ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂາຍເຄື່ອງ ທາງຕະຫຼາດອອນລາຍ ລະຫວ່າງການລະບາດຂອງໂຄວິດ ໂດຍຊາວລາວ-ອາເມຣິກັນ


ແຟ້ມຮູບພາບ-ແພັກເຄື່ອງທີ່ເລື່ອນໄປຕາມລະບົບສາຍພານລໍາລຽງເຄື່ອງຂອງ ຢູ່ສາງເຄື່ອງທີ່ເປັນສູນກາງໃຫຍ່ຂອງບໍລິສັດ ອະເມຊອນ ໃນ ບອລຕິມໍ, ວັນທີ 3 ສິງຫາ, ປີ 2017. ປະເທດເນເທີແລນ ເປັນປະເທດທີ່ມີຄວາມພ້ອມ ໃນການຊື້ເຄື່ອງໃນຕະຫລາດອອນລາຍ, ອີງຕາມການລາຍງານຂອງໜ່ວຍງານສະຫະປະຊາຊາດ.
ແຟ້ມຮູບພາບ-ແພັກເຄື່ອງທີ່ເລື່ອນໄປຕາມລະບົບສາຍພານລໍາລຽງເຄື່ອງຂອງ ຢູ່ສາງເຄື່ອງທີ່ເປັນສູນກາງໃຫຍ່ຂອງບໍລິສັດ ອະເມຊອນ ໃນ ບອລຕິມໍ, ວັນທີ 3 ສິງຫາ, ປີ 2017. ປະເທດເນເທີແລນ ເປັນປະເທດທີ່ມີຄວາມພ້ອມ ໃນການຊື້ເຄື່ອງໃນຕະຫລາດອອນລາຍ, ອີງຕາມການລາຍງານຂອງໜ່ວຍງານສະຫະປະຊາຊາດ.

“ພວກເຮົາຈະຕ້ອງຮຽນຮູ້ ທີ່ຈະປັບຕົວໃຫ້ເຂົ້າກັບສະພາບການ ແລະຕ້ອງຮູ້ນໍາໃຊ້ວິກິດ ໃຫ້ເປັນປະໂຫຍດ,” ເພາະໜ້າທີ່ອາຊີບການງານ ການທໍາມາຫາກິນຂອງແຕ່ລະຄົນບໍ່ຄືກັນ, ດັ່ງນັ້ນ ການຕໍ່ສູ້ເພື່ອຄວາມຢູ່ລອດໃນການຫາລ້ຽງຊີບຢູ່ໃນສະພາບການແບບໃນປັດຈຸບັນນີ້ຂອງແຕ່ລະຄົນແມ່ນບໍ່ເໝືອນກັນ. ດັ່ງທີ່ຍານາງຄໍາປານ ຜູ້ທີ່ອາໄສຢູ່ເມືອງ ໂຄລົມບັສ, ລັດໂອໄຮໂອ ໄດ້ມາເລົ່າເຖິງກົນລະຍຸດໃນການຂາຍເຄື່ອງ ເພື່ອໃຫ້ລູກຄ້າໝັ້ນໃຈ ແລະສົນໃຈ ໃຫ້ຟັງວ່າ: “ແຕ່ກ່ອນເພິ່ນເອງກໍ່ບໍ່ໄດ້ຂາຍເຄື່ອງຢູ່ໃນສື່ສັງຄົມອອນລາຍ, ເພິ່ນຂາຍຢູ່ຕາມງານບຸນຕ່າງໆ ຕາມວັດຕາມວາ ແລ້ວແຕ່ໂອກາດ, ແຕ່ເມື່ອມາຮອດສະພາບການການລະບາດຂອງໂຄວິດ-19 ຍ້ອນສະຖານານະການແບບນີ້ ເລີຍໄດ້ປັບປ່ຽນວິທີໃນການຄ້າຂາຍ ມາເປັນການຂາຍທາງສື່ສັງຄົມອອນລາຍ ເພີ້ມວິທີການດີໆເຂົ້າມາໃສ່ ເພື່ອເພີ້ມຄວາມໝັ້ນໃຈ-ໄວ້ວາງໃຈຈາກລູກຄ້າ,” ເຊິ່ງລາວໄດ້ກ່າວສູ່ VOA ຟັງດັ່ງນີ້:

“ເລື້ອງຂາຍເຄື່ອງອອນລາຍນີ້ ຫາກໍຂາຍຊ່ວງໂຄວິດ ແລະກໍ່ໄປຕາມສະຖານະການບ້ານເມືອງຂອງເຮົານີ້ລະ ເພາະວ່າຄົນກໍ່ບໍ່ໄດ້ໄປໄດ້ມາ ນີ້ກໍເລີຍວ່າເຮົາຕ້ອງຂາຍແບບນີ້ ເຮົາຈຶ່ງຊິຢູ່ລອດ, ປະເພດເຄື່ອງຂາຍ ກໍເຄື່ອງສິ້ນໄໝ ເປັນໂອ ເປັນຂັນ ມາແຕ່ບ້ານເຮົາໝົດ, ແປງເຄື່ອງນໍາ ແປງໃຫ້ເຂົາຟຣີ ຍິບໃຫ້ເຂົາເຈົ້າຟຣີພ້ອມເລີຍ ທີ່ເຂົາເຈົ້າໝັ້ນໃຈທີ່ສຸດເລີຍ, ຊື້ເຄື່ອງນໍາເຮົາ ເຮົາຕ້ອງຕັດໃຫ້ຟຣີ ແປງໃຫ້ຟຮີ.”

ເພິ່ນຍັງບອກເຖິງວິທີການຂາຍຂອງເພິ່ນອີກວ່າ ສໍາລັບເຄື່ອງຂອງທີ່ລູກຄ້າສັ່ງຊື່ນັ້ນ ລາຄາກໍ່ແຕກຕ່າງກັນຕາມຜ້າໄໝ, ການຈັດສົ່ງແມ່ນເພິ່ນຈັດສົ່ງຟຣີພາຍໃນສະຫະລັດ, ສ່ວນລູກຄ້າທີ່ຢູ່ຕ່າງປະເທດ ເພິ່ນຈະຄິດໄລ່ຄ່າສົ່ງ ຕາມລາຄານໍ້າໜັກຂອງເຄື່ອງ.

ມາຮອດປັດຈຸບັນ, ເຖິງວ່າຈະມີການເປີດຮ້ານໃຫ້ທຸກໆຄົນເຂົ້າໄປຊື້ສິນຄ້າ ຫລືກິນອາຫານໄດ້ຢ່າງເປັນປົກກະຕິແລ້ວ, ການຂາຍເຄື່ອງທາງອອນລາຍ ຍັງຄົງເປັນທີ່ນິຍົມຂອງລູກຄ້າ ເພາະຄວາມສະດວກສະບາຍ ແລະປອດໄພທີ່ຕົນເອງບໍ່ຈໍາເປັນຕ້ອງອອກໄປຂ້າງນອກ ເພື່ອບຽດສຽດກັບຄົນອື່ນໆອີກດ້ວຍ.

XS
SM
MD
LG