ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນທ່ານນຶ່ງ ໃນວຽງຈັນ ກ່າວວ່າ ການລະບາດຂອງພະຍາດໂຄວິດ ໃນເຂດນະຄອນຫຼວງ ຫຼຸດລົງແດ່ແລ້ວ


ໂຮງໝໍ 103 ໃນນະຄອນວຽງຈັນ ເປັນສະຖານທີ່ແຫ່ງນຶ່ງ ຮັບເອົາຄົນປ່ວຍຕິດເຊື້ອໄວຣັສ ໂຄວິດ-19.
ໂຮງໝໍ 103 ໃນນະຄອນວຽງຈັນ ເປັນສະຖານທີ່ແຫ່ງນຶ່ງ ຮັບເອົາຄົນປ່ວຍຕິດເຊື້ອໄວຣັສ ໂຄວິດ-19.

ເຖິງແມ່ນວ່າ ການລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມອອກໄປໃນວົງກວ້າງ ຢູ່ໃນເຂດພາກໃຕ້ຂອງລາວ ແລະໃນເຂດກຳແພງນະຄອນວຽງຈັນ ຢູ່ກໍຕາມ ແຕ່ໃນປັດຈຸບັນນີ້ ທາງການລາວກໍໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະສະກັດກັ້ນການລະບາດ ຕາມການຊີ້ນຳຂອງຄະນະສະເພາະກິດ ອອກໄປຕື່ມ ຈົນເຖິງວັນທີ 15 ກັນຍາ ເຊັ່ນວ່າການຫ້າມເປີດຮ້ານກິນດື່ມແລະຮ້ານບັນເທີງ ແລະຮ້ານອາຫານຕ່າງໆເປັນຕົ້ນໃນທົ່ວປະເທດ ສະນັ້ນແລ້ວການແຜ່ລະບາດຢູ່ໃນເຂດກຳແພງນະຄອນວຽງຈັນ ແມ່ນໄດ້ຫລຸດລົງແດ່ແລ້ວ ດັ່ງທີ່ພົນລະເມືອງບ້ານຫາຍໂສກເມືອງສີສັດຕະນາກ ກ່າວກ່ຽວກັບສະພາບການລະ ບາດຂອງໂຄວິດ-19 ຕໍ່ວີໂອເອລາວຟັງດັ່ງນີ້:

ເຖິງຢ່າງນັ້ນກໍຕາມ ກໍຍັງມີຂ່າວຄາວຂອງການຕິດເຊື້ອໄວຣັສຢູ່ເປັນບາງຄັ້ງບາງຄາວ ຢູ່ໃນເຂດນະຄອນວຽງຈັນ ໂດຍສະເພາະການຕິດໄວຣັສ ພາຍໃນບັນດາກອງກຳລັງທະຫານຢູ່ທີ່ຄ້າຍໂພນເຄັງ ດັ່ງທີ່ພົນລະເມືອງທ່ານນີ້ ກ່າວໃຫ້ຟັງຕື່ມວ່າ:

ກ່ຽວກັບເລື້ອງນີ້ທາງວີໂອເອລາວ ບໍ່ສາມາດຢືນຢັນຕາມແຫລ່ງຂ່າວ ຫຼືສື່ສັງຄົມ ໃນທ້ອງຖິ່ນໄດ້. ຜູ້ກ່ຽວຍັງກ່າວອີກວ່າ ສະພາບການເປັນຢູ່ໃນປັດຈຸບັນນີ້ ແມ່ນຍາກລຳບາກຫຼາຍ ຍ້ອນອາຫານການກິນ ມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະ ເພາະແມ່ນປະເພດຊີ້ນງົວ ຕະຫຼອດເຖິງໝູ ເປັດ ໄກ່ແລະໄຂ່ ພ້ອມທັງປານຳດ້ວຍ ສ່ວນປະເພດຜັກນັ້ນ ທ່ານກ່າວວ່າ ສາມາດປູກກິນເອງໄດ້.

XS
SM
MD
LG