ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານຢູ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນນິວຢອກ ກ່າວເຖິງສະພາບການລະບາດຂອງໂຄວິດ-19 ຢູ່ທີ່ນັ້ນ


ຄົນພາກັນຢືນລຽນແຖວຖ້າເຂົ້າໄປກວດໄວຣັສໂຄວິດ-19 ຢູ່ໃນນະຄອນນິວຢອກ, ວັນທີ 17 ທັນວາ 2021.
ຄົນພາກັນຢືນລຽນແຖວຖ້າເຂົ້າໄປກວດໄວຣັສໂຄວິດ-19 ຢູ່ໃນນະຄອນນິວຢອກ, ວັນທີ 17 ທັນວາ 2021.

ໃນຂະນະທີ່ໄວຣັສສາຍພັນໃໝ່ ໂອໄມຄຣອນ ກຳລັງແຜ່ລະບາດຢ່າງວ່ອງໄວຢູ່ໃນຫຼາຍໆລັດຂອງສະຫະລັດຢູ່ນີ້ ແຕ່ຢູ່ໃນລັດນິວຢອກ ທີ່ມີປະຊາກອນອາໄສຢູ່ຢ່າງໜາແໜ້ນຢູ່ໃນນະຄອນນິວຢອກ ພ້ອມກັນກັບການຫລຸດຜ່ອນມາດຕະການຈຳກັດຕ່າງໆລົງ ເຊັ່ນວ່າ ຖ້າຜູ້ໃດສັກຢາວັກຊີນສອງເຂັມແລ້ວ ກໍບໍ່ຈຳເປັນຕ້ອງໃສ່ໜ້າກາກ ເວລາເຂົ້າຮ້ານອາຫານ ຊຶ່ງພະນັກງານຕ້ອນຮັບ ຈະຕ້ອງໄດ້ກວດບັດສັກຢາວັກຊີນແລະບັດປະຈຳຕົວ. ຫຼັງຈາກວັນພັກແຫ່ງຊາດ ວັນຂອບຄຸນພະເຈົ້າຫາກໍໄດ້ຜ່ານພົ້ນໄປ ໄດ້ສີ່ອາທິດ ພົນລະເມືອງໃນນະຄອນນິວຢອກ ໄດ້ຕິດເຊື້ອໄວຣັສ ທັງໂຄວິດ-19 ສາຍ​ພັນ​ໃໝ່ແດລຕ້າ ແລະໂອໄມຄຣອນ ສູງຂຶ້ນເປັນປະວັດການ ສົ່ງຜົນໃຫ້ມີການງົດການສະແດງລະຄອນເວທີຕ່າງໆ. ຮ້ານອາຫານໃນນະຄອນນິວຢອກຫຼາຍຮ້ອຍແຫ່ງ ກໍໄດ້ຈັດງານລ້ຽງສັງສັນປະຈຳປີ ໃນບຸນວັນຂອບຄຸນພະເຈົ້າ ໃຫ້ແກ່ພະນັກງານ ຊຶ່ງພະນັກງານຕ້ອນຮັບແຂກ ໃນຮ້ານອາຫານທີ່ມີຊື່ສຽງແຫ່ງນຶ່ງ ໄດ້ກ່າວໃຫ້ວີໂອເອລາວຟັງ ວ່າ:

“ຂ້າພະເຈົ້າເຮັດວຽກຢູ່ຮ້ານອາຫານໃນນະຄອນນິວຢອກ ເຂດແມນແຮດຕັນ ຊື່ ວ່າ ວາຍອອນ ພວກເຮົາຈັດງານລ້ຽງປະຈຳປີ ຫາກໍຜ່ານມານີ້ ຫຼັງຈາກນັ້ນ ພະນັກງານຄົນນຶ່ງໄດ້ກວດພົບເປັນບວກສຳລັບໂຄວິດ ດັ່ງນັ້ນພະ ນັກງານໝົດທຸກຄົນຕ້ອງໄດ້ໄປກວດຕາມຂໍ້ບັງຄັບຂອງທາງການ ຫຼັງຈາກໝົດທຸກຄົນໄດ້ໄປກວດມາແລ້ວ ພວກເຮົາໄດ້ພົບເຫັນວ່າ ມີພະນັກງານຫົກຄົນກວດພົບຕິດເຊື້ອໂຄວິດ.”

ຄົນພາກັນຢືນລຽນແຖວຖ້າເຂົ້າໄປກວດຫາໄວຣັສໂຄວິດ-19 ຢູ່ໃນນະຄອນນິວຢອກ, ວັນທີ 17 ທັນວາ 2021.
ຄົນພາກັນຢືນລຽນແຖວຖ້າເຂົ້າໄປກວດຫາໄວຣັສໂຄວິດ-19 ຢູ່ໃນນະຄອນນິວຢອກ, ວັນທີ 17 ທັນວາ 2021.

ຜູ້ກ່ຽວກ່າວອີກວ່າ “ແຖວຢູ່ສະຖານທີ່ກວດໂຄວິດ (CMD) ແມ່ນຍາວຫຼາຍແທ້ໆ ອ້ອມຕຶກເລີຍ ຂ້ອຍໄປລຽນແຖວຕັ້ງແຕ່ 7 ໂມງເຄິ່ງເຊົ້າ ຢູ່ CMD ເຂົາເປີດ 8 ໂມງ ມີຄົນໄປລຽນແຖວປະມານ 50 ຄົນກ່ອນແລ້ວ ຂ້ອຍຖ້າຈົນຮອດ 9 ໂມງ ແລ້ວໄດ້ເຂົ້າໄປລົງທະບຽນ ເມື່ອໃດພວກເຂົາເຈົ້າພ້ອມແລ້ວ ເຂົາເຈົ້າກໍຈະສົ່ງຂໍ້ຄວາມໃຫ້ເຂົ້າມາກວດ. ຂ້ອຍໄດ້ຮັບຂໍ້ຄວາມໃຫ້ເຂົ້າໄປກວດໃນເວລາ 12:30 ຕອນບ່າຍ ຂ້ອຍກໍກັບຄືນໄປ ແລ້ວຍັງບໍ່ທັນໄດ້ກວດຕົວຈິງເທື່ອ ຕ້ອງໄດ້ຖ້າອີກຈົນຮອດບ່າຍໂມງນຶ່ງ ຈຶ່ງໄດ້ຮັບການກວດສອງຢ່າງ.”

ຜົນການກວດຂອງຜູ້ກ່ຽວແມ່ນເປັນລົບ ແລະຮ້ານອາຫານດັ່ງກ່າວມີພະນັກງານສຳຮອງຢູ່ ຈຶ່ງສາມາດເປີດຮ້ານອາຫານໄດ້ຕາມປົກກະຕິ ແຕ່ນາງກ່າວວ່າ ຮ້ານອາຫານຈະປິດໃນວັນພັກຄຣິສມັສ ຈົນຮອດປີໃໝ່ສາກົນ.

XS
SM
MD
LG