ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດປາກົດການຫຍໍ້ທໍ້ ຫຼາຍຂຶ້ນໃນ ລາວ ໃນຊ່ວງວິກິດການ COVID-19


ຕຳຫຼວດລາວ ນັ່ງຢູ່ໃນລົດ ທີ່ຖືກບໍລິຈາກໂດຍ ຈີນ ໃນຂະນະທີ່ຍາມສະຖານທີ່ ຈັດກອງປະຊຸມອາຊຽນ. 26 ກໍລະກົດ, 2005.
ຕຳຫຼວດລາວ ນັ່ງຢູ່ໃນລົດ ທີ່ຖືກບໍລິຈາກໂດຍ ຈີນ ໃນຂະນະທີ່ຍາມສະຖານທີ່ ຈັດກອງປະຊຸມອາຊຽນ. 26 ກໍລະກົດ, 2005.

ໂຣກລະບາດໄວຣັສໂຄໂຣນາ ໄດ້ສ້າງຄວາມເສຍຫາຍທາງເສດຖະກິດຢ່າງມະ ຫາສານຕໍ່ຫຼາຍປະເທດໃນໂລກ. ເສດຖະກິດໄດ້ຖືກປິດຍ້ອນມາດຕະການກັກບໍ ລິເວນທີ່ຖືກກຳນົດຂຶ້ນເພື່ອຄວບຄຸມໂຣລະບາດດັ່ງກ່າວ. ທຸລະກິດຫຼາຍຂະແໜງ ໄດ້ປິດກິດຈະການ ເຮັດໃຫ້ຕ້ອງໄດ້ປົດພະນັກ ງານຂອງຕົນອອກຈາກວຽກງານ ເນື່ອງຈາກບໍ່ມີລາຍໄດ້, ຜົນກະທົບດັ່ງກ່າວ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍເປັນ ຕ່ອງໂສ້. ເມື່ອປະຊາຊົນຖືກປົດອອກຈາກວຽກ ແລະ ປະຊາຊົນທີ່ບໍ່ມີວຽກເຮັດຢູ່ ແລ້ວ ຄວາມທຸກຍາກຂາດແຄນກໍຍິ່ງເພີ່ມຕື່ມ, ມັນຈຶ່ງໄດ້ກໍ່ໃຫ້ເກີດປາກົດການ ຫຍໍ້ທໍ້ໃນສັງຄົມໃນກຸ່ມຄົນບາງກຸ່ມ.​ ຄົນຜູ້ຫວັງບໍ່ດີຈະສວຍໃຊ້ໂອກາດ ກໍ່ຄວາມ ບໍ່ດີເຊັ່ນ ລັກຊັບ, ປຸ້ນຈີ້ເອົາເຄື່ອງຂອງປະຊາຊົນຢູ່ຕາມຖະໜົນ ແລະ ໝູ່ບ້ານ. ເຫດການດັ່ງກ່າວແມ່ນສາມາດເຫັນໄດ້ຢ່າງຊັດເຈນໃນບັນດາປະເທດທີ່ທຸກຍາກ ລວມທັງໃນປະເທດ ລາວ ເຮົາ.

ປາກົດການຫຍໍ້ທໍ້ໃນປະເທດ ລາວ ແມ່ນມີມາດົນນານແລ້ວ ແລະ ມີຢ່າງຕໍ່ ເນື່ອງ, ແຕ່ວ່າຊ່ວງວິກິດການໂຄວິດນີ້ໄດ້ເກີດເຫດການລັກເຄື່ອງ ແລະ ປຸ້ນ ຈີ້ປະຊາຊົນຫຼາຍຂຶ້ນ ໂດຍສະເພາະໃນເຂດນະຄອນຫຼວງວຽງຈັນ, ເຊິ່ງຕົວຢ່າງເຫດການນຶ່ງແມ່ນໄດ້ເກີດຂຶ້ນເມື່ອບໍ່ດົນມານີ້ ຢູ່ບໍລິເວນບ້ານໂພນຕ້ອງ ທີ່ຖືກຄົນຂີ້ລັກເຂົ້າເຮືອນ ດັ່ງທີ່ຜູ້ເຄາະຮ້າຍໄດ້ກ່າວຕໍ່ວີໂອເອລາວວ່າ:

“ຄິດວ່າຂີ້ລັກ ໜ້າຈະເຂົ້າມາຕອນກາງຄືນວັນທີ 5, ແຕ່ວ່າອາດຈະໂມງໃດນັ້ນ ເຮົາກະບໍ່ຮູ້ເພາະວ່າກະນອນໝົດ. ມັນອາດຈະເປັນຂ້ອນແຈ້ງຫຼືວ່າ 12 ໂມງ 1 ໂມງເຮົາກະບໍ່ຮູ້ເນາະ. ເຂົາເຈົ້າລັກຖັງແກັສເຮັດກິນ ເພາະວ່າຢູ່ເຮືອນມັນ ເປັນ ເຮືອນຄົວ, ຄົນລາວເຮົາ ເຮັດເຮືອນຄົວຢູ່ທາງຫຼັງເນາະ. ໃນເຮືອນກະມີ ນອກ ເຮືອນກະມີວ່າຊັ້ນສາ. ໂຕນັ້ນແມ່ນເຮືອນຄົວນອກ ເຮົາບໍ່ໄດ້ເຮັດຮົ້ວຂັ້ນເຮືອນຄົວອີ່ຫຍັງ ມັນກະເປັນໂລ່ງໆຢູ່ບ້ານທຳມະດາ. ແຕ່ວ່າຄືຊິແມ່ນຖັງແກັສຫັ້ນມັນ ເປັນອີ່ຫຍັງທີ່ ເຂົາເຈົ້າມາແລ້ວເຂົາເຈົ້າບໍ່ຮູ້ຊິເອົາຫຍັງ. ເພາະອັນອື່ນກະເປັນຕູ້ ເຢັນ, ຈັກຊັກເຄື່ອງມັນໃຫຍ່ເຂົາເຈົ້າເອົາໄປບໍ່ໄດ້ອັນອື່ນທີ່ມີລາຄາກວ່າ. ມັນກະ ເລີຍເອົາໂຕນີ້ຄິດວ່າຫັ້ນນະ.

ຄົນຂີິ້ລັກສ່ວນຫຼາຍມັກຈະຖືກຈັບບໍ່ໄດ້ ຍ້ອນວ່າພວກເຂົາຈະລັກເຄື່ອງເວລາທີ່ບໍ່ ມີຄົນຢູ່ບ້ານ ຫຼືວ່າຕອນເດິກເວລາທີ່ປະຊາຊົນເຂົ້ານອນໝົດແລ້ວ. ບາງຄົນຈະ ລົງມືລັກຄົນດຽວ ແລະ ບາງເທື່ອກໍຈະມານຳກັນສອງຄົນຂຶ້ນເມືອ.

“ສ່ວນວ່າມານຳກັນຈັກຄົນນັ້ນ ກະບໍ່ຮູ້ເນາະ ເພາະວ່າເຮົາບໍ່ເຫັນລະກະກ້ອງວົງ ຈອນປິດກະບໍ່ມີ. ແຕ່ເຊື່ອວ່າຖັງແກັສມັນໜັກຂະໜາດນັ້ນຫັ້ນນະ ກະຕ້ອງມີຄົນ ຊ່ວຍກັນຢ່າງໜ້ອຍມີຜູ້ນຶ່ງຫຼືສອງຄົນພຸ້ນແຫຼະເຂົ້າມາຍົກຊີ້ນະກະອາດຈະຄ່ອຍໆ ໂຍນມັນລົງໄປອີກຟາກທາງນຶ່ງ ເພາະວ່າປະຕູຮົ້ວກະບໍ່ໄດ້ສູງຫຼາຍ. ແຕ່ວ່າປາ ກົດວ່າຜ່ານມາບໍ່ມີຂີ້ລັກເລີຍເນາະ ຜ່ານມາບໍ່ມີຂີ້ລັກຢູ່ໃນເຂດບ້ານໂພນຕ້ອງນີ້ ເລີຍ ຂ້ອນຂ້າງວ່າປອດໄພຫຼາຍ ເປັນຫຼາຍປີແຮງລະນະ ຄິດວ່າບໍ່ມີຂີ້ລັກນີ້ນະ ກະເປັນເທື່ອທຳອິດທີ່ຮູ້ສຶກວ່າກັບຄືນມາຫັ້ນນະ.”

ຄົນຂີ້ລັກນອກຈາກຈະລັກເຄື່ອງຂອງທີ່ຫາເຫັນຢູ່ບ້ານແລ້ວ, ພວກເຂົາກໍລັກເປັດ ລັກໄກ່. ສຳລັບເຫດການທີ່ຮ້າຍແຮງກວ່າ ກໍຈະມີການດຶງກະເປົາ ແລະ ຈີ້ເອົາ ຊັບສິນຂອງປະຊາຊົນຢູ່ຕາມຖະ ໜົນຫົນທາງ.

XS
SM
MD
LG