ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະພາບການປິດເມືອງ ຍ້ອນການລະບາດ ທີ່ໜັກໜ່ວງ ຂອງໂຄວິດ-19 ຢູ່ທີ່ເມືອງທ່າແຂກ ໃນແຂວງຄໍາມ່ວນ


ການປິດບ້ານ ຢູ່ໃນຂົງເຂດນຶ່ງ ຂອງປະເທດລາວ.
ການປິດບ້ານ ຢູ່ໃນຂົງເຂດນຶ່ງ ຂອງປະເທດລາວ.

ຫລັງຈາກຕ້ອງມີມາດຕະການປິດເມືອງ ເປັນເວລາສອງອາທິດ ເນື່ອງຈາກສະ ພາບການລະບາດທີ່ຮ້າຍແຮງຢ່າງຕໍ່ເນື່ອງຂອງໂຄວິດ-19, ມັນໄດ້ສ້າງຄວາມຕື່ນຕົກໃຈ ກັງວົນ ອຸກອັ່ງ ແລະສາລະພັດບັນຫາ ຕໍ່ປະຊາຊົນຊາວເມືອງທ່າແຂກເປັນທີ່ສຸດ ເພາະບໍ່ເຄີຍພົບກັບສະພາບການໃນລັກສະນະແບບນີ້ມາກ່ອນ. ປະຊາຊົນຊາວເມືອງທ່າແຂກ ຜູ້ນຶ່ງທີ່ບໍ່ປະສົງອອກນາມໄດ້ບອກວ່າ ແຕ່ກ່ອນແມ່ນປິດເມືອງເທົ່ານັ້ນ, ແຕ່ປັດຈຸບັນແມ່ນປິດເປັນບ້ານໆໄປ ບ້ານໃຜບ້ານລາວຮັບຜິດຊອບກັນເປັນບ້ານໆໄປເລີຍ ເຊິ່ງລາວໄດ້ເລົ່າເຖິງສະຖານະການສູ່ທາງ VOA ຟັງດັ່ງນີ້:

“ພວກແຮງງານນິ ມາແລ້ວກະ...ສົມມຸດວ່າມາ ມາກັກໂຕ ບາດນີ້ກວດ ມັນບໍ່ອອກອາການພັດປ່ອຍໃຫ້ເມືອແບບນີ້ນະ, ບາດເມືອເຮືອນລະພັດອອກອາການແບບນິກະຕິດລະພັດ ຄົນພັດໄປທົ່ວທີບແບບຊິຫັ້ນໜາ ມັນບໍ່ຮ້ອຍຫັ້ນນະ ດູແລບໍ່ລັດກຸມຫັ້ນນະ, ຖ້າເປັນມາລະໜັກໜ່ວງໃດ ປະເທດລາວແຮງບໍ່ມີຫຍັງຄືຕ່າງປະເທດ. ຂະໜາດນີ້ບ່ອນປົວມັນຍັງລົ້ນລະໃດ ຍ້າຍໄປຢູ່ຫລັກສີ່ພຸ້ນ ຄ້າຍທະຫານນີ້ປົວໂຄວິດຫັ້ນ ມັນລົ້ນ. ແຕ່ກີ້ຍັງວ່າມີແຕ່ພວກແຮງງານເນາະມັນເປັນເນາະ ລະກໍ່ເອົາເຂົ້າກັກໂຕ ແລະກໍ່ເຂົ້າໄປປົວ, ບາດດຽວນີ້ຫະໝົດເລີຍໃນຊຸມຊົນພວກຂາຍເຄື່ອງຕະລົ່ງຕະຫລາດນີ້ຫະ ຕິດຈົນໝົດຕະຫລາດນາໂບ ຕະຫລາດຫລັກສອງ ຕະຫລາດຫລັກສາມ ປິດເລີຍບໍ່ໄດ້ມີຮອດຕະຫລາດ.”

ອີງຕາມຂໍ້ມູນຈາກການລາຍງານຂອງ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມໂລກຕິດຕໍ່, ກະຊວງສາທາລະນະສຸກ. ຖະແຫລງການຜ່ານການຖ່າຍທອດສົດ ປະຈໍາວັນທີ 8 ກັນຍາ ປີ 2021 ນີ້ວ່າ ຜ່ານການກວດວິ ເຄາະ 4,322 ຄົນ, ພົບຜູ້ຕິດເຊື້ອໃໝ່ 166 ຄົນ. ໃນນັ້ນ ຢູ່ແຂວງຄໍາມ່ວນ ມີກໍລະນີຜູ້ຕິດເຊື້ອ ທີ່ໄດ້ສໍາພັດກັບຜູ້ທີ່ຕິດເຊື້ອໂດຍກົງແມ່ນ 6 ຄົນ, ກວດພົບຜູ້ຕິດເຊື້ອຈາກແຮງງານລາວ ທີ່ເດີນທາງເຂົ້າມາປະເທດແມ່ນ 36 ຄົນ.

XS
SM
MD
LG