ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພະຍາບານ ຊ່ຽວຊານດ້ານໂຣກລຳໄສ້ໃຫຍ່ ໃນລັດຄາລີຟໍເນຍ ວ່າ ພວກຄົນປ່ວຍ ຢ້ານຕິດໄວຣັສໂຄໂຣນາ ຈຶ່ງບໍ່ໄປໂຮງໝໍ


ທ່ານນາງ ວຽງແກ້ວ ພິມມະສອນ-ກາຊາເຣສ ພະຍາບານຊ່ຽວຊານດ້ານໂຣກລຳໄສ້ໃຫຍ່ ຢູ່ທີ່ນະຄອນ ແຊນດີເອໂກ ລັດຄາລີຟໍເນຍ
ທ່ານນາງ ວຽງແກ້ວ ພິມມະສອນ-ກາຊາເຣສ ພະຍາບານຊ່ຽວຊານດ້ານໂຣກລຳໄສ້ໃຫຍ່ ຢູ່ທີ່ນະຄອນ ແຊນດີເອໂກ ລັດຄາລີຟໍເນຍ

ທ່ານນາງວຽງແກ້ວ ພິມມະສອນ-ກາຊາເຣສ ເປັນພະຍາບານຄົນລາວອາເມຣິກັນ ທີ່ຊ່ຽວຊານໃນດ້ານໂຣກລຳໄສ້ໃຫຍ່ ຜູ້ທີ່ເຮັດວຽກໃຫ້ ອົງການບໍ່ຫວັງຜົນກຳໄລທີ່ເອີ້ນວ່າ Sharp Healthcare ຢູ່ທີ່ໂຮງໝໍ Sharp Memorial ໃນນະຄອນແຊນດີເອໂກ ລັດຄາລີຟໍເນຍ ມາໄດ້ 8 ປີແລ້ວ. ທ່ານນາງກ່າວຕໍ່ວີໂອເອລາວ ໃນລະຫວ່າງທີ່ ໄວຣັສໂຄໂຣນາ ກຳລັງລະບາດຢູ່ໃນນະຄອນແຊນດີເອໂກ ຂອງທ່ານນາງ ເມື່ອເດືອນມີນາທີ່ຜ່ານມາ ໃຫ້ຟັງດັ່ງນີ້:

“ເມື່ອໄວຣັສໂຄໂຣນາເລີ້ມລະບາດໃນເດືອນມີນາ ຂ້າພະເຈົ້າຄິດວ່າ ຄົນເຂົາເຈົ້າຢ້ານ ເຂົາເຈົ້າຢ້ານເຂົ້າມາຫ້ອງສຸກເສີນ ດຽວນີ້ ບໍ່ຄ່ອຍມີຄົນປ່ວຍຍ້ອນພະຍາດເຂົ້າມາ ກ່ອນໜ້ານີ້ ຄົນປ່ວຍທີ່ມີອາການເປັນເສັ້ນເລືອດຕັນ ຫຼືເປັນແມ່ນຫຍັງ ເຂົາເຈົ້າກະເຂົ້າມາ ດຽວນີ້ເຂົາເຈົ້າບໍ່ກ້າມາ ແລະບັດນີ້ເຮົາໄດ້ພົບວ່າ ເວລາເຂົາເຈົ້າມາພວກເຂົາມີບັນຫາໜັກຂຶ້ນ ເຂົາເຈົ້າຕ້ອງໄດ້ຮັບການຮັກສາຫຼາຍຂຶ້ນກ່ວາເກົ່າ ຈຶ່ງຕ້ອງໄດ້ສົ່ງພວກເຂົາໄປຫ້ອງສຸກເສີນ ໂດຍກົງເລີຍ ສະນັ້ນແລ້ວ ນະຄອນແຊນດີເອໂກ ພະຍາຍາມທີ່ຈະລົນນະລົງ ຜ່ານທາງສື່ມວນຊົນ ຊຸກຍູ້ພວກຄົນປ່ວຍ ທີ່ມີອາການຕ່າງໆນັ້ນ ໃຫ້ເຂົ້າມາບໍ່ຕ້ອງຢ້ານ ຄັນເຈົ້າມີອາການ ຂອງໂຄວິດແມ່ນຫຍັງກໍຕາມ ເຂົາເຈົ້າຈະເອົາເຈົ້າໄປອີກບໍລິເວນນຶ່ງຕ່າງາຫາກ ເຂົາເຈົ້າກໍຈະກວດເຈົ້າ ເວລາເຈົ້າເຂົ້າມາ ຄັນເຈົ້າມີອາການທາງລະບົບຫາຍໃຈ ແມ່ນເບາະ ເຈັບຄໍ ເປັນໄຂ້ ຫາຍໃຈຫອບ ເຂົາເຈົ້າກວດ ເຈົ້າ ແລ້ວເອົາເຈົ້າໄປພະແນກອື່ນຕ່າງຫາກ ຄັນເຈົ້າມີອາການ ເຈັບໜ້າເອີກ ແມ່ນຫຍັງຫັ້ນ ເຂົາເຈົ້າກໍຈະເອົາເຈົ້າໄປໄວ້ບ່ອນອື່ນ ເຂົາເຈົ້າມີບ່ອນຕ່າງຫາກໃຫ້ເຈົ້າ.”

ທ່ານນາງວຽງແກ້ວ ຍັງກ່າວອີກວ່າ ຢູ່ແຊນດີເອໂກ ດຽວນີ້ ມີໂຮງໝໍໃຫຍ່ທັງໝົດ 20 ແຫ່ງ ແລະຄວາມສາມາດໃນການຮັບເອົາຜູ້ຕິດເຊື້ອໄວຣັສໂຄໂຣນາໄດ້ຫຼາຍເຖິງ 6,000 ຕຽງ ແລະດຽວນີ້ ມີຜູ້ຕິດເຊື້ອໄວຣັສໂຄໂຣນາພຽງ 404 ຄົນ ທີ່ໄດ້ຮັບການຢືນຢັນວ່າ ຮັກສາຢູ່ໃນໂຮງໝໍ ແລະຢູ່ໃນຫ້ອງສຸກເສີນມີຢູ່ 150 ຄົນ ສະນັ້ນແລ້ວພວກເຮົາມີຄວາມສາມາດຢ່າງຫຼວງຫຼາຍທີ່ຈະຮັບເອົາຄົນຕິດເຊື້ອ ເພື່ອມາຮັກສາປິ່ນປົວພວກເຂົາເຈົ້າໄດ້.

XS
SM
MD
LG