ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າຂອງຮ້ານ ທີ່ ມ. ຣິຄອນ ເດິ ລົສ ຊາວເຊັສ ກ່າວວ່າ ການລະບາດ ຂອງໂຄວິດ-19 ທີ່ນັ້ນ ບໍ່ຮ້າຍແຮງປານໃດ


ເຈົ້າຂອງຮ້ານຂາຍຊີ້ນ ຜັກ ແລະອາຫານກະປ໋ອງ ທີ່ເມືອງຣິຄອນ ເດິ ລົສ ຊາວເຊັສ ໃນແຂວງນິວເກັນ ທາງພາກຕາເວັນຕົກຕອນກາງຂອງປະເທດອາເຈັນຕິນາ.
ເຈົ້າຂອງຮ້ານຂາຍຊີ້ນ ຜັກ ແລະອາຫານກະປ໋ອງ ທີ່ເມືອງຣິຄອນ ເດິ ລົສ ຊາວເຊັສ ໃນແຂວງນິວເກັນ ທາງພາກຕາເວັນຕົກຕອນກາງຂອງປະເທດອາເຈັນຕິນາ.


ເຈົ້າຂອງຮ້ານຄ້າລາວຄົນນຶ່ງ ໃນແຂວງນູເກັນ (Neuquen) ທາງພາກຕາເວັນຕົກຕອນກາງຂອງປະເທດອາເຈັນຕິນາ​ກ່າວວ່າ ການລະບາດຂອງໂຄວິດ-19 ຢູ່ໃນເຂດທີ່ລາວອາ ໄສຢູ່ ຍັງບໍ່ຮ້າຍແຮງປານໃດ. ຍານາງຄຳເຫຼືອງເຈົ້າຂອງຮ້ານຂາຍຂອງກິນ ທີ່ເມືອງ ຣິຄອນ ເດິ ລົສ ຊາວເຊັສ (Ricon de los Sauces) ກ່າວວ່າ:


" ບ່ອນຂ້ອຍຢູ່ແທ້ນີ້ກໍຍັງບໍ່ໄດ້ມີຫຼາຍໃດ ຍັງບໍ່ທັນມີຜູ້ຕາຍ ຄັນຊິເວົ້າແລ້ວ ຢູ່ໃນເມືອງບ່ອນຂ້ອຍຢູ່ແທ້ໜິ ຢູ່ແຂວງນິວເກັນ ຄົນເຖົ້າຄົນຫຍັງຫັ້ນແຫລະ ຊິຕາຍຍ້ອນໂຣກໂຄວິດເບາະ ຫຼືວ່າໂຣກແນວອື່ນກໍບໍ່ຈັກ ສ່ວນຫຼາຍມີແຕ່ຜູ້ເຖົ້າ ຕາມເຂົາຂ່າວ ສ່ວນຫຼາຍກໍເບິ່ງໃນເຕເລວີຊອນເນາະ ກໍຊິໝົ້ງ 3 ຄົນນີ້ແຫລະຕາຍ ຈຳພວກຕິດຫັ້ນກະຫຼາຍຢູ່ ສຳລັບເມືອງຂ້ອຍຢູ່ ຜູ້ຕາຍກໍບໍ່ທັນມີ ແຕ່ວ່າພວກຕຳຫຼວດເຂົາເຈົ້າກໍບັງຄັບບໍ່ໃຫ້ອອກເຮືອນອອກຊານ ແມ່ນໃຜອອກ ຕ້ອງໃສ່ຜ້າອັດປາກ ບໍ່ໃສ່ໃໝ່ ຮອດ 8 ໂມງແຫລະເຂົາປິດ ບໍ່ໃຫ້ຄົນຍ່າງ ບໍ່ໃຫ້ຂັບລົດຂັບຫຍັງ ຖ້າໄປເຫັນເຂົາເຈົ້າກໍຈັບທັງລົດທັງຄົນໄປ."

ເຄື່ອງທີ່ຂາຍໃນຮ້ານ
ເຄື່ອງທີ່ຂາຍໃນຮ້ານ

ຍານາງຄຳເຫຼືອງ ເວົ້າວ່າ ເມືອງຣິຄອນ ເດິ ລົສ ຊາວເຊັສ (Ricon de los Sauces) ເປັນເມືອງຂຸດນໍ້າມັນ ມີຄົນລາວອາໄສຢູ່ 8 ຄອບຄົວແລະຕັ້ງຫ່າງຈາກນະຄອນຫຼວງບູແອນົສແອເຣັສ ໄປທາງພາກຕາເວັນຕົກ ປະມານ 1,430 ຫຼັກກິໂລແມັດ.

ເຄື່ອງທີ່ຂາຍໃນຮ້ານ
ເຄື່ອງທີ່ຂາຍໃນຮ້ານ

ຊາວລາວທີ່ໄປຕົກຢູ່ປະເທດອາເຈັນຕິນາ ແມ່ນພາກັນຢູ່ຢ່າງກະຈັດກະຈາຍໄປຕາມເມືອງແລະແຂວງຕ່າງໆແຕ່ກໍມີຈຳນວນນຶ່ງອາໄສຢູ່ເປັນກ້ອນເປັນກຸ່ມໂດຍສະເພາະ ແມ່ນໃນເຂດເມືອງໂປຊາດາ ແຂວງມິສຊິໂອເນັສ ທາງພາກຕາເວັນອອກສຽງເໜືອຂອງປະເທດ.

XS
SM
MD
LG