ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດຂອງພະຍາດ ໂຄວິດ-19 ສົ່ງຜົນກະທົບ ຕໍ່ບໍລິສັດຜະລິດສິນຄ້າເຄື່ອງປະດັບທີ່ເຮັດດ້ວຍໄມ້


ຮ້ານຄ້າຂາຍເຄື່ອງປະດັບເຮືອນເຮັດດ້ວຍໄມ້ ຂອງທ່ານບຸນທະວີ ເນື່ອງກອງມະນີ ຢູ່ທີ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ຮ້ານຄ້າຂາຍເຄື່ອງປະດັບເຮືອນເຮັດດ້ວຍໄມ້ ຂອງທ່ານບຸນທະວີ ເນື່ອງກອງມະນີ ຢູ່ທີ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ທ່ານ ບຸນທະວີ ເນື່ອງກອງມະນີ ເປັນເຈົ້າຂອງທຸລະກິດຫັດຖະກຳແກະສະຫລັກໄມ້ທຸກຊະນິດ ໂດຍຜະລິດເປັນເຄື່ອງປະດັບແລະເຟີນີເຈີ້ພາຍໃນເຮືອນ ທີ່ມີຫ້ອງການຕັ້ງຢູ່ໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມາໄດ້ຊາວກວ່າປີ ແລະທ່ານກ່າວວ່າ ໄດ້ສ້າງຊື່ສຽງເປັນທີ່ຍອມຮັບພາຍໃນລາວ ແລະຕ່າງປະເທດ ຊຶ່ງໃນຊ່ວງກ່ອນໜ້າການລະບາດຂອງພະຍາດ ໂຄວິດ-19 ທ່ານກ່າວວ່າ ເຄີຍມີພະນັກງານຫຼາຍສິບຄົນ ໂດຍມີລູກຄ້າປະຈຳຫຼາຍແຫ່ງສັ່ງເອົາເຄື່ອງປະດັບເຮືອນຊານໄປຂາຍຕໍ່ໃຫ້ແກ່ບັນດານັກທ່ອງທ່ຽວ ນັບຕັ້ງແຕ່ເກີດມີການລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວ ກໍໄດ້ສົ່ງຜົນກະທົບຕໍ່ບໍລິສັດຂອງທ່ານຢ່າງໜັກ ດັ່ງທີ່ທ່ານເວົ້າໃຫ້ຟັງວ່າ:

ເພື່ອປະຄັບປະຄອງບໍລິສັດໄປໃນຊ່ວງມີການລະບາດຢູ່ນີ້ ທາງບໍລິສັດກໍຮັບເໝົາອອກແບບຕົບ ແຕ່ງເຮືອນຊານໃຫ້ແກ່ເຈົ້າຂອງເຮືອນພາຍໃນປະເທດນຳດ້ວຍ ພໍມີລາຍໄດ້ເຂົ້າມາເພື່ອຈ່າຍໃຫ້ພະນັກງານທີ່ຍັງເຫຼືອຢູ່. ນອກຈາກນັ້ນ ທ່ານຍັງກ່າວອີກວ່າ ບໍ່ພຽງແຕ່ບໍ່ມີລູກຄ້ານັກທ່ອງທ່ຽວຊາວຕ່າງປະເທດແລ້ວ ພວກຮ້ານຄ້າຂາຍຍ່ອຍປະຈຳຂອງທ່ານ ກໍປະສົບບັນຫາເຊັ່ນກັນ ດັ່ງທີ່ທ່ານເວົ້າໃຫ້ວີໂອເອຟັງວ່າ:

ເມື່ອໃດປະເທດເປີດຮັບເອົານັກທ່ອງທ່ຽວເຂົ້າມາລາວ ທ່ານຫວັງວ່າ ທຸລະກິດຂອງທ່ານຈະກັບຄືນໄປສູ່ສະພາບປົກກະຕິເໝືອນເດີມ ແລະໃນເວລານັ້ນ ທ່ານກ່າວວ່າ “ແນ່ນອນພວກລູກຄ້າກໍຈະກັບຄືນມາສັ່ງເຄື່ອງອີກ ຍ້ອນຊື່ສຽງແລະຝີມືຂອງບໍລິສັດ.”

XS
SM
MD
LG