ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການອອກໄປຂໍເຂົ້າໜົມ ຂອງເດັກນ້ອຍ ລາວ-ອາເມຣິກັນ ໃນມື້ບຸນຮາໂລວີນ ໄລຍະ ໂຄວິດ-19


ຮູບພາບລູກໆຂອງຍານາງ ຈັນ ຄໍາວົງສຸກ ກໍາລັງພາກັນອອກໄປຂໍຂະໜົມໃນໝູ່ບ້ານ.
ຮູບພາບລູກໆຂອງຍານາງ ຈັນ ຄໍາວົງສຸກ ກໍາລັງພາກັນອອກໄປຂໍຂະໜົມໃນໝູ່ບ້ານ.

ເດັກນ້ອຍແລະເຂົ້າໜົມເປັນຂອງຄູ່ກັນ, ຍິ່ງເປັນເທດສະການບຸນຮາໂລວີນ (Halloween) ປະຈຳປີໃນທ້າຍເດືອນຕຸລາຂອງຊາວອາເມຣິກັນແລ້ວ ຍິ່ງເປັນການເພີ້ມຄວາມສະໜຸກສະໜານໃຫ້ກັບພວກເດັກນ້ອຍຫລາຍຄົນ ເພາະພວກເຂົາຈະໄດ້ແຕ່ງຊຸດຕ່າງໆ ຫລືທີ່ຫລາຍໆຄົນຮ້ອງວ່າ Halloween Costume ເພື່ອອອກໄປຂໍເຂົ້າໜົມນໍາເພື່ອນບ້ານໃກ້ຄຽງ. ຍານາງຈັນ ຄໍາວົງສຸກຜູ້ທີ່ອາໄສຢູ່ໃນເມືອງ ອາຄຣອນ, ລັດ ໂອໄຮໂອ ກ່າວໃຫ້ທາງ VOA ຟັງວ່າ “ປີນີ້ຍານາງໄດ້ມີໂອກາດພາລູກອອກໄປຂໍເຂົ້າໜົມ ແລະພວກເຂົາເຈົ້າກໍມີຄວາມຕື່ນເຕັ້ນຫລາຍ ເພາະໄດ້ໃສ່ຊຸດລວດລາຍຕ່າງໆຂອງເທດສະການ Halloween ແລ້ວກໍໄດ້ຂະໜົມເປັນຈໍານວນຫລາຍ, ເພາະປີທີ່ຜ່ານມາແມ່ນບໍ່ໄດ້ພາລູກໆອອກໄປຂໍເຂົ້າໜົມເໝືອນດັ່ງທີ່ເຄີຍເປັນໃນທຸກໆປີ ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະທາງການກໍມີມາດຕະການເພື່ອປ້ອງກັນການລະບາດຂອງໂຄວິດ-19 ແດ່ ກໍເລີຍຕ້ອງໄດ້ຢຸດໄປເສຍກ່ອນ.” ເຊິ່ງຍານາງໄດ້ກ່າວໃຫ້ຟັງໃນບາງຕອນດັ່ງນີ້:

“ເລື້ອງເປັນຫ່ວງກໍເປັນຫ່ວງ ເພາະວ່າປະເພນີເຂົາເຈົ້າເປັນແນວນັ້ນ ຂະໜາດຝົນຕົກກໍໄປ, ຕ້ອງໄດ້ປ້ອງກັນ ເຂົາເຈົ້າກໍໃສ່ໜ້າກາກ ລ້າງມື ມາຮອດເຮືອນແລ້ວກໍອາບນໍ້າໃຫ້ສະອາດ, ຫາກໄປຕະຫລາດບາງບ່ອນເຂົາເຈົ້າກໍໃຫ້ໃສ່ໜ້າກາກ ບາງບ່ອນເຂົາເຈົ້າກໍບໍ່ໃຫ້ໃສ່. ປ້ອງກັນໄວ້ດີກວ່າ ເຮົາກໍຊ່ອງບໍ່ເຫັນເນາະແມ່ນຫຍັງຫັ້ນນະ, ອັນໃດມັນກໍເກີດຂຶ້ນໄດ້, ເຂົາເຈົ້າກໍໃຫ້ລູກເຮົາໃສ້ໜ້າກາກຢູ່ໂຮງຮຽນຕະຫລອດ ບໍ່ໃຫ້ປົດ, ຍາມກິນເຂົ້າຈຶ່ງໃຫ້ປົດ ແລ້ວກໍລ້າງມື.”

ອີງຕາມຂໍ້ມູນຈາກທາງ FDA ປະຈໍາວັນທີ 29 ຕຸລາທີ່ຜ່ານມາໄດ້ໃຫ້ຮູ້ວ່າ ມີການອະນຸມັດຢາວັກຊີນປ້ອງກັນໂຄວິດ-19 ຟາຍເຊີ ແລະ ໄບໂອເອັນເທັກ ອອກມານໍາໃຊ້ສໍາລັບເດັກນ້ອຍອາຍຸ 5-11 ປີໃນກໍລະນີສຸກເສີນແລ້ວ.

XS
SM
MD
LG