ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວອາເມຣິກັນຜູ້ນຶ່ງ ຢູ່ນະຄອນຮິວສຕັນ ເສຍຊີວິດຍ້ອນໂຄວິດ-19


ນາງພະຍາບານຄົນນຶ່ງ ກຳລັງກວດຫາເຊື້ອໄວຣັສໂຄວິດ ຢູ່ສູນກາງການແພດ United Memorial Medical Center COVID-19 ໃນນະຄອນຮິວສຕັນ ລັດເທັກຊັສ.
ນາງພະຍາບານຄົນນຶ່ງ ກຳລັງກວດຫາເຊື້ອໄວຣັສໂຄວິດ ຢູ່ສູນກາງການແພດ United Memorial Medical Center COVID-19 ໃນນະຄອນຮິວສຕັນ ລັດເທັກຊັສ.

ການລະບາດໂຄວິດ-19 ຍັງດໍາເນີນຢູ່ຕໍ່ມາ ໃນທົ່ວສະຫະລັດ ໂດຍສະເພາະຢູ່ ໃນ 33 ລັດ. ສາເຫດທີ່ໂຄວິດ-19 ກັບຄືນມາແຜ່ລະບາດຢູ່ນັ້ນກໍເນື່ອງຈາກວ່າ ຫຼາຍໆລັດບໍ່ມີການບັງຄັບໃຊ້ກົດລະບຽບຢ່າງເຄັ່ງຄັດ ເຊັ່ນວ່າເປີດທຸລະກິດໄວ ເກີນໄປ ປ່ອຍໃຫ້ຄົນຊຸມນຸມກັນ ບໍ່ຢູ່ຫ່າງກັນ ແລະ ບໍ່ພາກັນໃສ່ໜ້າກາກປ້ອງ ກັນ.

ຢູ່ນະຄອນຮິວສຕັນ ລັດເທັກຊັສ ມີປະຊາຄົມລາວອາເມຣິກັນປະມານຊາວພັນ ກວ່າຄົນອາໄສຢູ່ທີ່ນັ້ນແລະພວກເຂົາເຈົ້າກໍພາກັນຮັກສາຮີດຄອງປະເພນີລາວ ຫຼາຍໆຢ່າງ ເຊັ່ນມີການເຕົ້າໂຮມກັນງັນເຮືອນດີກິນທານເພື່ອໃຫ້ຄວາມອົບອຸ່ນ ແກ່ຄອບຄົວຜູ້ເສຍຊີວິດອັນເປັນປະເພນີລາວ ເຖິງແມ່ນວ່າທາງການໄດ້ຈຳກັດ ກ່ຽວກັບການອະນຸຍາດເຖິງຈຳນວນຄົນເຕົ້າໂຮມກໍຕາມ.

ທ່ານນິຄົມ ໄຊຍະລາດ ສະມາຊິກປະຊາຄົມລາວອາເມຣິກັນຢູ່ໃນເຂດນະຄອນ ຮິວສຕັນ ໄດ້ເລົ່າເຖິງສາເຫດໃນການເສຍຊີວິດ ຂອງຄົນອາເມຣິກັນເຊື້ອສາຍ ລາວ ທີ່ເກີດຈາກການໄປງັນເຮືອນດີ ສູ່ວີໂອເອຟັງດັ່ງນີ້:

ລິງໂດຍກົງ

ຜູ້ເສຍຊີວິດຢ່າງກະທັນຫັນແມ່ນແມ່ຍິງອາຍຸກວ່າ 70 ປີ ຕໍ່ມາຜູ້ທີ່ເປັນລູກເຂີຍ ກໍໄດ້ເສຍຊີວິດ ຍ້ອນຕາຍຫລັບເລີຍ ນອກນັ້ນກໍມີເຜົ່າໄທດຳອີກຄົນນຶ່ງທີ່ໄດ້ ເສຍຊີວິດໄປໃນໄລຍະສອງອາທິດທີ່ຜ່ານມາ ຊຶ່ງບັນດາຜູ້ເສຍຊີວິດເຫລົ່ານີ້ບໍ່ ມີບັນຫາດ້ານສຸຂະພາບມາກ່ອນ ແລະເປັນການຕາຍແບບກະທັນຫັນ.

ຢູ່ສະຫະລັດອາເມຣິກາ ເປັນເວລາກວ່າສາມເດືອນຜ່ານມາທີ່ບັນດາໂຮງການ ລັດຖະບານ ບໍລິສັດເອກກະຊົນ ຫຼາຍໆແຫ່ງຍັງປິດຢູ່ ພວກພະນັກງານຕ້ອງ ໄດ້ເຮັດວຽກຢູ່ບ້ານ. ສ່ວນຮ້ານ ສັບພະສິນຄ້າ ຕະຫຼາດ ຮ້ານອາຫານ ໄດ້ ເລີ້ມເປີດເປັນບາງສ່ວນ ໃນຂະນະດຽວກັນ ລັດຖະບານທ້ອງຖິ່ນ ແລະ ລັດ ຖະບານກາງໂຕ້ຖຽງກັນໃນດ້ານຄວາມປອດໄພ ໂດຍສະເພາະການເປີດສົກ ການສຶກສາ ໃນລະດູໃບໄມ້ຫລົ່ນ ໃນເດືອນກັນຍາປີ 2020 ຈະມາເຖິງນີ້.

XS
SM
MD
LG