄດ້ຮັບການສັກຢາ ປ້ອງກັນໂຄ ວິດ-19 ປະມານ 250 ກວ່າລ້ານ
ຄົນແລ້ວ ໃນນັ້ນປະມານ 113 ລ້ານຄົນ ໄດ້ ຮັບການສັກຢາວັກຊີນຢ່າງຄົບຖ້ວນ ຫຼື 34
ເປີເຊັນ.

ປັດຈຸບັນນີ້ສ່ວນໃຫຍ່ຍັງພາກັນໃສ່ໜ້າກາກ ຮ້ານອາຫານຍັງບໍ່ອະນຸຍາດໃຫ້ນັ່ງກິນໄດ້
ຢູ່ໃນຮ້້ານເຕັມອັດຕາ ແຕ່ສາມາດນັ່ງຮັບປະທານໄດ້ຢູ່ທາງນອກ. ການ ເດີນທາງໄປມາ
ໂດຍສະເພາະທາງເຮືອບິນ ກໍຕ້ອງໄດ້ໃສ່ໜ້າກາກຢູ່ໃນເຮືອບິນ ຢູ່ຕະຫຼອດເວລາຍົກເວັ້ນ
ແຕ່ເວລາດື່ມນໍ້າ ແລະຮັບປະທານເທົ່ານັ້ນ. ທ່ານວິ ປ້ອງພິມຄຳ ໄດ້ເດີນທາງຈາກນະຄອນ
ຊາກຣາເມັນໂຕ ລັດຄາລີຟໍເນຍ ມາ ຫານະຄອນຫຼວງວໍຊິງຕັນ ຫວ່າງອາທິດແລ້ວນີ້ ທີ່
ຕ້ອງໄດ້ໃຊ້ເວລາເດີນທາງ ກວ່າຫົກຊົ່ວໂມງ ແລະໄດ້ເລົ່າເຖິງປະສົບການສູ່ວີໂອເອຟັງ
ດັ່ງນີ້:

ລິງໂດຍກົງ

ທ່ານວິກ່າວວ່າ ພວກນາງອາກາດ ຕ້ອງໄດ້ຈັບຕາເບິ່ງຜູ້ໂດຍສານໃຫ້ພາກັນໃສ່ໜ້າກາກ
ຢູ່ສະເໝີ ແລະໄດ້ເຕືອນ ເວລາໃດທີ່ເຂົາເຈົ້າໃສ່ບໍ່ຖືກ. ສິ່ງນຶ່ງທີ່ ທ່ານສັງເກດໃຫ້ເຫັນວ່າ
ຫລີກລ່ຽງບໍ່ໄດ້ນັ້ນກໍຄື ບ່ອນນັ່ງຕິດກັນ ບໍ່ຢູ່ຫ່າງກັນ ດັ່ງທີ່ທາງການໄດ້ບອກວ່າ ໃຫ້ຢູ່ຫ່າງ
ໄກກັນ 6 ຟິດ

XS
SM
MD
LG