ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວມີອັດຕາຄົນຕິດເຊື້ອສູງອັນດັບ 2 ໃນ 4 ປະເທດເຂດລຸ່ມແມ່ນໍ້າຂອງ ແລະຍັງຈະສືບຕໍ່ເພີ້ມຂຶ້ນ


ຄົນລາວ ແລະຊາວຈີນ ພາກັນລຽນແຖວ ເພື່ອຮັບການສັກຢາວັກຊີນກັນໂຄວິດ-19 ຢູ່ໂຮງໝໍເມືອງໄຊເສດຖາມ, ເມື່ອວັນທີ 22 ເມສາ 2022.
ຄົນລາວ ແລະຊາວຈີນ ພາກັນລຽນແຖວ ເພື່ອຮັບການສັກຢາວັກຊີນກັນໂຄວິດ-19 ຢູ່ໂຮງໝໍເມືອງໄຊເສດຖາມ, ເມື່ອວັນທີ 22 ເມສາ 2022.

ການຕິດເຊື້ອ ແລະເສຍຊີວິດຂອງຄົນລາວ ຍ້ອນພະຍາດໂຄວິດ-19 ຍັງສືບຕໍ່ເພີ້ມຄວາມຮ້າຍແຮງຂຶ້ນ ນັບແຕ່ກາງເດືອນເມສາປີ 2021 ທີ່ເປັນຂີດໝາຍຄື້ນຟອງການລະບາດຢ່າງໜັກ ໃນລາວນັ້ນ. ປັດຈຸບັນລາວອັດຕາການຕິດ ເຊື້ອປະະຈໍາ ວັນຢູ່ 146.63 ຄົນຕໍ່ພົນລະເມືອງ 1 ລ້ານຄົນຊຶ່ງເປັນອັນດັບ 2 ເມື່ອທຽບ ກັບໄທ, ຫວຽດນາມແລະກໍາປູເຈຍ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດາທ່ານຄົງຍັງຈໍາໄດ້ ກ່ຽວກັບຂ່າວນອງນັນ ຂອງກໍລະນີ 59 ກໍຄື ນາງມອນມີນາ ສຸດທິດາ ທີ່ໄດ້ນຳພາຜູ້ຊາຍ ໄທ 2 ຄົນ ລັກລອບເດີນທາງເຂົ້າມາລາວ ແລະເອື້ອຍຮັກ ກໍຄືນາງ ພາວະດີ ວິພາກອນ ທ່ຽວຕາມສະຖານບັນເທີງຕ່າງໆ ຢູ່ໃນນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 7 ຫາ​ 15 ເມສາປີກາຍນີ້. ເຫດການນັ້ນ ໄດ້ກາຍເປັນຂີດໝາຍຂອງຄື້ນຟອງການລະບາດ ຂອງພະຍາດໂຄ​ວິດ-19 ໃນລາວ ມີທ່າອ່ຽງເພີ້ມຂຶ້ນ ມາຕະຫລອດ ໄດ້ 1 ປີແລ້ວ. ການຕິດເຊື້ອພະຍາດອັນຕະລາຍນີ້ ແມ່ນເພີ້ມຂຶ້ນເປັນພິເສດ ໃນໄລຍະການສະຫລອງບຸນປີໃໝ່ລາວນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງກົມຄວບຄຸມພະຍາດຕິດຕໍ່ ຂອງກະຊວງສາທາລະນະສຸກ ກ່າວໃນວັນທີ 20 ເມສາ ຜ່ານມາວ່າ:

“ຕົວເລກການລາຍງານຜູ້ຕິດເຊື້ອໃໝ່ ໃນປະເທດກໍ່ແມ່ນເພີ້ມຂຶ້ນກ່ອນການສະ ຫລອງປີໃໝ່ລາວ ຈາກຫລັກຮ້ອຍເຂົ້າສູ່ໂຕເລກຫລັກພັນພາຍຫລັງສິ້ນສຸດການສະຫລອງບຸນປີໃໝ່ລາວ ຊຶ່ງປັດໄຈທີ່ສໍາຄັນ ກໍແມ່ນມາຈາກ ການສະເຫລີມສະ ຫລອງປີໃໝ່ລາວ ພາຍໃນຄອບຄົວ ແລະຊຸມແຊວກັນ ເປັນກຸ່ມຂອງໝູ່ເພື່ອນ ແລະຍາດຕິພີ່ນ້ອງ.”

ແຕ່ແນວໃດກໍຕາມນີ້ເປັນພຽງຕົວເລກທາງການທີ່ຄົນໄປກວດຢູ່ສະຖານທີ່ກວດ ໂຄວິດ ແລະໂຮງໝໍເທົ່ານັ້ນ. ສ່ວນໃນຕົວຈິງແລ້ວ ອາດຈະສູງກວ່ານີ້ຫລາຍ. ທັງນີ້ກໍເພາະວ່າ ຄົນສ່ວນໃຫຍ່ມັກຈະໃຊ້ເຄື່ອງກວດໂຄວິດ ທີ່ຊື້ຕາມຮ້ານຂາຍ ຢາມາກວດເອງ ແລ້ວກໍບໍ່ໄປກວດໃນໂຮງໝໍ ຫລືສູນກວດພະຍາດໂຄວິດອີກ ຖ້າບໍ່ມີອາການຮ້າຍແຮງ ດັ່ງທີ່ພະນັກງານແພດທີ່ເຮັດວຽກຢູ່ສູນກວດຫາໄວ ຣັສໂຄໂຣນາ ແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເປີດເຜີຍສູ່ຟັງວ່າ:

“ຄັນບໍ່ໜັກເຂົາກະຢູ່ບ້ານ ກັກຕົວຢູ່ບ້ານ ສ່ວນພວກທີ່ມີອາຍຸສູງ ເຂົາເຈົ້າກະໄປຢູ່ໂຮງໝໍຫັ້ນລະ ສ່ວນຫຼາຍເຂົາກັກຕົວຢູ່ບ້ານເຂົາເຈົ້າ ບໍ່ແຈ້ງນະ ພວກທີ່ຕິດເຂົາກະຕິດ ກວດເອງຢູ່ບ້ານ ເຮັດຄືກໍລະນີຄືວ່າ ມັນບໍ່ຫຼາຍເກີນໄປຫັ້ນນະ ຄັນວ່າເຂົາແຈ້ງແທ້ ມັນກະຫຼາຍຫັ້ນແຫຼ້ວ.”

ເມື່ອທຽບໃສ່ອັດຕາພົນລະເມືອງແລ້ວ ການຕິດເຊື້ອປະຈໍາວັນໃນລາວ ໃນໄລຍະ 1 ປີຜ່ານມານີ້ ຖືວ່າ ເພີ້ມຂຶ້ນຢ່າງແຮງຈາກ 0.27 ກໍລະນີຕໍ່ 1 ລ້ານຄົນ ຊຶ່ງເປັນອັນດັບທີ 3 ຮອງຈາກກໍາປູເຈຍ ແລະໄທ ທີ່ມີອັດຕາຕິດເຊື້ອ 25.43 ກໍລະນີ ແລະ 20.63 ກໍລະນີຕໍ່ 1 ລ້ານຄົນຕາມລໍາດັບ, ອີງຕາມຂໍ້ມູນໃນເວັບໄຊທ໌ Our World in Data ຂອງມະຫາວິທະຍາໄລເຄມບຣີສຈ໌ ໃນອັງກິດ. ມາຮອດປັດຈຸບັນ ອັດຕາການຕິດເຊື້ອລາຍວັນຂອງລາວ ແມ່ນໄດ້ເພີ້ມສູງຂຶ້ນ ເປັນອັນດັບ 2 ຮອງລົງມາຈາກໄທ ຊຶ່ງກໍຄືລາວມີ 146.63 ກໍລະນີຕໍ່ 1 ລ້ານຄົນ ສ່ວນໄທ ແມ່ນມີອັດຕາຄົນຕິດເຊື້ອໃໝ່ 313.52 ກໍລະນີຕໍ່ 1 ລ້ານຄົນ ໃນວັນ ທີ 20 ເມສາ 2022. ຫວຽດນາມແມ່ນເພີ້ມຂຶ້ນເປັນອັນດັບ 3 ກໍຄືຈາກ 0.09 ກໍລະນີ ເປັນ 135 ກໍລະນີຕໍ່ວັນ ຕໍ່ 1 ລ້ານຄົນ. ສ່ວນກໍາປູເຈຍນັ້ນ ອັດຕາການຕິດເຊື້ອໃໝ່ປະຈໍາວັນນັ້ນ ຫລຸດລົງຢ່າງຫລວງຫລາຍ ໃນປີນຶ່ງມານີ້ ຄືຈາກ 25.43 ກໍລະນີຕໍ່ 1 ລ້ານຄົນ ມາເປັນ 1.59 ກໍລະະນີຕໍ່ 1 ລ້ານຄົນ ໃນວັນທີ 20 ເມສາຜ່ານມາ.

ສ່ວນສາເຫດເຮັດໃຫ້ມີຄົນລາວຕິດພະຍາດ ແລະເສຍຊີວິດຍ້ອນໂຄວິດ-19 ຫຼາຍຂຶ້ນນັ້ນ ນອກຈາກການລະເລີຍ ຕໍ່ມາດຕະການຢູ່ຫ່າງກັນແລ້ວ ການສັກຢາວັກຊີນໃຫ້ປະຊາຊົນໃນກຸ່ມສ່ຽງສູງ ເຊັ່ນຜູ້ສູງອາຍຸ ແຕ່ 60 ປີຂຶ້ນໄປ, ເຍົາວະຊົນທີ່ອາຍຸ 18 ປີລົງມາ, ຜູ້ທີ່ມີໂຣກປະຈຳໂຕ ແມ່ຍິງທີ່ຖືພາເກີນ 12 ສັບປະດານັ້ນ ຍັງບໍ່ປະຕິບັດໄດ້ ຕາມເປົ້າໝາຍເທື່ອ. ພ້ອມກັນນັ້ນ ອັດຕາການ ສັກຢາວັກຊິນຫລືສັກຢາບໍ່ຄົບຖ້ວນ ສະນັ້ນກໍຍັງສູງຢູ່ ສະນັ້ນມັນຍັງເປັນການຍາກຫລາຍທີ່ການລະບາດຂອງພະຍາດນີ້ ຈະຫລຸດລົງໄດ້ ໃນອະນາຄົດອັນໃກ້ນີ້, ອີງຕາມການຖະແຫລງຂອງພະນັກງານຂັ້ນສູງຈາກກົມຄວບຄຸມພະຍາດຕິດຕໍ່ ທີ່ກ່າວມາຂ້າງເທິງນັ້ນ.

ລາວ ມີອັດຕາການສັກວັກຊີນກັນໂຄວິດ-19 ຕໍ່າກວ່າໝູ່ທີ່ສຸດ ໃນ 4 ປະເທດເຂດລຸ່ມແມ່ນໍ້າຂອງ ຊຶ່ງໃນນັ້ນ ມາຮອດວັນທີ 18 ເມສາຜ່ານມານີ້ ມີພຽງ 64 ເປີເຊັນຂອງຄົນລາວ ຂະນະທີ່ກໍາປູເຈຍ ມີ 83 ເປີເຊັນ, ຫວຽດນາມມີ 79 ເປີ ເຊັນ ແລະ ໄທ ມີ 72 ເປີເຊັນ ຂອງພົນລະເມືອງ ທີ່ໄດ້ສັກຢາວັກຊີນຄົບຕາມການແນະນໍາ ທາງການແພດ. ເຊັ່ນດຽວກັນ 78 ເປີເຊັນຂອງຄົນລາວ ໄດ້ສັກວັກຊີນ ຢ່າງໜ້ອຍ 1 ເຂັມ ຂະນະທີ່ 88 ເປີເຊັນຂອງຊາວກໍາປູເຈຍ, 81 ເປີ ເຊັນຂອງຄົນຫວຽດນາມ ແລະ 80 ເປີເຊັນຂອງຄົນໄທໄດ້ຮັບວັກຊີນຢ່າງໜ້ອຍ 1 ໂດສ. ສະຫລຸບແລ້ວ ຄື້ນການລະບາດຂອງພະຍາດໂຄວິດ-19 ໃນລາວ ທີ່ສູງເປັນພິເສດ ໃນໄລຍະສະຫລອງບຸນປີໃໝ່ລາວນີ້ ແລະສະພາບການລະບາດໃນລາວ ທີ່ສູງເປັນອັນດັບ 2 ຂອງ 4 ປະເທດໃນເຂດລຸ່ມແມ່ນໍ້າຂອງຮອງຈາກໄທນັ້ນ ຍັງຄົງຈະຫລຸດລົງໄດ້ຍາກ ເມື່ອການສັກຢາວັກຊີນໃຫ້ກຸ່ມທີ່ມີຄວາມສ່ຽງສູງຍັງບໍ່ປະຕິບັດໄດ້ຕາມຄາດໝາຍແລະການເມີນເສີຍຕໍ່ລະບຽບການສະກັດກັ້ນການລະບາດຂອງພະະຍາດນີ້ ໃນຫລາຍກຸ່ມຂອງປະຊາຊົນຍັງມີຢູ່.

XS
SM
MD
LG