ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຕິດເຊື້ອໄວຣັສ COVID-19 ໃນ ລາວ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ


ໂຮງໝໍມິດຕະພາບ 150 ຕຽງ, ນະຄອນຫຼວງ ວຽງຈັນ.
ໂຮງໝໍມິດຕະພາບ 150 ຕຽງ, ນະຄອນຫຼວງ ວຽງຈັນ.

ການລະບາດຂອງເຊື້ອພະຍາດ COVID-19 ໃນປະເທດ ລາວ ຍັງສືບຕໍ່ເພີ່ມຂຶ້ນທຸກມື້ ແລະ ວັນພະຫັດມື້ນີ້ ກໍພົບຜູ້ຕິດເຊື້ອໃໝ່ຕື່ມອີກ 68 ຄົນ, ເຮັດໃຫ້ປະເທດ ລາວ ມີຜູ້ຕິດເຊື້ອທັງໝົດ 672 ຄົນ, ອີງຕາມອົງການອະນາໄມໂລກ.

ທາງການລາວແມ່ນກຳລັງຕິດຕາມຫາ ແລະ ຮຽກຮ້ອງຜູ້ທີ່ອາດໄດ້ສຳຜັດ ແລະ ມີຄວາມເປັນໄປໄດ້ວ່າ ຕິດເຊື້ອໃຫ້ໄປກວດໂຣກ. ການຕິດເຊື້ອໃນ ລາວ ສ່ວນຫຼາຍແມ່ນໄດ້ເກີດຂຶ້ນໃນສະຖານທີ່ບັນ ເທີງເຊັ່ນ: ຮ້ານເບຍ, ຮ້ານຄາຣາໂອເກະ, ຮ້ານອາຫານ, ຕະຫຼາດ ແລະ ສະຖານທີ່ຕ່າງໆທີ່ມີການເຕົ້າໂຮມກັນຈຳນວນຫຼາຍ.

ການແຜ່ລະບາດຄັ້ງນີ້ບໍ່ພຽງແຕ່ໄດ້ເຮັດໃຫ້ຄົນ ລາວ ໃນປະເທດພາກັນຕົກໃຈຢ້ານເທົ່ານັ້ນ, ສຳລັບຄົນ ລາວ ທີ່ອາໄສຢູ່ຕ່າງປະເທດ ກໍມີຄວາມເປັນຫ່ວງປະຊາຊົນ ແລະ ພີ່ນ້ອງທີ່ອາໄສຢູ່ໃນ ລາວ ເຊັ່ນກັນ. ດັ່ງທີ່ທ່ານນາງ ອຸໄລວັນ ຄົນລາວທີ່ອາໄສຢູ່ໃນນະຄອນ ຊິດນີ ປະເທດ ອອສເຕຣເລຍ ໄດ້ກ່າວຕໍ່ພວກເຮົາວ່າ “ໄດ້ຍິນຂ່າວທາງບ້ານເມືອງລາວເຮົາ, ພີ່ນ້ອງຢູ່ບ້ານເມືອງລາວເຮົາໄດ້ຍິນວ່າມີເຊື້ອໂຣກນີ້ເກີດຂຶ້ນຫຼາຍກະເປັນຫ່ວງໝົດສູ່ຜູ້ສູ່ຄົນເນາະ ກະບໍ່ຢາກໃຫ້ໃຜຕິດເຊື້ອປົກກະຕິລະແມ່ນຍາດຕິພີ່ນ້ອງຄອບຄົວກະບໍ່ຢາກໃຫ້ອອກບ້ານອອກຊ່ອງ ຄັນບໍ່ຈຳເປັນກະບໍ່ຢາກໃຫ້ອອກໄປ ເພາະວ່າກະປ້ອງກັນໂຕເອງ ລະກະປ້ອງກັນຫຼາຍໆຄົນ. ທາງນີ້ກະເປັນຫ່ວງມີພີ່ມີນ້ອງຢູ່ເດຢູ່ບ້ານເຮົາຍັງມີເອື້ອຍມີອ້າຍຢູ່ ກະເປັນຫ່ວງຫຼາຍ.”

ທ່ານນາງ ອຸໄລວັນ ໄດ້ກ່າວຕື່ມວ່າຢູ່ ອອສເຕຣເລຍ ໄລຍະນີ້ຢູ່ລັດ ນິວ ຊາວ ເວລສ໌ ແມ່ນຂ້ອນຂ້າງງຽບແດ່ແລ້ວ ກ່ຽວກັບ COVID-19. ແຕ່ກໍຍັງຕ້ອງໄດ້ລະວັງຫຼາຍຢູ່, ຍັງຕ້ອງໄດ້ໃສ່ໜ້າກາກອັດປາກອັດດັງ, ຮັກສາໄລຍະຫ່າງແລະ ລ້າງມືໃຫ້ສະອາດຢ່າງເປັນປະຈຳ.

ເຊື້ອພະຍາດ COVID-19 ໄດ້ແຜ່ລະບາດ ໄປ 14 ແຂວງ ແລະ ນະຄອນຫຼວງ ວຽງຈັນ, ແລະ ແຂວງທີ່ບໍ່ທັນມີຜູ້ຕິດເຊື້ອມີແຂວງ ອັດຕະປື, ໄຊສົມບູນ ແລະ ຫົວພັນ, ອີງຕາມການກ່າວຂອງ ດຣ. ພອນປະດິດ ສັງໄຊຍະລາດ ເຊິ່ງ ທ່ານໄດ້ກ່າວໄປໃນລະຫວ່າງກອງຊຸມຖະແຫຼງຂ່າວໃນວັນພຸດວານນີ້.

ສະພາບການໃນປະເທດ ລາວ ຕອນນີ້ແມ່ນເປົ່າຫວ່າງໂດຍສະເພາະແມ່ນ ນະຄອນຫຼວງ ວຽງຈັນ, ເຊິ່ງເປັນບ່ອນທີ່ມີການລະບາດຫຼາຍທີ່ສຸດ. ປະຊາຊົນບໍ່ໃຜອອກຈາກບ້ານ, ຍົກເວັ້ນຜູ້ທີ່ອອກໄປຊື້ອາຫານ ແລະ ສິ່ງຂອງຈຳເປັນ.

XS
SM
MD
LG