ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນກັກຂັງນັກໂທດ ກຸ່ມລັດອິສລາມ ໃນ ຊີເຣຍ ໄດ້ຮັບສຳພາລະ ຈາກ ສະຫະລັດ


ສະມາຊິກກອງກຳລັງປະຊາທິປະໄຕ ຊີເຣຍ (SDF) ຄົນນຶ່ງ ຢືນຍາມຢູ່ໃນຄຸກແຫ່ງນຶ່ງ ເວລາທີ່ພວກຜູ້ຊາຍທີ່ຕ້ອງສົງໄສເປັນສະມາຊິກກຸ່ມລັດອິສລາມ (IS) ຖືກຂັງໃນເມືອງ ຮາຊາເຄ, ປະເທດ ຊີເຣຍ. 26 ຕຸລາ, 2019.
ສະມາຊິກກອງກຳລັງປະຊາທິປະໄຕ ຊີເຣຍ (SDF) ຄົນນຶ່ງ ຢືນຍາມຢູ່ໃນຄຸກແຫ່ງນຶ່ງ ເວລາທີ່ພວກຜູ້ຊາຍທີ່ຕ້ອງສົງໄສເປັນສະມາຊິກກຸ່ມລັດອິສລາມ (IS) ຖືກຂັງໃນເມືອງ ຮາຊາເຄ, ປະເທດ ຊີເຣຍ. 26 ຕຸລາ, 2019.

ກອງກຳລັງພັນທະມິດ ທີ່ນຳພາໂດຍ ສະຫະລັດ ໄດ້ສົ່ງສຳພາລະການແພດ ແລະ ສຸຂະອະນາໄມທີ່ມີຄວາມຕ້ອງການເປັນຢ່າງສູງໄປໃຫ້ສູນກັກຂັງຕ່າງໆ ໃນປະເທດ ຊີເຣຍ ທີ່ມີນັກໂທດກຸ່ມລັດອິສ ລາມ 10,000 ຄົນ, ອີງຕາມການ ກ່າວຂອງພັນທະມິດໃນວັນອາທິດວານນີ້.

ຖະແຫຼງການສະບັບນຶ່ງຈາກໜ່ວຍປະຕິບັດການຮ່ວມໃນວັນອາທິວວານນີ້ເວົ້າວ່າ “ຍ້ອນສະຖານະ ການນັ້ນ, ພະນັກງານທີ່ສູນກັກຂັງຈຶ່ງໄດ້ປະເຊີນກັບວຽກງານ ທີ່ເກືອບວ່າເປັນໄປບໍ່ໄດ້ ກ່ຽວກັບ ການໃຊ້ມາດຕະການປ້ອງກັນ ເພື່ອຮັບມືກັບ COVID-19.”

ວັດຖຸຕ່າງໆນັ້ນຈະສະໜັບສະໜູນກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ທີ່ໄດ້ຮັບການໜູນຫຼັງຈາກ ສະຫະລັດ ຜູ້ທີ່ຄວບຄຸມນັກຮົບ IS ທີ່ຖືກຈັບໄດ້.

ຖະແຫຼງການໄດ້ກ່າວຕໍ່ໄປວ່າ “ວັດຖຸຕ່າງໆທີ່ຖືກມອບໃຫ້ກອງກຳລັງ SDF ຈະຊ່ວຍປົກປ້ອງເຈົ້າ ໜ້າທີ່ຍາມທັງຫຼາຍຢູ່ສູນຕ່າງໆ, ຜູ້ທີ່ກັກຂັງພວກນັກຮົບ ກໍ່ການຮ້າຍຕ່າງປະເທດຫຼາຍພັນຄົນ, ເຊິ່ງແມ່ນບາດກ້າວນຶ່ງຂອງແຜນການ ທີ່ໃຫຍ່ກວ່າ ເພື່ອຮັບປະກັນວ່າ ຍາມ ແລະ ນັກໂທດ ມີຄວາມສ່ຽງໜ້ອຍທີ່ ສຸດໃນການຕິດໄວຣັສ.”

ວັດຖຸທັງຫຼາຍນັ້ນລວມມີ ສະບູ, ຢາຂ້າເຊື້ອ, ໜ້າກາກຜ້າ ແລະ ຖົງມື.

ສະຫະລັດ ໄດ້ສົ່ງສຳພາລະການແພດມູນຄ່າ ນຶ່ງລ້ານສອງແສນໂດລາ ແລະ ການຊ່ວຍເຫຼືອອື່ນໆໄປໃຫ້ກອງກຳລັງ SDF ແລ້ວ, ດ້ວຍຄວາມຫວັງວ່າມັນ ຈະຊ່ວຍຫຼຸດຜ່ອນການລະບາດຂອງໄວຣັສ ແລະ ສະໜັບສະໜູນການຮັກສາ ຄວາມປອດໄພຢູ່ຄຸກຫຼາຍແຫ່ງ ທີ່ກັກຂັງພວກນັກຮົບກຸ່ມ IS ທີ່ຖືກຈັບໄດ້.

ແຕ່ຖະແຫຼງການຕ່າງໆຈາກກຸ່ມການເມືອງຂອງກອງກຳລັງ SDF, ເຊິ່ງແມ່ນ ສະພາປະຊາທິປະ ໄຕ ຊີເຣຍ, ໄດ້ກ່າວວ່າ ສຳພາລະດັ່ງກ່າວ ແມ່ນບໍ່ພຽງພໍ ແລະ ມາຮອດຊ້າ.

ຖະແຫຼງການໃນວັນອາທິດວານນີ້ ຈາກໜ່ວຍປະຕິບັດການຮ່ວມບໍ່ໄດ້ລະບຸວ່າ ສຳພາລະຕ່າງໆທີ່ໄດ້ຖືກສົ່ງໄປຮອດໃນອາທິດທີ່ຜ່ານມາ ແມ່ນມີຫຼາຍຊໍ່າໃດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG