ຕໍ່ກັບສະພາບການ ທີ່ມີການລະບາດກັບຄືນມາອີກຄັ້ງຂອງ ໄວຣັສສາຍພັນໃໝ່ເດລຕ້າ ຍິ່ງເພີ້ມຄວາມຫຍຸ້ງຍາກຕໍ່ຊີວິດການເປັນຢູ່ຂອງຜູ້ຄົນຊາວອາເມຣິກັນ ກໍ່ຄືບັນດາປະຊາກອນໃນທົ່ວໂລກ. ແຕ່ຜູ້ທີ່ຍິ່ງຈະພົບກັບສະຖານະການ ແບບໂດຍກົງ ກໍ່ຄົງຈະເປັນບັນດາພະນັກງານແຖວໜ້າທີ່ຕ້ອງໄດ້ທຸ້ມເທທັງແຮງກາຍ ແລະແຮງໃຈເພື່ອຕໍ່ສູ້ກັບພວກມັນ. ດຣ. ພົນ ສຸລິວົງ ເປັນເມດິເຄລຟີຊິກຊິສ ຄືການປົວໂຮກມະເຮັງໂດຍການໃຊ້ລັງສີ, ປະຈໍາການຢູ່ທີ່ໂຮງໝໍຮຸສຕັນເມໂທດິສ, ໃນນະຄອນຮຸສຕັນ, ລັດເທັກຊັສ. ນອກຈາກໜ້າທີ່ຮັບຜິດຊອບສະເພາະ ຂອງເພິ່ນ ປະຈໍາທີ່ສາຍແສງຂອງມະເຮັງແລ້ວ, ເພິ່ນແລະທີມແພດຍັງໄດ້ສຸມໃສ່ຄົນໄຂ້ທີ່ຕິດໂຄວິດນໍາດ້ວຍ, ເຊິ່ງເພິ່ນໄດ້ອະທິບາຍໃຫ້ຟັງເຖິງໜ້າທີ່ການປິ່ນປົວຄົນໄຂ້ ແລະການຮັບມືກັບໂຄວິດ ຂອງພະນັກງານການແພດຢູ່ທີ່ພະແນກຂອງເພິ່ນໃຫ້ທາງ VOA ຟັງວ່າ:
“ກ່ຽວກັບພະຍາດໂຄວິດນີ້ ຖ້າແມ່ນໃຜຕິດພະຍາດໂຄວິດແມ່ນເພິ່ນຈະສົ່ງໄປປົວບ່ອນສູນໂຄວິດຕ່າງຫາກ, ແຕ່ວ່າມີຜູ້ປ່ວຍບາງຄົນ ທີ່ເປັນໂລກມະເຮັງມາປົວນີ້ ເຂົາເຈົ້າກໍ່ຕິດໂຄວິດຄືກັນ ພວກເຮົາກໍ່ໄດ້ປົວໄປພ້ອມໆກັນ ແລະປ້ອງກັນໄປພ້ອມກັນ ເພື່ອບໍ່ໃຫ້ຕິດໂຄວິດພ້ອມ ເພາະຂາດບໍ່ໄດ້.”
ດຣ. ພົນຍັງໄດ້ກ່າວໃຫ້ຟັງຕື່ມວ່າ ຄົນທີ່ຕິດພະຍາດໂຄວິດ ແລະມາຮັກສາຢູ່ທີ່ໂຮງໝໍຮຸສຕັນເມໂທດິສ ສ່ວນນຶ່ງແມ່ນກຸ່ມຄົນທີ່ມີອາຍຸແລະໂຣກປະຈໍາຕົວອື່ນໆ ແຕ່ໂດຍລວມປະມານ 90 ເປີເຊັນແມ່ນຄົນທີ່ບໍ່ໄດ້ຮັບການສັກຢາວັກຊີນຈັກເທື່ອ.
“ຂ້າພະເຈົາຄິດວ່າທຸກຄົນຄວນສັກວັກຊີນ ຂ້າພະເຈົ້າເຫັນດີກັບ ດຣ. ຟາວຈີ ທີ່ເພິ່ນໄດ້ກ່າວໄວ້ ເພາະວ່າວັກຊີນຊ່ວຍສ້າງພູມຕ້ານທານ, ຖ້າເຮົາບໍ່ມີພູມຕ້ານທານ ເຮົາຈະຕິດເຊື້ອໄວຣັສແບບງ່າຍໆ.”
ນັ້ນຄືຄຳເຫັນຂອງ ດຣ. ພົນ ທີ່ໄດ້ກ່າວໃຫ້ຄຳແນະນຳເປັນການສະຫລຸບ.