ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄື້ນຟອງການ​ລະ​ບາດ​ຮອບ 3 ​ຂອງ​​ໂຄວິດ-19 ສົ່ງຜົນກະທົບຕໍ່ບັນ​ດາ​ທຸ​ລະ​ກິດ ທັງໃຫຍ່ແລະນ້ອຍ ຢ່າງໜັກໜ່ວງ


ປະຕູທາງເຂົ້າຮ້ານອາຫານ ວັງນ້ຳເຢັນ ຕັ້ງຢູ່ຊານເມືອງນະຄອນຫຼວງວຽງຈັນ.
ປະຕູທາງເຂົ້າຮ້ານອາຫານ ວັງນ້ຳເຢັນ ຕັ້ງຢູ່ຊານເມືອງນະຄອນຫຼວງວຽງຈັນ.

ຄື້ນຟອງການ​ລະ​ບາດ​ຮອບ 3 ​ຂອງ​ພະ​ຍາດ​ໂຄວິດ-19 ໃນເຂດ​ນະ​ຄອນ​ຫລວງ ວຽງ​ຈັນ ແລະ​ຫລາຍ​ແຂວງທີ່​ຍັງ​ສືບ​ຕໍ່​ມີ​ຂຶ້ນ​ຢູ່ທຸກມື້ນີ້ ໄດ້ເຮັດໃຫ້ບັນ​ດາ​ທຸ​ລະ​ກິດ ທັງໃຫຍ່ແລະນ້ອຍ ໂດຍ​ສະ​ເພາະ​ຢູ່​ໃນ​ຂ​ະ​ແໜງ​ການ​ບໍ​ລິ​ການແລະ​ທ່ອງ​ທ່ຽວນັ້ນ​ໄດ້​ຮັບ​ຜົນ​ກະ​ທົບຢ່າງ​ໜັກ​ໜ່ວງ​ ແລະໂອກາດທີ່ຈະຟື້ນຕົວໄດ້ແມ່ນຍັງເຫັນວ່າ ຍາກຫລາຍ ຊຶ່ງ​ນັກ​ຂ່າວ​ຂອງ​ພວກ​ເຮົາ​ມີ​ລາຍ​ລະ​ອຽດ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ້າມກາງຄື້ນຟອງທີ 3 ຂອງການລະບາດຂອງໂຄວິດ-19 ທີ່ເລີ້ມຕົ້ນມາແຕ່ວັນທີ 18 ເດືອນແລ້ວນີ້ໂດຍມີການຕິດພະຍາດດັ່ງກ່າວ ວັນລະຫລາຍຮ້ອຍຄົນໃນນະຄອນຫລວງວຽງຈັນ ແລະແຜ່ຂະຫຍາຍໄປຫາແຂວງອື່ນນັ້ນ ໄດ້ມີຜົນກະທົບ ຕໍ່ເສດຖະກິດລາວ ໂດຍສະເພາະແມ່ນຂະແໜງບໍລິການ ແລະການທ່ອງທ່ຽວ ນັ້ນຢ່າງໜັກ.

ທ່ານສົມໄຊ (ນາມແຝງ) ເຈົ້າຂອງທຸລະກິດທ່ອງທ່ຽວທຳມະຊາດແບບຄົບວົງຈອນແຫ່ງນຶ່ງ ຕັ້ງຢູ່ຊານເມືອງຂອງນະຄອນຫລວງວຽງຈັນ ໃນເນື້ອທີ່ປະມານ 1 ເຮັກຕາ ຊຶ່ງເໝາະແກ່ການພັກຜ່ອນແລະການບັນເທິງ. ໃນນັ້ນມີຮ້ານອາຫານທີ່ສາມາດບັນຈຸແຂກໄດ້ປະມານ 200 ຄົນ, ມີບ້ານພັກ, ໂຮງແຮມ ພ້ອມກັບຫ້ອງຄາຣະໂອເກະ ອີກປະມານ 20 ຫ້ອງ. ນອກນັ້ນກໍຍັງມີຕູບໃຫ້ແຂກກິນອາຫານຢາຍຕາມແຄມນໍ້າ ປະມານ 50 ຕູບ.ກ່ອນການລະບາດຂອງໂຄວິດ-19 ຢູ່ຮ້ານນີ້ຈະມີການເສບດົນຕີເປັນປະຈໍາ ອາທິດລະ 4-5 ວັນ ແລະມີກໍາໄລສະເລ່ຍ 5-6 ລ້ານກີບຕໍ່ມື້. ໃນຕອນຕົ້ນທີ່ມີການລະບາດຂອງໂຄວິດ ໃນປີກາຍນີ້ ຈົນມາຮອດເດືອນເມສາຜ່ານມາ ທຸລະກິດດັ່ງກ່າວແມ່ນສາມາດເປີດ ໄດ້ເປັນບາງສ່ວນຫລືບາງຄັ້ງຄາວ ແຕ່ປັດຈຸບັນ ແມ່ນໄດ້ຖືກປິດໄວ້ທັງໝົດເລີຍ ແລະບໍ່ຮູ້ວ່າ ວັນໃດຈະສາມາດໄດ້ເປີດຄືນມາອີກ ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

“ປິດມາໄດ້ເດືອນປາຍແລ້ວເດ ເພິ່ນບໍ່ໃຫ້ເປີດເດ ຢູ່ລ້າໆນີ້ຫລະ. ອັດປະຕູຢູ່ບ້ານຊື່ໆນີ້ລະ ເພິ່ນໃຫ້ປິດທົ່ວທິບທົ່ວແດນ ກະບໍ່ມີແຕ່ເຮົາດອກປິດໝົດ ກະມີຜົນກະທົບນໍາກັນຫັ້ນລະ, ຮ້ວຍຄັນຊິໄລ່ປົກກະຕິກະ 6-7 ເດືອນນີ້ແຫລະບໍ່ໄດ້ເປີດນີ້ລະ ຈົນບໍ່ມີເງິນຈັກກີບຫັ້ນແຫລະ ນັ່ງກິນມູນເກົ່າຢູ່ນີ້ແຫລະ ມັນເປັນທົ່ວໂລກ ບໍ່ແມ່ນແຕ່ເຮົາ ເປີດບໍ່ໄດ້ແລ້ວ ມັນຈະຖືກປັບໃໝ. ຢູ່ບໍ່ຢູ່ກະເສຍເງິນບໍ່ຄຸ້ມຄ່າ ໄດ້ສໍ່າສີ່ຫ້າແສນມາເສຍເປັນສີ່ຫ້າລ້ານບໍ່ຄຸ້ມຄ່າ.”

ມາດຕະການປິດເມືອງແບບສຸກເສີນທີ່ໄດ້ປະກາດໃຊ້ໃນນະຄອນຫລວງວຽງຈັນ ແລະແຂວງໃກ້ຄຽງນັບແຕ່ກາງເດືອນແລ້ວນີ້ມາ ແມ່ນຍັງບໍ່ມີທ່າທີທີ່ຈະຢຸດເຊົາລົງເລີຍ ຂະນະທີ່ຈໍານວນຂອງຜູ້ຕິດພະຍາດໃໝ່ ຍັງສືບຕໍ່ເພີ້ມຂຶ້ນ. ການປະກາດຄັ້ງຫລ້າສຸດຂອງສໍານັກງານນາຍົກແມ່ນສືບຕໍ່ໃຊ້ມາດຕະການປິດ ເມືອງໄປຈົນຮອດວັນທີ 30 ເດືອນນີ້. ແມ່ນແຕ່ທຸລະກິດຄອບຄົວແບບນ້ອຍໆ ເຊັ່ນຮ້ານຂາຍກາເຟປະຈໍາບ້ານນັ້ນ ກໍບໍ່ສາມາດຫລີກລ້ຽງຜົນກະທົບຈາກມາດຕະການປິດເມືອງນີ້ໄດ້ ດັ່ງຮ້ານຂາຍກາເຟນ້ອຍແຫ່ງນຶ່ງໃນບ້ານໜອງໜ່ຽງຊຶ່ງຕັ້ງຢູ່ເຂດຊານເມືອງຂອງນະຄອນຫລວງເຊັ່ນກັນ ກໍພະຍາຍາມຢູ່ລອດໄດ້ດ້ວຍການເປີດຂາຍໃຫ້ຄົນທີ່ຢູ່ໃກ້ຄຽງກັນ ພຽງວັນລະບໍ່ຮອດ 10 ຄົນ ຊຶ່ງແຕກຕ່າງຈາກເມື່ອກ່ອນ ທີ່ເຄີຍມີແຂກເຂົ້າຮ້ານວັນລະປະມານ 40 ຄົນ ແລະສ້າງລາຍຮັບສະເລ່ຍ 250,000 ກີບ ຫລື 28 ໂດລາຕໍ່ວັນ ຊຶ່ງເຈົ້າຂອງຮ້ານເລົ່າສູ່ຟັງວ່າ:

“ເປີດຂາຍຢູ່ ແຕ່ວ່າແຂກບໍ່ຫລາຍ ຄົນບໍ່ຫລາຍຫາກະເປິດ3-4ມື້ ຄົນກະບໍ່ຫລາຍ ມີແຕ່ 4-5ຄົນນີ້ລະບໍ່ຄືແຕ່ເກົ່າແລ້ວ ແມ່ນແທ້ກະເປີດໃຫ້ແຕ່ຄົນໃກ້ໆອ້ອມແອ້ມນີ້ແລ້ວ”.

ເຖິງແມ່ນຈະໄດ້ຮັບຜົນກະທົບໜັກເຊັ່ນນັ້ນກໍຕາມ ແຕ່ວ່າທາງລັດຖະບານກໍບໍ່ ໄດ້ມີມາດຕະການຊ່ວຍເຫລືອເພື່ອໃຫ້ຟື້ນຕົວຄືນໄດ້ແຕ່ຢ່າງໃດ. ທຸລະກິດຫລາຍແຫ່ງມີຄວາມສ່ຽງທີ່ຈະຕ້ອງຂາຍກິດຈະການນີ້ອອກໄປດັ່ງທີ່ທ່ານສົມໄຊ ເຈົ້າຂອງກິດຈະການທີ່ກ່າວມາຂ້າງເທິງນັ້ນເລົ່າສູ່ຟັງວ່າ:

“ເພິ່ນສັ່ງປິດ ເພິ່ນກະບໍ່ມີແນວມາຊົດເຊີຍຊ່ວຍເຫລືອ ຫລືປັບປຸງແກ້ໃຂໄລຍະຍາວໃຫ້ເຮົາ ຄືວ່າເປີດໃໝ່ເພິ່ນຊິມີສົ່ງເສີມ SME ກູ້ຢືມໄລຍະຍາວດອກເບ້ຍຕໍ່າ ມາຟື້ນຟູທຸລະກິດ. ເພິ່ນບໍ່ມີມາດຕະການຫຍັງບໍ່ມີເລີຍ ເພິ່ນກະປ່ອຍໃຫ້ຄົນລາວຕາຍເອງ ກະຊິມີນັກລົງທຶນຕ່າງປະເທດເຂົ້າມາແລ້ວບາດນີ້ ຄືໄດ້ຍິນຂ່າວຢູ່ໄທນີ້ໂຮງແຮມ 5 ດາວ 6 ດາວ 7ດາວ ຢູ່ເກາະຊິພີ, ຢູ່ພູເກັດ ເຂົາກະປະຂາຍທົ່ວທິບ ທົ່ວແດນແລ້ວເດ”.

ບົດລາຍງານເສດຖະກິດປີ 2021 ຂອງທະນາຄານໂລກທີ່ເຜີຍແຜ່ອອກມາ ໃນເດືອນສິງຫານັ້ນ ເຫັນວ່າ ມາດຕະການປິດເມືອງຍ້ອນຄວາມເປັນຫ່ວງທາງດ້ານ ສຸຂະພາບເຮັດໃຫ້ການດໍາເນີນທຸລະກິດຕ່າງໆ ຖືກປິດລົງທັງໝົດ ຫລືປິດເປັນບາງສ່ວນ. ລາຍງານຂອງການສໍາຫລວດທີ່ມີ 421 ບໍລິສັດເຂົ້າຮ່ວມໃນເດືອນເມສາຫາພຶດສະພາຜ່ານມາ ຊີ້ໃຫ້ເຫັນວ່າການຂາຍສິນຄ້າ ແລະບໍລິການໃນລາວ ຫລຸດລົງ 40 ເປີເຊັນໃນປີກາຍນີ້ ເມື່ອທຽບໃສ່ປີ 2019. ການລະບາດຮອບສອງ ຂອງໂຄວິດ-19 ໃນຕົ້ນປີນີ້ ເຮັດໃຫ້ມູນຄ່າການຂາຍຫລຸດລົງໄປອີກຮອດ 48 ເປີເຊັນ ໃນຊ່ວງເດືອນມີນາ ຫລື ເມສາ. ບົດລາຍງານນີ້ຍັງເວົ້າອີກວ່າ ທຸລະກິດ ຫລາຍແຫ່ງແມ່ນຂາດທຶນໝູນວຽນ ແລະ 1/3 ຂອງທຸລະກິດທີ່ເຂົ້າຮ່ວມການສໍາຫລວດນີ້ ບອກວ່າ ພົບຄວາມຫຍຸ້ງຍາກໃນການຊໍາລະໜີ້ ແລະການຊ່ວຍເຫລືອ ຂອງລັດຖະບານກໍ ແມ່ນມີແບບຈໍາກັດຫລາຍ.

ສະຫລຸບແລ້ວຄື້ນຟອງການລະບາດຮອບ 3 ຂອງໂຄວິດ-19 ເຮັດໃຫ້ມີຜົນ ກະ ທົບຕໍ່ເສດຖະກິດທີ່ຊຸດໂຊມຢູ່ແລ້ວນັ້ນຢ່າງໜັກ ແລະໂອກາດທີ່ຈະຟື້ນຕົວກໍ ແມ່ນຍັງບໍ່ທັນສາມາດຫລິງເຫັນໄດ້ເທື່ອ.

Video Covid third wave affected small and big businesses in Vientiane, Laos
please wait

No media source currently available

0:00 0:02:47 0:00

XS
SM
MD
LG