ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂະຫຍາຍເວລາ ລັອກດາວ ຍ້ອນໂຄວິດ-19 ຍັງສົ່ງຜົນກະທົບ ຕໍ່ວັດວາອາຣາມນໍາດ້ວຍ


ຮູບພາບຂອງວັດແຫ່ງນຶ່ງ
ຮູບພາບຂອງວັດແຫ່ງນຶ່ງ

ເຮົາຄົງໄດ້ຍິນຂ່າວ ກ່ຽວກັບສະຖານະການໂຄວິດ-19 ຢູ່ທີ່ປະເທດລາວເປັນປະຈໍາ ແລະຍິ່ງຊ່ວງນີ້ທາງລັດຖະບານ ໄດ້ຂະຫຍາຍຊ່ວງເວລາລັອກດາວອອກໄປຕື່ມ ຜົນກະທົບຫລາຍໆອັນກໍ່ຍິ່ງເພີ້ມຂຶ້ນໄປເຊັ່ນກັນ, ແຕ່ມີໃຜຄິດອອກບໍວ່າໃນ ຊ່ວງທີ່ບ້ານເມືອງມີການປິດໂຕແບບນີ້ ຜົນກະທົບທີ່ທາງວັດວາ ພຣະສົງສາມະ ເນນ ແລະແມ່ຂາວຈະໄດ້ຮັບເປັນແນວໃດ? ເພິ່ນກໍ່ຄົງບໍ່ຕ່າງຫຍັງກັບອອກຕົນຍາດໂຍມ ທີ່ພົບກັບຄວາມຫຍຸ້ງຍາກໃນການດໍາເນີນກິດຈະວັດປະຈໍາວັນຂອງພວກເພິ່ນ. ແຕ່ກໍ່ຍັງໄຄແດ່ທີ່ຊາວບ້ານຜູ້ມີເງື່ອນໄຂພຽງພໍ ພໍທີ່ຈະອຸປະຖໍາຄໍ້າວັດໄດ້ ໄດ້ຮ່ວມໃຈກັນກັບພີ່ໆນ້ອງໆແລະໝູ່ເພື່ອນ ນໍາເອົາເຂົ້າສານ ອາຫານແຫ້ງເຂົ້າໄປຖະຫວາຍໃຫ້ແມ່ຂາວ ນໍາໄປປຸງແຕ່ງອາຫານ ເພື່ອຄໍ້າພາຈັງຫັນ ແລະພາເພນແດ່ພຣະສົງສາມະເນນ, ດັ່ງທີ່ຊາວບ້ານຄົນນຶ່ງ ໄດ້ກ່າວໃຫ້ພວກເຮົາຟັງວ່າ:

"ແຕ່ວ່າຊ່ວງນີ້ແມ່ນຊ່ວງລັອກດາວ ທຸກຄົນໄດ້ຮັບຜົນກະທົບໝົດ ນ້ອງກໍ່ເລີຍຄິດເຫັນຄູບາຢູ່ວັດວ່າ ເພິ່ນກະຄືຊິໄດ້ຮັບຜົນກະທົບ ນ້ອງກໍ່ເລີຍຊວນໝູ່ ແລະຄອບຄົວວ່າຜູ້ໃດມີໃຈສັດທາ ມີແຮງສັດທາຊໍ່າໃດ ກະເປັນເຂົ້າສານ ອາຫານແຫ້ງກະປ໋ອງປາ ແລ້ວແຕ່ສັດທາຂອງໝູ່ຄູ່ ແລະກະຄອບຄົວຂອງແຕ່ລະຄົນເນາະ"

ນະເວລານີ້ ສິ່ງທີ່ທຸກໆຄົນຫວັງທັງໝົດກໍ່ຄົງຈະແມ່ນ ການສູນສິ້ນໄປຈາກໂລກຂອງພະຍາດໂຄວິດ-19. ຢ່າງໃດກໍ່ຕາມ ໃນເມື່ອໄວຣັສນີ້ຍັງມີຢູ່ ກໍ່ຂໍໃຫ້ທຸກໆຄົນຈົ່ງມີສະຕິລະມັດລະວັງ ໃນການດໍາເນີນຊີວິດ ຮ່ວມໃຈກັນ ສາມັກຄີກັນ ແລະຕັດສິນໃຈເດັດຂາດ ກັບບັນຫາທີ່ພວກເຮົາກຳລັງປະສົບພົບພໍ້ຢູ່ທຸກວັນນີ້.

XS
SM
MD
LG