ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄອບຄົວລາວ ອາເມຣິກັນ ໃນລັດອາແຄນຊໍ ພາກັນຕິດໂຄວິດ ທັງໝົດ 9 ຄົນ ລວມທັງ ພໍ່ແລະແມ່


ຍານາງໄພວັນ ປະເສີດສັກ ພ້ອມກັບແມ່ແລະພໍ່ ຢູ່ທີ່ເມືອງຣໍເຈີ ລັດອາແຄນຊໍ ຂອງສະຫະລັດ.
ຍານາງໄພວັນ ປະເສີດສັກ ພ້ອມກັບແມ່ແລະພໍ່ ຢູ່ທີ່ເມືອງຣໍເຈີ ລັດອາແຄນຊໍ ຂອງສະຫະລັດ.

ໃນວັນເສົາທ້າຍອາທິດ ກ່ອນໜ້າວັນພັກບຸນຂອບຄຸນພະເຈົ້າ ຫຼື Thanksgiving Holiday ນ້ອງຊາຍຂອງຍານາງໄພວັນ ປະເສີດສັກ ຢູ່ທີ່ເມືອງເຊັນເຕີຕັນ ລັດອາແຄນຊໍ ໄດ້ຈັດງານວັນເກີດຢູ່ບ້ານຂອງລາວ ຕໍ່ມາສາມວັນ ຄອບຄົວທັງໝົດຂອງນ້ອງຊາຍ ນ້ອງສາວແລະຜົວ ກໍໄດ້ກວດພົບວ່າ ເປັນບວກຕິດເຊື້ອໄວຣັສ ລວມທັງໝົດ 9 ຄົນ ອີງຕາມການບອກເລົ່າຂອງຍານາງ ໄພວັນ ຜູ້ເປັນເອື້ອຍຄົນທີສາມ ທີ່ອາໄສຢູ່ເມືອງຣໍເຈີ ລັດອາແຄນຊໍ ເຊັ່ນກັນ ກ່າວຕໍ່ວີໂອເອ ລາວ.

ນອກນັ້ນ ແມ່ຂອງຍານາງ ກໍມີອາການໄອຮຸນແຮງ ແລະກວດພົບວ່າ ມີເຊື້ອໂຄວິດ ແຕ່ເພິ່ນບໍ່ໄດ້ເຂົ້າໂຮງໝໍ. ຍານາງຍັງກ່າວອີກວ່າ ພໍ່ຂອງລາວ ອາຍຸ 90 ປີ ໄດ້ສັກຢາວັກຊີນ 2 ເຂັມແລ້ວ ທີ່ອາໄສຢູ່ກັບລາວ ຮູ້ສຶກອ່ອນເພຍ ແລະເມື່ອຍຫຼາຍ ໃນວັນອາທິດ ແລ້ວຢາກນອນຢູ່ສະເໝີ ສະນັ້ນ ລາວຈຶ່ງເປັນຫ່ວງ ແລະຢາກພາພໍ່ໄປໂຮງໝໍໃນວັນຈັນ ແຕ່ລາວເລົ່າເຖິງວັນນັ້ນວ່າ

“ນອນບໍ່ຢາກລຸກມາກິນເຂົ້າກິນນ້າຫັ້ນແຫລະ ຂ້ອຍປຸກເພິ່ນຂຶ້ນມາກິນເຂົ້າກິນນ້ຳ ແຕ່ເພິ່ນກໍເພຍຫຼາຍ ເພິ່ນຮູ້ສຶກວ່າເພຍຫຼາຍ ຕອນເປັນແມ່ນທ້າຍອາທິດ ແລ້ວວ່າສິພາໄປໂຮງໝໍໃນມື້ວັນຈັນຫັ້ນຫນະ ບັດນີ້ເພິ່ນຕື່ນຂຶ້ນມາວັນຈັນ ເອົາລຸກຂຶ້ນມາອາບນ້ຳກິນເຂົ້າ ແຕ່ບໍ່ທັນໄດ້ກິນເຂົ້າເທື່ອ ອາບນ້ຳກ່ອນ ລະອາບນ້ຳແລ້ວ ລາວລຸກຂຶ້ນນັ່ງ ນຸ່ງເຄື່ອງໃຫ້ລາວ ຫນ້າຕາຂອງລາວຊີດເຢັນໝົດເລີຍ ຂ້ອຍຈຶ່ງໂທຫາ 911 ມາເອົາລາວ.”

ເພິ່ນໄດ້ຖືກກວດພົບວ່າເປັນພະຍາດ Covid-19 ແຕ່ອາການຂອງເພິ່ນບໍ່ຮຸນແຮງ, ຫຼັງຈາກທ່ານໝໍກວດເບິ່ງອາການຂອງເພິ່ນທຸກຢ່າງແລ້ວ ຈຶ່ງໄດ້ຖືກສົ່ງໄປພະແນກຟື້ນຟູເປັນເວລາສອງອາທິດ. ໃນຂະນະ​ທີ່​ຢູ່​ໃນ​ພະແນກ​ຟື້ນ​ຟູ​ຢູ່ນັ້ນ ພວກລູກເຕົ້າຂອງທ່ານບົວລຽນ ຈັນທະລັງສີ ໝົດ​ທຸກ​ຄົນ​ຈາກຕ່າງລັດ ​ກໍ​ໄດ້​ພາ​ກັນເດີນທາງມາຢ້ຽມ​ຢາມ​ພໍ່ ດັ່ງ​ທີ່​ຍານາງ​ໄພ​ວັນ​ກ່າວ​ວ່າ:

“ອ້າຍ​ນ້ອງ​ທັງ​ໝົດກໍຂ້ຽວໄປຫາລາວຢູ່ໂຮງໝໍ ​ປ່ຽນຜຽນກັນໄປຈອບເບິ່ງ​ລາວ ລະປຸ້ມລຸມກັນ ບັດນີ້ຄົນຢູ່ຕ່າງລັດ ຄືນ້ອງສາວຜູ້ນຶ່ງຢູ່ ຢູທາ ນາງແກ ເພິ່ນກະຂ້ຽວມາ ນ້ອງສາວອີກ ຢູ່ຄາລີຟໍເນຍ ເພິ່ນກໍຂ້ຽວມາຫາພໍ່ ສ່ວນຫຼາຍຫັ້ນ ແມ່ນຢູ່ອາແຄນຊໍ ໝົດ​ ແລະມີແຕ່ສອງຄົນນີ້ຢູ່ຕ່າງລັດ​ ແຕ່ວ່າ ມາຄົບໝົດ.” ຍານາງກ່າວຕື່ມວ່າ “ເພິ່ນກໍຈະຍິ້ມແຍ້ມເມື່ອເຫັນພວກເຮົາ. ມັນເຮັດໃຫ້ເພິ່ນມີກຳລັງໃຈ ກຳລັງໃຈກໍເປັນຢາວິເສດ."

ຄອບຄົວຂອງທ່ານບົວລຽນ ຈັນທະລັງສີ ຢູ່ທີ່ເມືອງຣໍເຈີ ລັດອາແຄນຊໍ ຂອງສະຫະລັດ.
ຄອບຄົວຂອງທ່ານບົວລຽນ ຈັນທະລັງສີ ຢູ່ທີ່ເມືອງຣໍເຈີ ລັດອາແຄນຊໍ ຂອງສະຫະລັດ.

ປັດຈຸບັນນີ້ ຄອບຄົວຂອງທ່ານບົວລຽນໄດ້ໄປເຕົ້າໂຮມກັນຢູ່ໃນເມືອງຣໍເຈີ ລັດອາແຄນຊໍ ຮ່ວມກັນສະເຫຼີມສະຫຼອງຂ່າວດີຂອງການຫາຍຈາກໂຄວິດຂອງພໍ່ແລະແມ່ ພ້ອມທັງບຸນວັນຄຣິສມັສ ແລະປີໃໝ່ສາກົນທີ່ໃກ້ຈະມາເຖິງນີ້ນຳດ້ວຍ.

XS
SM
MD
LG