ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວຜູ້ນຶ່ງ ເຮັດວຽກ ຢູ່ໃນໂຮງງານຜະລິດ ເຄື່ອງໃຊ້ຢາງພລາສຕິກ ບໍ່ມີບັນຫາໃນເລື້ອງວຽກ


ທ້າວເຂັມເພັດ ພະນັກງານປະຈຳໂຮງງານຜະລິດເຄື່ອງໃຊ້ຢາງພລາສຕິກ ສົ່ງໃຫ້ຮ້ານອາຫານໄວທັນໃຈທົ່ວສະຫະລັດ
ທ້າວເຂັມເພັດ ພະນັກງານປະຈຳໂຮງງານຜະລິດເຄື່ອງໃຊ້ຢາງພລາສຕິກ ສົ່ງໃຫ້ຮ້ານອາຫານໄວທັນໃຈທົ່ວສະຫະລັດ

ໃນຂະນະທີ່ພະຍາດໂຄວິດ-19 ກຳລັງລະບາດຢ່າງໜັກຮອບສອງ ຢູ່ໃນສະຫະ ລັດຢູ່ນັ້ນ ຫຼາຍໆລັດໄດ້ອອກມາດຕະການຈຳກັດຈຳນວນຄົນເຕົ້າໂຮມກັນ ໂດຍສະເພາະ ໃນພວກອຸດສາຫະກຳ ດ້ານບໍລິການ ເຊັ່ນ ໂຮມແຮງ ຮ້ານອາຫານ ຮ້ານກິນດື່ມ ແລະອື່ນໆ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ສຳລັບໂຮງງານຜະລິດເຄື່ອງໃຊ້ ທີ່ເປັນຢາງພລາສຕິກ ເຊັ່ນ ບ່ວງ ສ້ອມ ຈອກ ເພື່ອສະໜອງແກ່ພວກຮ້ານອາຫານໄວທັນໃຈທັງຫຼາຍ ໃນທົ່ວປະເທດ ຢູ່ໃນລັດຄາໂຣໄລນາ ເໜືອ ບໍ່ໄດ້ຮັບຜົນກະທົບແຕ່ຢ່າງໃດເລີຍ ດັ່ງທີ່ຄົນງານຜູ້ນຶ່ງທີ່ເປັນຄົນລາວ-ອາເມຣິກັນ ກ່າວສູ່ຟັງວ່າ:

ໂຮງງານດັ່ງກ່າວເປັນໂຮງງານໃຫຍ່ມີເນື້ອທີ່ກວ້າງຂວາງ ແລະພະນັກງານຫຼາຍຮ້ອຍຄົນ ທຳການຜະລິດສິນຄ້າທີ່ຈຳເປັນ ເພື່ອໜອງແກ່ລູກຄ້າຢ່າງຫຼວງຫຼາຍ ດັ່ງນັ້ນການລະບາດຂອງໂຄວິດ-19 ຈຶ່ງໄດ້ມີຜົນກະທົບຕໍ່ພະນັກງານຂອງໂຮງງານພຽງເລັກນ້ອຍ ດັ່ງທີ່ທ້າວເຂັມເພັດ ກ່າວໃຫ້ຟັງວ່າ:

ເພື່ອຄວບຄຸມບໍ່ໃຫ້ໄວຣັສໂຄໂຣນາແຜ່ລະບາດ ທາງໂຮງງານຈຶ່ງໄດ້ກວດອຸນຫະພູມຂອງພວກພະນັກງານໝົດທຸກຄົນກ່ອນເຂົ້າໄປເຮັດວຽກ ແລະຕ້ອງໃຫ້ໃສ່ໜ້າກາກຕາມກົດລະບຽບ.

XS
SM
MD
LG