ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການແຂ່ງຂັນ ກິລາໂອລິມປິກ ຈະເລື່ອນໄປໃສ່ ວັນທີ 23 ກໍລະກົດ ຫາ 8 ສິງຫາ ປີໜ້າ


ຫົວໜ້າຄະນະກຳມະການບໍລິຫານ ກິລາໂອລິມປິກໂຕກຽວ 2020 ທ່ານໂຍຊິໂຣະ ໂມຣິ ຂວາມື.
ຫົວໜ້າຄະນະກຳມະການບໍລິຫານ ກິລາໂອລິມປິກໂຕກຽວ 2020 ທ່ານໂຍຊິໂຣະ ໂມຣິ ຂວາມື.

ບັນດາຜູ້ຈັດການແຂ່ງຂັນກິລາໂອລິມປິກໂຕກຽວ ໄດ້ປະກາດເລື່ອນເວລາສຳລັບການ
ແຂ່ງຂັນກິລາໂອລິມປິກລະດູຮ້ອນຊຶ່ງຈະເລີ້ມຂຶ້ນແຕ່ວັນທີ 23 ເດືອນກໍລະກົດ 2021
ໄປຫາວັນທີ 8 ເດືອນສິງຫາປີ 2021.

ຫົວໜ້າຄະນະກຳມະການ ຈັດການແຂ່ງຂັນກິລາໂອລິມປິກໂຕກຽວ 2020 ທ່ານໂຍຊິໂຣະ ໂມຣິ ໄດ້ປະກາດກ່ຽວກັບການຕັນສິນໃຈດັ່ງກ່າວ ໃນວັນຈັນວານນີ້ ຫຼັງຈາກໄດ້
ປຶກສາຫາລືກັບຄະນະກຳມະການໂອລິມປິກສາກົນ ຫລື IOC.

ຄະນະກຳມະການກິລາໂອລິມປິກສາກົນ ໄດ້ປະກາດການຕັດສິນໃຈ ໃນອາທິດແລ້ວນີ້
ເພື່ອເລື່ອນການແຂ່ງຂັນ ເນື່ອງຈາກໄວຣັສໂຄໂຣນາ. ທ່ານໂມຣິ ກ່າວວ່າ ການແຂ່ງ
ຂັນໂອລິມປິກສຳລັບຄົນພິການຈະ ເລີ້ມຈາກວັນທີ 24 ເດືອນສິງ ຫາປີ 2021 ຫາ ວັນທີ
5 ກັນຍາ 2021.

Organizer for Tokyo's reschedule Olympics have annnounced that the
new date for summer games will be July 23, 2021, to august 8 2021.

The head of the Tokyo organizing committee, Yoshiro Mori, announced
the decision Monday, after consultations with International Olympic
Committee.

The IOC announced last week the decision to delay the games due to the
coronavirus. Moris said Paralympic games would run from August 24, 2021 to September 5, 2021.

XS
SM
MD
LG