ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄທເວົ້າ​ວ່າ ບໍ່​ມີຄຳ​ສັ່ງ​ ກັກ​ກັນ ພວກເດີນ​ທາງ​ມາ​ຈາກ ​ປະ​ເທດທີ່​​ມີ​ຄວາມ​ສ່ຽງສູງ ​ໃນ​ການຕິດ ​ໄວ​ຣັ​ສ​ໂຄ​ໂຣ​ນາ


​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຄົນ​ນຶ່ງ ກຳ​ລັງ​ກວດ​ອຸນ​ຫະ​ພູມ ພວກ​ນັກ​ທ່ອງ​ທ່ຽວ ໃນ​ຂະ​ຂະ​ທີ່​ເຂົາ​ເຈົ້າ​​ເດີ​ນ​ທາງມາ​ເຖິງ​ສະ​ໜາມ​ບິນ ​ສຸ​ວັນ​ນະ​ພູມ ໃນ​ບາງກອກ ປະ​ເທດ​ໄທ ວັນ​ທີ 4 ກຸມ​ພາ 2020.
​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຄົນ​ນຶ່ງ ກຳ​ລັງ​ກວດ​ອຸນ​ຫະ​ພູມ ພວກ​ນັກ​ທ່ອງ​ທ່ຽວ ໃນ​ຂະ​ຂະ​ທີ່​ເຂົາ​ເຈົ້າ​​ເດີ​ນ​ທາງມາ​ເຖິງ​ສະ​ໜາມ​ບິນ ​ສຸ​ວັນ​ນະ​ພູມ ໃນ​ບາງກອກ ປະ​ເທດ​ໄທ ວັນ​ທີ 4 ກຸມ​ພາ 2020.

ເຈົ້າ​ໜ້າ​ທີ່ຄົນ​ນຶ່ງໃນ​ກະ​ຊວງສາ​ທາ​ລະ​ນະ​ສຸກຂອງ​ໄທ​ ໄດ້​ປະ​ຕິ​ເສດ​ລາຍ​ງານ​ຂ່າວ​ທີ່ເວົ້​າ​ວ່າ ລັດ​ຖະ​ບານ​ໄດ້​ສັ່ງ​ໃຫ້ກັກກັນແບບ​ບັງ​ຄັບ​ຕໍ່ພວກ​ທີ່​ເດີນ​ທາງ​ມາຈາກ​ສີ່​ປະ​ເທດ ທີ່​ຖືກ​ກະ​ທົບຢ່າງ​ໜັກຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາສາຍ​ພັນ​ໃໝ່ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້​ຕິດ ຫຼື​ສະ​ແດງວ່າມີອາ​ການຕິດ​ເຊື້ອ​ໄວ​ຣັ​ສນັ້ນ​ຫລືບໍ່​ກໍ​ຕາມ ໃນ​ວັນ​ວັນ​ສຸກວານ​ນີ້​ ພາຍຫຼັງທີ່​ມີ​ການ​ສົ່ງ​ຖ້ອຍ​ຄຳ​ທີ່​ສັບ​ສົນມາ​ໄດ້​ຫລາຍມື້​ແລ້ວ.

ລັດ​ຖະ​ບານ​ໄດ້​ປະ​ກາດ​ວ່າ ຈີນ, ອີ​ຣ່ານ ອີ​ຕາ​ລີ ແລະ​ເກົາ​ຫຼີ​ໃຕ້ ພ້ອມກັບ​ຮົງ​ກົງ ແລະ​ມາ​ກາວ “ເປັນເຂດ​ທີ່​ມີພະ​ຍາດ​ຕິດ​ແປດ​ທີ່ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ”​ ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ. ໃນ​ວັນ​ດຽວ​ກັນ ອົງ​ການ​ຂ່າວ​ຣອຍ​ເຕີ​ໄດ້​ລາຍ​ງານ​ວ່​າ ທຸກການ​ເດີນ​ທາງ​ທີ່ມ​າ​ຈາກ​ບັນ​ດາ​ເຂດ​ດັ່ງ​ກ່າວ ຈະ​ຕ້ອງ​ທຳ​ການກັກ​ກັນຕົນ​ເອງເປັນ​ເວ​ລາ 14 ມື້ ​ຢູ່​ທີ່ເຮືອນ ຫຼື​ໂຮງ​ແຮມ, ໂດຍໄດ້​ອ້າງ​ອີງ​ຄຳ​ເວົ້າ​ຂອງ​ໂຄ​ສົກກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ​ທ່ານ​ຣຸ້ງ​ເຣືອງ ກິດ​ພະ​ໄທ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ທ່ານ​ອາ​ນຸ​ທິນ ຈັນ​ວິ​ຣະ​ກຸນ ໄດ້​ປະ​ກາດໃຫ້​ມີ​ການ​ກັກ​ກັນ​ແບບ​ບັງ​ຄັບ​ຕໍ່ພວກ​ທີ່​ເດີນ​ທາງ​ມາຈາກ​ບັນ​ດາ​ປະ​ເທດ ແລະ​ດິນ​ແດນ​ເຫລົ່າ​ນັ້ນ ​ຢູ່ໃນ​ໜ້າ​ເຟັ​ສ​ບຸກ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ພ້ອມກັບ​ຝ​ຣັ່ງ ເຢຍ​ຣະ​ມັນ ຍີ່​ປຸ່ນ ສິງ​ກະໂ​ປ ແລະ​ໄຕ້​ຫວັນ ແຕ່​ວ່າ​ກໍໄດ້​ລຶບ​ການ​ປະ​ກາດຂອງ​ເພິ່ນໃນ​ເວ​ລາບໍ່​ພໍ​ເທົ່າ​ໃດຫຼັງ​ຈາກ​ນັ້ນ ແລະ​ໄດ້​ປິດ​ບັນ​ຊີນັ້ນ​ໄວ້​ໃນ​ວັນ​ຕໍ່​ມາ. ທ່ານ​ໄດ້​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ ລາຍ​ຊື່​ປະ​ເທດ​ນັ້ນຕ້ອງໄດ້​ມີການ​ດັດ​ແປງກ່ອນ.

ໃນຕອນ​ທ່ຽງ ວັນ​ສຸກວານນີ້, ດ​ຣ. ທະ​ນາຣັກ​ ພິ​ພັດ, ຮອງ​ຫົວ​ໜ້າກົມ​ຄວບ​ຄຸມພະ​ຍາດ​ຂອງກະ​ຊວງ​ສາ​ທາ​ລະ​ນະ​ສຸກ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ບໍ່​ໄດ້​ມີ​ການ​ສັ່ງ​ໃຫ້​ກັກ​ກັນພວກເດີນ​ທາງ​ມາ​ເຖິງ​ຈາກ​ປະ​ເທດ​ໃດທັງ​ນັ້ນ​ໃນ​ເວ​ລາ​ນີ້.

ທ່ານ​ກ່າວ​ວ່າ “ບໍ່ ຍັງ​ເທື່ອ, ພວກ​ເຮົາ​ບໍ່​ໄດ້ມີ​ການ​ກັກ​ກັນ​ພວກ​ເດີນ​ທາງມາ​.”

ເມື່ອ​ຖືກ​ຖາມ​ວ່າ​ລັດ​ຖະ​ບານ​ອາດ​ຈະ​ວາງ​ມາດ​ຕະ​ການກັກ​ກັນ​ແບບ​ບັງ​ຄັບພວກ​ເດີນ​ທາງ​ມາ​ຈາກ​ປະ​ເທດໃດບໍ່, ດ​ຣ. ທະ​ນາ​ຣັກ ​ຕອບ​ວ່າ “ອາດ​ຈະ, ມີພຽງ​ແຕ່​ອາດ​ຈະເທົ່າ​ນັ້ນ.”

ອົງ​ການ​ຂ່າວ APF ໄດ້​ລາຍ​ງານ​ວ່າ ເຖິງ​ຢ່າງ​ໃດ​ກໍ​ດີ ລັດ​ຖະ​ບານ​ໄດ້ “​ແນະ​ນຳ” ວ່າພວກ​ເດີນ​ທາງ​ມາ​ຈາກ​ບັນ​ດາ​ສີ່ປະ​ເທດເຫລົ່າ​ນັ້ນໃຫ້​ກັກ​ກັນ​ຕົນ​ເອງ ແລະ​ໄດ້​ເນັ້ນຢ້ຳ​ວ່າ ເໃຫ້ຂົາ​ເຈົ້າ​ລາຍງ​ານ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ກ່​ຽວ​ກັບ​ສະ​ພາບ​ສຸກ​ຂະ​ພ​າບ​ຂອງເຂົາ​ເຈົ້າ​ໃນແຕ່​ລະ​ມື້.

ປະ​ເທດ​ໄທຍັງ​ໄດ້​ກ້າວ​ໄປ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເປັນ​ການ​ຊົ່ວ​ຄາວໃນບອກ​ໃຫ້ “ຄົນ​ຢູ່​ຫ່າງ​ກັນ” ເພື່ອ​ຫລຸດ​ຜ່ອນ​ສະ​ພາບການ​ແອ​ອັດຊຶ່ງຈະ​ເຮັດ​ໃຫ້​ມີ​ໄວ​ຣັ​ສອາດສາ​ມາດ​ແຜ່​ຜາຍຜ່ານ​ໄດ້​ນັ້ນ. ພວກ​ເຈົ້າ​ໜ້າ​ທີ່​ໄດ້ເລື່ອນການ​ແຂ່ງ​ຂັນ​ກິ​ລາ​ທີ່​ໃ​ຫຍ່​ສຸດ​ຂອງ​ປະ​ເທດບັ້ນ​ນຶ່ງ ຊຶ່ງ​ກໍ​ຄື MotoGP 2020 ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນໃນ​ທ້າຍ​ເດືອນ​ນີ້​ ຍ້ອນ​ຢ້ານ​ກົວ​ຕໍ່ການ​ແຜ່​ລະ​ບາດ ແລະ​ໄດ້ຍົກ​ເລີກງານ​ພະ​ຈັນ​ເຕັມ​ດວງ​ຢູ່ເກາະ ພານ​ງານ ທີ່​ດຶງ​ດູດ​ເອົາຄົນ​ຫລາຍພັນ​ຄົນ​ທີ່​ມັກ​ການ​ສະ​ເຫລີມ​ສະ​ຫລອງເປັນ​ເວ​ລາ​ນານນຶ່ງ​ເດືອນ ຈົນ​ກວ່າ​ວ່າຈະ​ມີ​ການ​ປະ​ກາດ​ໃໝ່ອອກ​ມາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG